spot_img
Homeຂ່າວເຫດການອຳນວຍການໃຫຍ່ UNDP ຢ້ຽມຢາມລາວ ເຂົ້າຮ່ວມກອງປະຊຸມ ໂຕະມົນລະດັບສູງ ຄັ້ງທີ 12

ອຳນວຍການໃຫຍ່ UNDP ຢ້ຽມຢາມລາວ ເຂົ້າຮ່ວມກອງປະຊຸມ ໂຕະມົນລະດັບສູງ ຄັ້ງທີ 12

Published on

268

ຂປລ. ໂດຍ​ຕອບ​ສະໜອງ​ຕາມ​ ການ​ເຊື້ອ​ເຊີນ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ,  ​ທ່ານນາງ ​ເຮ​ເລັນ ຄລາກ ຜູ້ອໍານວຍການໃຫຍ່ອົງການສະຫະປະຊາຊາດ ເພື່ອການພັດທະນາ ພ້ອມ​ດ້ວຍ​ຄະນະ ​ໄດ້​ເດີນທາງ​ມາ​ ​ເພື່ອມາຢ້ຽມຢາມ ສປປ ລາວ ແລະ ​ເຂົ້າຮ່ວມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 12 ແຕ່​ວັນ​ທີ 26-29 ພະຈິກ 2015, ​ໂດຍ​ມີ​ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານນາງ ຄາຣິນາ ອິມໂມເນັນ, ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປ ລາວ ​ແລະ ຄະນະ ອອກ​ຕ້ອນຮັບ​ທີ່ສະຫນາມ​ບິນ​ສາກົນ​ວັດ​ໄຕ.

​ໃນ​​ໄລຍະ​ເຄື່ອນ​ໄຫວ​ຢູ່ນະຄອນຫລວງ​ວຽງ​ຈັນ, ​ທ່ານ​ ນາງ ​ເຮ​ເລັນ ຄລາກ ຈະ​ໄດ້​ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ ສປປ ລາວ ​ແລະ ຈະເປັນ​ປະທານ​ກິດຕິມະສັກ ຮ່ວມ​ກັບ​ ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໃນ​ພິທີ​ເປີດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 12 ​ໃນ​ວັນ​ທີ 27 ພະຈິກ 2015 ​ນີ້. ນອກຈາ​ກນັ້ນ, ທ່ານນາງ ​ເຮ​ເລັນ ​ຄລາກ ​ແລະ ຄະນະ ຈ​ະ​​ເດີນທາງ​ໄປ​​ແຂວງ​ຫລວງ​ພະ​ບາງ ​ເພື່ອຢ້ຽມຢາມ​ໂຄງການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ​ເຄື່ອຂ່າຍ ສປຊ ເປັນຕົ້ນໂຄງການສົ່ງເສີມກະສິກໍາ ແລະ ໂຄງການເກັບກູ້ລະເບີດ, ພ້ອມ​ທັງທ່ຽວ​ຊົມ​ສະຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ ​ແລະ ວັດທະນາ​ທຳ​ຂອງ​ແຂວງ​ຫລວງ​ພະ​ບາງ ໃນໂອກາດສະເຫລີມສະຫລອງ ການ​ເປັນເມືອງມໍລະດົກ​ໂລກ ຄົບຮອບ 20 ປີ ໃນ​ເດືອນທັນວານີ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...