spot_img
Homeລົດຍົນ-ຍານພາຫະນະສຸດໂຫດ! ລົດ FENYR SUPERSPORT ຈາກຄ້າຍ W MOTORS ຜີສາດຮ້າຍ 900 ແຮງມ້າ

ສຸດໂຫດ! ລົດ FENYR SUPERSPORT ຈາກຄ້າຍ W MOTORS ຜີສາດຮ້າຍ 900 ແຮງມ້າ

Published on

ຂ່າວ​ໃໝ່​ໆ​ຈາກ​ແວ​ດວົງ​ລົດ​ຍົນ​ທັງ​ໃນ​ແລະ​ຕ່າງ​ປະເ​ທດ​ຍັງ​​ມີ​ມາ​ໃຫ້​ເຮົາ​ໄດ້​ເຫັນ​ກັນ​ຢ່າງ​ຕໍ່​ເນື່ອງ ມື້ນີ້ເຮົາ​ມີລົດ​ຊູ​ເປີ​ຄາຜີ​ສາດ​ຮ້າຍ​ສຸດ​ໂຫດ​ຈາກ​ຄ້າຍ W Motors ມາ​ຝາກ​ກັນ​ ແຮງ​ທັງ​ລົດ​ແລະ​ລາ​ຄາ​ກັນ​ເລີຍ​

ດັບ​ເບີນ​ຍູ ມໍ​ເຕີ (W Motors) ຄ້າຍລົດ​ຈາກ​ດິນແດນ​ຕະເວັນ​ອອກ​ກາງ ໄດ້​ເຜີຍ​ໂສມລົດ​​ຊູ​ເປີ​ຄາ Fenyr Supersport ພາຍ​ໃນ​ງານ ດູ​ໄບ ມໍ​ເຕີ​ໂຊ ສານ​ຕໍ່​ຄວາມ​ໂຫດ​ຕໍ່​ຈາກ Lykan Hypersport ທີ່​ເຄີ​ຍອອກ​ລວດ​ລາຍ​ໃນ​ໜັງ​ດັງ​ຢ່າງ  Furious 7  ໂດຍ ຜີ​ສາດ​ຮ້າຍ Fenyr Supersport ນັ້ນ​ມາ​ພ້ອມ​ກັບ ຮູບ​ລັກ​ສະນະ​ອັນ​ໜ້າຢ້ານ ຕົວ​ຖັງ​​ແບບ​ຟູ​ຄາບອນ​ໄຟ​ ສວຍງາມ​ລົງ​ຕົວ ມີ​ອັດຕາ​ເລັ່ງ​ຈາກ 0-100 ກມ./ຊມ. ໃນ​ເວລາ​ພຽງ​ແຕ່  2.7 ວິ​ນາ​ທີ ສ່ວນ​ຄວາມ​ໄວ​ສູງ​ສຸດ​ນັ້ນ​ຢູ່​ທີ່ 400 ກມ./ຊມ.

อย่างโหด-รถยนต์-fenyr-supersport-จากค่าย-w-motors-ปีศาจร้าย-900-แรงม้า

ສ່ວນ​ຂຸມ​ພະລັງ​ຄວາມ​ໂຫດຮ້າຍ​ນັ້ນ​ມາ​ພ້ອມ​ກັບ​ເຄື່ອງ​ຈັກ 6 ສູບ​ 4.0 ລີດ ເທີ​ໂບ​ຄູ່ ກຳ​ລັງ​ສູງ​ສຸດ​ຢູ່​ທີ່ 900 ແຮງ​ມ້າ ສ່ວນ​ແຮງ​ບິດ​ນັ້ນ​ຢູ່​ທີ່  1,200 ນິວ​ຕັນ​ແມັດ ທັງ​ໂຫດ​ທັງ​ແຮງ​ແທ້ໆ

ລົດ​ Fenyr Supersport ຄັນ​ນີ້​ອອກ​ແບບ​ແລະ​ສ້າງ​ມາ​ເພື່ອ​ຜູ້​ໃຊ້​ລະ​ດັບ​ມະຫາ​ເສດ​ຖີ ເພາະ​ຜະລິດ​ອອກ​ມາ​ພຽງ​ແຕ່ 25 ຄັນ​ໃນ​ໂລກ​ເທົ່າ​ນັ້ນ ສ່ວນ​ລາ​ຄາ​ນັ້ນ​ຍັງ​ບໍ່ມີ​ການ​ເປີດ​ເຜີຍ​ແຕ່​ຢ່າງ​ໃດ ແ​ຕ່ເດົາ​ກັນ​ວ່າ​ໜ້າ​ຈະ​ຢູ່​ເກືອບດຽວ​ກັບ  Lykan Hypersport ຊຶ່ງ​ຢູ່​ທີ່ 3.4 ລ້ານ​ຫລຽນສະຫະລັດ

อย่างโหด-รถยนต์-fenyr-supersport-จากค่าย-w-motors-ปีศาจร้าย-900-แรงม้า-04 อย่างโหด-รถยนต์-fenyr-supersport-จากค่าย-w-motors-ปีศาจร้าย-900-แรงม้า-03 อย่างโหด-รถยนต์-fenyr-supersport-จากค่าย-w-motors-ปีศาจร้าย-900-แรงม้า-02 อย่างโหด-รถยนต์-fenyr-supersport-จากค่าย-w-motors-ปีศาจร้าย-900-แรงม้า-01

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...