spot_img
Homeຂ່າວພາຍ​ໃນໄຂກອງປະຊຸມ ສະຫລຸບວຽກງານແຂ່ງຂັນຮັກຊາດ-ສ້າງບ້ານພັດທະນາ

ໄຂກອງປະຊຸມ ສະຫລຸບວຽກງານແຂ່ງຂັນຮັກຊາດ-ສ້າງບ້ານພັດທະນາ

Published on

l254

ຂປລ. ກອງປະຊຸມສະຫລຸບຕີລາຄາ ແລະ ຍ້ອງຍໍຂະບວນການແຂ່ງຂັນຮັກຊາດ ສ້າງບ້ານພັດ ທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກທົ່ວປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ພະຈິກ 2015 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍເປັນປະທານ ຂອງສະຫາຍ ບຸນຍັງ ວໍລະຈິດ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກ, ຮອງປະທານປະເທດ ຫົວໜ້າຄະນະຊີ້ນໍາ ເຮັດທົດລອງ 3 ສ້າງ. ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ພ້ອມບັນດາກໍາມະການ ກົມການເມືອງສູນກາງພັກ, ຄະນະລັດຖະບານ, ເຈົ້າແຂວງ, ເຈົ້າເມືອງ ແລະ ພະນັກງານຫລັກແຫລ່ງ ຈໍານວນ 600 ສະຫາຍ ເຂົ້າຮ່ວມ, ກອງປະຊຸມ ຈະດໍາເນີນໄປເປັນເວລາ 2 ວັນ.

ໃນໂອກາດດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ຜ່ານບົດລາຍງານ ການຈັດຕັ້ງປະຕິບັດ ພ້ອມສະຫລຸບຕີລາຄາຍ້ອງຍໍ ຂະບວນການ ແຂ່ງຂັນຮັກຊາດ ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ​ໂດຍ​ກ່າວວ່າ: ພາຍລັງກົມການເມືອງ ໄດ້ອອກມະຕິ ເລກທີ 01/ກມສພ ລົງວັນທີ 20 ມັງກອນ 2010 ວ່າດ້ວຍການເພີ່ມທະວີ ວຽກງານແຂ່ງຂັນ ແລະ ຍ້ອງຍໍໃນໄລຍະໃໝ່ ພາຍໃຕ້ຄໍາຂວັນ (ຮັກຊາດ ແລະ ພັດທະນາ), ໃນທ້າຍປີ 2011 ພວກເຮົາໄດ້ຈັດກອງປະຊຸມ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຮອບດ້ານທົ່ວປະເທດ ຄັ້ງທີ III ເຊິ່ງໄດ້ມີການຍ້ອງຍໍ ສັນລະເສີນ ຜູ້ມີຜົນງານດີເດັ່ນ ໃນຂະບວນການ ກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຮອບດ້ານຢ່າງສົມກຽດ ແລະ ໄດ້ປະກາດຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ. ຕໍ່ມາພາຍຫລັງກົມການເມືອງ ສູນກາງພັກໄດ້ມີມະຕິ 03 ວ່າດ້ວຍວຽກງານ 3 ສ້າງ, ໃນທ້າຍປີ 2013 ພວກເຮົາໄດ້ຈັດກອງປະຊຸມ ປຸກລະດົມ ຂະບວນແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາ, ຊຸກຍູ້ວຽກ 3 ສ້າງ ສູ່ລວງເລິກຂຶ້ນຕື່ມອີກ ເພື່ອສ້າງຜົນງານ ຄໍານັບຮັບຕ້ອນ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ, ທັງເປັນຍູ້ແຮງຂະບວນການ ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໂດຍສະເພາະແມ່ນ ຂະບວນການ ຫັນລົງສູ່ຮາກຖານ ສ້າງບ້ານພັດທະນາຕາມ 4 ຄາດໝາຍ, ຊຸກຍູ້ວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ແລະ ສ້າງບາດກ້າວບຸກທະລຸທັງ 4 ດ້ານໃຫ້ແຂງແຮງ ກວ່າເກົ່າ ເພື່ອປະຕິບັດ ໃຫ້ປະກົດຜົນເປັນຈິງ ບັນດາຄາດໝາຍສູ້ຊົນ ທີ່ວາງໄວ້ໂດຍສະເພາະ ຄາດໝາຍແກ້ໄຂຄວາມທຸກຍາກ ໃຫ້ຕໍ່າກວ່າ 10%, ສ້າງບ້ານພັດທະນາ ໃຫ້ໄດ້ຫລາຍກວ່າ 50% ແລະ ບັນລຸເປົ້າໝາຍ ສະຫັດສະວັດ ດ້ານການພັດທະນາໃນປີ 2015.

