spot_img
Homeຂ່າວພາຍ​ໃນນັກທຸລະກິດລາວ ຈົກທຶນ 330 ລ້ານໂດລາ ສ້າງໂຮງງານຊີມັງຂະໜາດໃຫຍ່ ຕ້ອນຮັບເອອີຊີ

ນັກທຸລະກິດລາວ ຈົກທຶນ 330 ລ້ານໂດລາ ສ້າງໂຮງງານຊີມັງຂະໜາດໃຫຍ່ ຕ້ອນຮັບເອອີຊີ

Published on

crush_ore3_1

ນັກທຸລະກິດ​ລາວ​ລົງທຶນ 330 ລ້ານ​ໂດ​ລາ​ສະຫະລັດ ກໍ່ສ້າງ​ໂຮງງານ​ຊີມັງ​ຂະໜາດ​ໃຫຍ່​ຢູ່​ພາກ​ກາງຂອງ​ລາວ (ແຂວງ​ຄຳ​ມ່ວນ) ຄາດ​ວ່າ​ຖ້າ​ໂຄງການ​ກໍ່ສ້າງ​ດັ່ງກ່າວ​ສຳເລັດ​ສົມບູນ ຈະ​ມີ​ກຳລັງ​ການ​ຜະລິດ​ຫຼາຍ​ເຖິງ 5.000 ໂຕນ/ມື້.

ທ່ານ ຈິດຕະກອນ ສຸກ​ສົມບູນ ປະທານ​ກຸ່ມ​ບໍລິສັດ ສຸກ​ສົມບູນ ຈຳກັດ ໃຫ້​ສຳພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ໂຄງການ​ກໍ່ສ້າງ​ໂຮງງານ​ຊີມັງ​ລາວ​ພັດທະນາ​ຢູ່​ແຂວງ​ຄຳ​ມ່ວນ ທີ່​ພວມ​ດຳເນີນ​ການ​ກໍ່ສ້າງ​ຢູ່​ໃນ​ປັດຈຸບັນ ເມື່ອ​ສ້າງ​ສຳເລັດ​ແລ້ວ ຈະ​ມີ​ກຳລັງ​ການ​ຜະລິດ​ຫຼາຍ​ເຖິງ 5.000 ໂຕນ/ມື້ ເຊິ່ງ​ທາງ​ບໍລິສັດ​ໄດ້​ລົງທຶນ​ໃນ​ການ​ກໍ່ສ້າງ​ທັງ​ໝົດ 330 ລ້ານ​ໂດ​ລາ​ສະຫະລັດ ໃນ​ເນື້ອທີ່ 100 ເຮັກຕາ ເລີ່ມ​ລົງມື​ປະຕິບັດ​ຈັດ​ສັນ​ທີ່​ດິນ ປັບ​ໜ້າດິນ ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ດ້ານ​ຕ່າງໆ ແລະ ລວມ​ທັງ​ວຽກ​ງານ​ຮັກສາ​ສິ່ງແວດລ້ອມ ເຊິ່ງ​ໃຊ້​ເວລາ​ເຖິງ 2 ປີ​ແລ້ວ ຂະນະ​ນີ້ ພວກ​ເຮົາ​ໄດ້​ບຸກເບີກ ແລະ ພັດທະນາ​ເນື້ອທີ່​ເກືອບ 3 ກິໂລແມັດ ຈາກ​ນັ້ນ ກໍ​ຈະ​ວາງ​ລະບົບ​ຖານ​ດິນ​ໃນ​ການ​ສ້າງ​ໂຮງງານ ເພື່ອ​ກ້າວ​ໄປ​ຫາ​ຂັ້ນ​ຕອນ​ກໍ່ສ້າງ​ໂຮງງານ​ພາຍ​ໃນ​ເດືອນ​ເມສາ ປີ 2014 ນີ້ ແລະ ຈະ​ໃຫ້​ສຳເລັດ​ໃນ​ຕົ້ນ​ປີ 2016 ຕາມ​ແຜນ ຖ້າ​ໂຮງງານ​ຊີມັງ​ແຫ່ງ​ນີ້​ສ້າງ​ສຳເລັດ ມັນ​ຈະ​ຊ່ວຍ​ໃຫ້​ຜູ້​ບໍລິໂພກ​ພາຍ​ໃນ ສາມາດ​ຊື້​ຊີມັງ​ໃນ​ລາຄາ​ທີ່​ຖືກ​ກວ່າ​ການ​ນຳ​ເຂົ້າ​ຊີມັງ​ຈາກ​ຕ່າງປະເທດ​ ຫຼາຍ​ເທົ່າ ແລະ ຍັງ​ເປັນ​ການ​ປະກອບສ່ວນ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ລັດຖະບານ​ເພີ່ມ​ຂຶ້ນ ນອກ​ນັ້ນ​ຍັງ​ເປັນ​ການ​ສົ່ງເສີມ​ໃຫ້​ປະຊາຊົນ​ພາຍ​ໃນ​ແຂວງ​ຄຳ​ມ່ວນ ແລະ ແຂວງ​ອ້ອມ​ຂ້າງ​ມີ​ວຽກ​ເຮັດ​ງານ​ທຳ​ບໍ່​ຕ່ຳ​ກວ່າ 3.000 ຄົນ.

ສຳລັບ​ວັດຖຸ​ດິບ​ທີ່​ຈະ​ນຳ​ມາ​ປ້ອນ​ເຂົ້າ​ໂຮງງານ 99% ແມ່ນ​ໃຊ້​ວັດຖຸ​ດິບ​ພາຍ​ໃນ​ປະເທດ​ເຮົາ ແລະ 1% ແມ່ນ​ຈະ​ນຳ​ເຂົ້າ​ຈາກ​ຕ່າງປະເທດ ນັ້ນ​ແມ່ນ​ຖ່ານ​ຫີນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...