spot_img
Homeວິທະຍາສາດ-ວິທະຍາການນີ້ຄືສິ່ງທີ່ເກີດຂື້ນກັບຮ່າງກາຍຫລັງຈາກທີ່ເຈົ້າຕາຍແລ້ວ

ນີ້ຄືສິ່ງທີ່ເກີດຂື້ນກັບຮ່າງກາຍຫລັງຈາກທີ່ເຈົ້າຕາຍແລ້ວ

Published on

ມະນຸດ​ທຸກ​ຄົນ​ຈະ​ຕ້ອງ​ຕາຍ​ເມື່ອ​ເຖິງ​ວາ​ລະ​ໜຶ່ງ ແຕ່​ຈະ​ເກີດ​ຫຍັງ​ຂຶ້ນ​ຫລັງ​ຈາກ​ນັ້ນ​ເປັນ​ເລື່ອງ​ທີ່​ໜ້າ​ສົນ​ໃຈ ຫາກ​ເຈົ້າ​ຢ້ານ ແຕ່​ກໍ​ຊ່ວຍ​ບໍ່​ໄດ້ ນີ້​ຄື​ຂະ​ບວນ​ການ​ທາງ​ທຳມະຊາດ​ທີ່​ຈະ​ຕ້ອງ​ເປັນ​ໄປ

ຫລັງ​ຈາກ​ທີ່​ຫົວ​ໃຈ​ຂອງ​ເຈົ້າ​ຢຸດ​ເຕັ້ນ ຮ່າງກາຍ​​ເຮົາ​ຈະ​ເລີ່ມ​ຍ່ອຍສະຫ​ລາຍ​ຕົວ​ເອງ​ຢ່າງ​ຊ້າ​ໆ (ໂດຍ​ບໍ່​ມີ​ຂັ້ນ​ຕອນ​ຂອງ​ການ​ເກັບ​ປິ່ນປົວ​ເຊັ່ນ ການ​ດອງ​ສົບ​ຫລື​ການເຮັດ​ມຳ​ມີ່)

ມັນ​ເລີ່ມ​ຕົ້ນ​ຈາກ​ຈຸດ​ນ້ອຍ​ໆ ໃນ​ລະ​ດັບ​ເຊລ໌ ຕໍ່​ດ້ວຍ​ແບກ​ທີ​ເຣຍ ສັດ ໄປ​ຈົນ​ເຖິງ​ການ​ຍ່ອຍ​ອະໄວຍະວະ​ແລະ​ເນື້ອ​ເຍື່ອ​ຂອງ​ຕົວ​ເອງ ແລະ​ນີ້​ຄື​ຂະ​ບວນ​ການ​ທັງ​ໝົດ​ຂອງ​ການ​ຍ່ອຍສະຫ​ລາຍ​ຫລັງ​ຄວາມ​ຕາຍ

1bc90ae8ed5175a8c200ffbdaae04ed7

1. ສະຫມອງ​ຈະ​ຢຸດ​ການເຮັດວຽກງານ

2. ອຸນຫະພູມ​ຮ່າງກາຍ​ຈະ​ຫລຸດລົງ 1.6 °F (ໂດຍ​ສະເລ່ຍ​ແລ້ວ​ປະ​ມານ 1 °C) ຕໍ່​ຊົ່ວ​ໂມງ​ຈົນ​ກວ່າ​ຈະ​ມີ​ອຸນຫະພູມ​ໃກ້​ຄຽງ​ກັບ​ອຸນຫະພູມ​ໂດຍ​ຮອບ

3. ເຊລ໌​ໃນ​ຮ່າງກາຍ​ຈະ​ເລີ່ມ​ຕາຍ​ຈາກ​ການ​ຂາດ​ອັອກ​ຊິ​ເຈນ ແລະ​ເລີ່ມ​ເສື່ອມ​ສະພາບ​ແລະ​ສະ​ຫລາຍ​ຕົວ ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຂະ​ບວນ​ການ​ເນົ່າ​ເປື່ອຍ (process of putrefaction)