ເພາະສະນັ້ນ, ກອງປະຊຸມທົ່ວປະເທດ ຂອງພວກເຮົາຄັ້ງນີ້ ແມ່ນເປັນກອງປະຊຸມ ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ກໍຄືຂະບວນການຫັນລົງຮາກຖານ ສ້າງບ້ານພັດທະນາ ແລະ ຊຸກຍູ້ວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ໃນຊຸມປີຜ່ານມາ ຢ່າງຮອບດ້ານ ເພື່ອສະຫລຸບຖອດຖອນບົດຮຽນ ໃຫ້ເປັນລະບົບ ແລະ ຈະໄດ້ມີການຍ້ອງຍໍສັນລະເສີນ ຜູ້ມີຜົນງານດີເດັ່ນ ໃນຂະບວນການແຂ່ງຂັນ ຮັກຊາດ ແລະ ສ້າງບ້ານພັດທະນາ, ຊຸກຍູ້ວຽກງານ 3 ສ້າງ ຕິດພັນກັບຂະບວນການ ຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຮອບດ້ານ ໃນຊຸມປີຜ່ານມາ ແລະ ສືບຕໍ່ເປີດຂະບວນການແຂ່ງຂັນຮັກຊາດ, ສ້າງເປັນບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ໃນຊຸມປີຕໍ່ໜ້າ ເພື່ອສືບຕໍ່ສ້າງບາດກ້າວ ບຸກທະລຸທັງ 4 ດ້ານໃຫ້ແຂງແຮງກວ່າເກົ່າ ແລະ ປະຕິບັດໃຫ້ເປັນຈິງ ບັນດາຄາດໝາຍສູ້ຊົນ ທີ່ວາງອອກ ໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ.

ຢ່າງ​ໃດ​ກໍ​ຕາມສະຫາຍ ກໍາມະການກົມການເມືອງສູນກາງພັກ ​ໄດ້ກ່າວຕື່ມວ່າ:  ພວກເຮົາມີຄວາມພາກພູມໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າ ໃນຊຸມປີຜ່ານມາ ເຖິງວ່າສະພາບແວດລ້ອມສາກົນ ແລະ ພາກພື້ນ ໄດ້ສືບຕໍ່ຜັນແປໄປຢ່າງສັບສົນ ແລະ ສະຫລັບສັບຊ້ອນ ທີ່ເປັນທັງກາລະໂອກາດ, ທັງສິ່ງທ້າທາຍຕໍ່ປະເທດເຮົາ ສ່ວນພາຍໃນປະເທດ ກໍມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບ ຫລາຍປະການກໍຕາມ ແຕ່ດ້ວຍຄວາມສາມັກຄີ ອັນເປັນປຶກແຜ່ນແໜ້ນໜາ ແລະ ຄວາມບຸກບືນສູ້ຊົນຂອງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ບົນຈິດໃຈ ແຂ່ງຂັນຮັກຊາດ ແລະ ພັດທະນາ ດ້ວຍຄວາມເອົາໃຈໃສ່ ນໍາພາ-ຊີ້ນໍາ ຂອງຄະນະພັກ,  ອົງການປົກຄອງທຸກຂັ້ນ ໄດ້ສຸມໃສ່ຫັນລົງຮາກຖານ ສ້າງບ້ານພັດ ທະນາຕາມ 4 ເນື້ອໃນ 4 ຄາດໝາຍຢ່າງຕໍ່ເນື່ອງ ແລະ ຕັ້ງໜ້າສຸມໃສ່ພັດທະນາຊົນນະບົດ ຢ່າງມີຈຸດສຸມ ຕິດພັນກັບການເຮັດທົດລອງ 3 ສ້າງ ຢ່າງແຂງແຮງ ໃນຂອບເຂດທົ່ວປະເທດ ຈຶ່ງສາມາດຍາດໄດ້ຜົນສໍາເລັດ ອັນໃຫຍ່ຫລວງໃນຫລາຍດ້ານ ເປັນໜ້າພາກພູມໃຈ. ມາເຖິງປັດຈຸບັນ ບ້ານທີ່ມີເສັ້ນທາງເຂົ້າເຖິງ ​ແລະ ທຽວໄດ້ຕະຫລອດປີ ເພີ້ມຂຶ້ນກວມ 84,40% ບ້ານມີນໍ້າສະອາດໃຊ້ ກວມ 91,65% ບ້ານທີ່ໄດ້ໃຊ້ໄຟຟ້າກວມ 87% ຂອງຈຳນວນບ້ານທັງໝົດ; ບ້ານທີ່ມີໂຮງຮຽນປະຖົມ ໄດ້ເພີ່ມຂຶ້ນ ກວມ 98,78% ການພັດທະນາ ບ້ານວັດທະນະທໍາ-ສັງຄົມ ເປັນຕົ້ນດ້ານການສຶກສາ, ສາທາລະນະສຸກ ແລະ ວັດທະນະທຳ-ສັງຄົມ ກໍໄດ້ຮັບການປັບປຸງ ແລະ ຂະຫຍາຍຕາໜ່າງ ການບໍລິການລົງສູ່ເຂດ ຊົນນະບົດ ຢ່າງຕັ້ງໜ້າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...