Homeຂ່າວຕ່າງປະເທດອັດຕາການວ່າງງານໃນເຢຍລະມັນເພີ່ມຂຶ້ນ 1 ລ້ານຄົນ

ອັດຕາການວ່າງງານໃນເຢຍລະມັນເພີ່ມຂຶ້ນ 1 ລ້ານຄົນ

Published on

that_nghiep_duc 400

ຂປລ. ອ້າງ​ຕາມ ຜົນ​ການ​ສຳ​ຫລວດ ຂອງ ສຳນັກງານThe Local ຂອງ ​ເຢຍລະ​ມັນ ປະກາດ ​ເມື່ອ​ບໍ່​ດົນ​ມາ​ນີ້, ປັດຈຸ​ບັນ ອັດຕາ​ການ​ວ່າງ​ງານ ​ໃນ​ເຢຍລະ​ມັນ ​ລວມມີ 1 ລ້ານ​ຄົນ ສົ່ງ​ຜົນ​ໃຫ້​ພວກ​ເຂົາ​ເຈົ້າ​ ຕ້ອງຕົກຢູ່​ໃນ​ສະພາບຄວາມທຸກ​ຍາກ ​ແລະ ອຶດຫິວ, ​ກວມ​ເອົາ 31%  ຂອງ ຍອດ​ຈຳນວນ​ ຄົນ​ວ່າງ​ງານ ຢູ່​ເຢຍລະ​ມັນ. ​ເຖິງ​ຢ່າງ​ໃດ ກໍ​ຕາມ ​ເຢຍລະ​ມັນ ຍັງຕ້ອງ​​ໃຫ້​ ເງິນ​ອຸດ​ໜູນ ຄົນ​ວ່າງ​ງານ  391 ​ເອີ​ໂຣ / ​ເ​ດືອນ ​/ ຄົນ ແລະ ​ເດັກນ້ອຍ 229-296 ​ເອີ​​ໂຣ / ​ເດືອນ / ຄົນ. ການ​ຊ່ວຍ​ເຫລືອ ດັ່ງກ່າວ ຖື​​ເປັນໜຶ່ງ ​ໃນ​ບັນດາ ​ມາ​ດຕະການ ຊຸກ​ຍູ້ ຄົນ​ວ່າງ​ງານ ​ເພື່ອ​ໃຫ້​ ຊ​ອກຫາ ​ວຽກ​ເຮັດ ​ງານ​ທຳ ຢ່າງ​ຕັ້ງ ໜ້າ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...