spot_img
Homeຂ່າວການພັດທະນາຍີ່ປຸ່ນໃຫ້ການຊ່ວຍເຫລືອ ປັບປຸງຂົວຢູ່ເສັ້ນທາງເລກ 9 ຄືນໃໝ່

ຍີ່ປຸ່ນໃຫ້ການຊ່ວຍເຫລືອ ປັບປຸງຂົວຢູ່ເສັ້ນທາງເລກ 9 ຄືນໃໝ່

Published on

4-1

ວັນ​ທີ 24 ພະຈິກນີ້ທີ່ ກະ ຊວງການຕ່າງປະເທດໄດ້ມີ ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກ ລັດຖະບານຍີ່ປຸ່ນ ຈຳນວນ 1 ໂຄງການຄື: ໂຄງການອອກແບບປັບປຸງຂົວຄືນໃໝ່ໃນເສັ້ນທາງຫຼວງເລກທີ 9 ມູນຄ່າ 70ລ້ານ​ເຢັນ, ຕາງໜ້າ​ລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມສານ ແລກປ່ຽນ ດັ່ງກ່າວແມ່ນທ່ານ ແສງເພັດ ຮຸ່ງບຸນຍວງ ລັດຖະມົນຕີຊ່ວຍ ວ່າການກະຊວງການຕ່າງປະ ເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນແມ່ນທ່ານ ຮິໂຣຢູກິ ກິຊິໂນະ  ເອກອັກຄະລາຊະທູດຍີ່ປຸ່ນປະຈຳ ສປປ ລາວ ໂດຍມີພະນັກງານຈາກກະຊວງຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ, ສະຖານທູດຍີ່ປຸ່ນ ແລະ ອົງການ JICA ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິ ຍານ. ໂຄງການດັ່ງກ່າວແມ່ນ ນອນຢູ່ໃນແຜນງານຂອງລັດ ຖະບານ ສປປ ລາວທີ່ໄດ້ສະ ເໜີຂໍການຊ່ວຍເຫຼືອຈາກລັດ ຖະບານຍີ່ປຸ່ນ ພາຍໃຕ້ຂອບການຊ່ວຍເຫຼືອທາງການເພື່ອ ການພັດທະນາ (ODA) ຊຶ່ງ​ຈະ ​ປະກອ​ບ ສ່ວນອັນ​ສຳຄັນ​ໃຫ້​ແກ່​ ການພັດທະນາ​ເສດຖະກິດ-ສັງຄົມ​ຂອງ ສປປ ລາວ ​ໃນຕໍ່ໜ້າ, ​ເວົ້າ​ສະ​ເພາະ​ແມ່ນ​ການ ​ເຊື່ອມ​ໂຍງ​ທາງ​ດ້ານ​ຄົມມະນາຄົມ​ກັບ​ບັນດາ​ປະ​ ເທດ​ໃນ​ຂົງ ​ເຂດ​ອະນຸພາກພື້ນ​ແມ່ນ້ຳ​ຂອງ. ພາຍຫຼັງ​ສຳ​ເລັດ​ການ​ລົງ​ນາມດັ່ງກ່າວ, ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າ​ງ ປະ​ເທດ ​ໄດ້​ຕາງໜ້າ​ລັດຖະບານ ​ແຫ່ງ ສປປ ລາວ ປະ​ດັບ​ຫຼຽນ​ກາ​ມິດ ຕະພາບ​​ໃຫ້​ແກ່​ທ່ານ​ເອກ​ອັກ ຄະ​ລາຊະທູດ ຮິ​ໂຣຢູກິ ກິ​ຊິ​ໂນະ ​ເພື່ອ​ສະ​ແດງຄວາ​ມຮູ້​ບຸນ ຄຸນ ​ແລະ ຍ້ອງຍໍ​ທ່ານ​ທູດ​ທີ່​ມີ ຜົນງານ​ໃນ​ການ​ປະກອບສ່ວນ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດ ຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດລາວ-ຍີ່ປຸ່ນ ກໍ​ຄື​ການ​ເປັນ “ຄູ່​ຮ່ວມ​ມື​ຍຸດທະ ສາດ” ​ໃຫ້ມີ​ບາດກ້າວ​ຂະຫຍາຍ ຕົວ​ຍິ່ງໆ​ຂຶ້ນ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...