spot_img
Homeຂ່າວຕ່າງປະເທດອາເມຣິກາ-ຈີນ ເພີ່ມທະວີການຮ່ວມມືດ້ານອາວະກາດ

ອາເມຣິກາ-ຈີນ ເພີ່ມທະວີການຮ່ວມມືດ້ານອາວະກາດ

Published on

46_8_1328928395_05_SC_ 400

ຂປລ. ຕາມຂ່າວ ຕ່າງປະເທດ, ທ່ານ ແຟຣງ ໂຣສ ຜູ້ຊ່ວຍວຽກ ລັດຖະມົນຕີ ວ່າການ ກະຊວງ ການຕ່າງ ປະເທດ ສ.ອາເມຣິກາ ໃຫ້ສຳພາດຕໍ່ ວາລະສານ Financial Times ສະບັບ ລົງວັນທີ 23 ພະຈິກນີ້ ລະບຸວ່າ:  ສ. ອາເມຣິກາ ແລະ ຈີນ ໄດ້ສ້າງ ເສັ້ນທາງຕິດຕໍ່ ໂດຍກົງ ຢູ່ຮ່ວງ ອາວະກາດ ເພື່ອສ້າງ ເງື່ອນໄຂ ສະດວກ ໃນການ ແລກປ່ຽນ ຂ່າວສານ ດ້ານເຕັກນິກ ແນໃສ່ ຫລີກລ່ຽງ ການປະທະກັນ ແລະ ຄວາມເຂົ້າ ໃຈຜິດ ຢູ່ສະຖານີ ອາວະກາດ ໃນອະນາຄົດ. ນອກນັ້ນ ຍັງຊ່ວຍ ບັນດາ ອົງການ ອາວະກາດ ແລະ ດ້ານການ ທະການ ໄດ້ປຶກສາ ຫາລື ກ່ຽວກັບ ການທົດລອງ ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...