ຂປລ.ຕາມຂ່າວ ຕ່າງປະເທດ, ກອງປະຊຸມ ໄອຍະການ ບັນດາ ປະເທດ ອາຊຽນ-ຈີນ ຄັ້ງທີ 9 ຈັດຂຶ້ນ ວັນທີ 25 ພະຈິກນີ້ ຢູ່ນະຄອນ ໜານໜິງ ແຂວງ ກວາງສີ ຂອງຈີນ ເພື່ອພົບປະ ແລກປ່ຽນ ບົດຮຽນ ດ້ານໄອຍາການ ໂດຍສະເພາະ ການລົງເລິກ ບັນຫາ ກ່ຽວກັບ ຄະດີ ທີ່ມີ ການພົວພັນ ກັບສາກົນ ພ້ອມທັງ ຍົກສູງ ການຮ່ວມມື ໃນຂົງເຂດ ຕຸລາການ ໃຫ້ມີ ປະສິດທິຜົນ ສູງຍິ່ງຂຶ້ນ. ຈາກນັ້ນ ທ່ານ ຫງວຽນ ຮ່ວາບີງ, ຫົວໜ້າ ໄອຍະການ ປະຊາຊົນ ສູງສຸດ ຂອງຫວຽດນາມ ໄດ້ເນັ້ນວ່າ: ການປ້ອງກັນ ແລະ ຕໍ່ສູ້ ບັນດາ ອາດຊະຍາກຳ ຕ້ອງມີການຮ່ວມມື ສົມທົບກັນ ຢ່າງແໜ້ນແຟ້ນ ລະ ຫວ່າງ ອົງການ ປະຕິບັດ ກົດໝາຍ ຂອງບັນດາ ປະເທດ. ສະນັ້ນ ກອງປະຊຸມ ດັ່ງກ່າວ ໄດ້ກາຍເປັນ ເວທີປາໄສ ຮ່ວມມື ສາກົນ ທີ່ສຳຄັນ ກ່ຽວກັບ ກົດໝາຍ ໃຫ້ມີ ປະສິດທິຜົນ ສູງຍິ່ງຂຶ້ນ./.
ອາຊຽນ-ຈີນ ເພີ່ມທະວີການຮ່ວມມືດ້ານຕຸລາການ
1614
ບົດຄວາມຫຼ້າສຸດ
ຂ່າວພາຍໃນ
ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ
ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...
ຂ່າວພາຍໃນ
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ
ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...
ຂ່າວພາຍໃນ
ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ
ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...
ຂ່າວພາຍໃນ
ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ
ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...