4. ແຄ​ຊຽມ​ໄອ​ອອນ​ຈະ​ໄຫລ​ໄປ​ຢູ່​ທີ່​ເຊລ໌​ກ້າມ​ເນື້ອ​ຫລາຍ​ຂຶ້ນ ແຕ່​ຮ່າງກາຍ​ບໍ່​ມີ​ພະລັງ​ງານ (ATP) ໃນ​ການ​ນຳ​ແຄ​ຊຽມ​ໄອ​ອອນ​ຜ່ານ​ແນວຫຸ້ມ​ເຊລ໌​ອອກ​ໄປ​ໄດ້ ຈຶ່ງ​ເກີດ​ການ​ລວມ​ຕົວ​ຂອງ​ເສັ້ນ​ໃຍ​ໂປຣ​ຕີນ​ກັບ​ກ້າມ​ເນື້ອ ເຮັດໃຫ້​ເກີດ​ສະພາບ​ແຂງ​ຕົວ​ຫລື​ທີ່​ເອີ້ນວ່າ Rigor mortis ຊຶ່ງ​ໃຊ້​ເວລາ​ປະ​ມານ 36 ຊົ່ວ​ໂມງ​ກ່ອນ​ທີ່​ສະພາບ​ຮ່າງກາຍ​ຈະ​ກັບ​ມາ​ອ່ອນ​ຕົວ​ຄືເກົ່າ

5. ເມື່ອ​ກ້າມ​ເນື້ອ​ຜ່ອນ​ຕົວ​ລົງ​ແລ້ວ ຮ່າງກາຍ​ຈະ​ປ່ອຍ​ຂອງ​ເສຍ​ພວກ​ອຸດ​ຈາ​ລະ​ແລະ​ຍ່ຽວ​ອອກ​ມາ

6. ຜິວ​ໜັງ​ຂອງ​ເຈົ້າ​ຈະ​ເລີ່ມ​ຫົດ​ຕົວ ນັ້ນ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ເຮົາ​ຮູ້ສຶກ​ວ່າ​ຜົມ​ແລະ​ເລັບ​ຍາວ​ຂຶ້ນ

7. ຜິວ​ຈະ​ເບິ່ງ​ຊີດ​ແລະ​ເປັນ​ຜື່ນ​ສີ​ແດງ (reddish splotches) ຈາກ​ການ​ຕົກ​ເລືອດ​ຕາມ​ແຮງ​ໂນ້ມ​ຖ່ວງ

​8. ຂຽວ​ຄ້ຳ​ເນື່ອງ​ຈາກ​ເອນ​ໄຊມ໌​ໃນ​ອະໄວຍະວະ​ພາຍ​ໃນ​ເລີ່ມ​ຍ່ອຍ​ຕົວ​ເອງ ແລະ​ມັກ​ມີ​ແບກ​ທີ​ເລຍ​ເຂົ້າ​ມາ​ຊ່ວຍ​ໃນ​ຂະ​ບວນ​ການ

9. ເລີ່ມ​ໄດ້​ກິ່ນ​ບໍ່​ພຶງ​ປະສົງ​ເນື່ອງ​ຈາກ​ຮ່າງກາຍ​ເລີ່ມ​ເນົ່າ​ເປື່ອຍ ແລະ​ປ່ອຍ​ສານ putrescine/cadaverine

10. ແມງ​ຈະ​ເລີ່ມ​ກິນ​ເຈົ້າ-ຕົວ​ອ່ອນ​ແມງ​ວັນ ຫລື Maggots ຈະ​ຍ່ອຍ 60% ຂອງ​ຮ່າງກາຍ​ເຈົ້າ​ພາຍ​ໃນ 1 ອາທິດ

11. ຕົວ​ເຈົ້າ​ຈະ​ມີ​ສີ​ມ່ວງ​ແລະ​ເລີ່ມ​ດຳ​ລົງ​ຈາກ​ການ​ທີ່​ເຊື້ອ​ແບກ​ທີ​ເລຍ​ເລີ່ມ​ຍ່ອຍ​ຮ່າງກາຍ​ຂອງ​ເຈົ້າ

12. ຜົມ​ຂອງ​ເຈົ້າ​ຈະ​ເລີ່ມ​ຫລົ່ນ

13. ຫາກ​ຮ່າງກາຍ​ຂອງ​ເຈົ້າ​ຖືກ​ຖິ້ມ​ໄວ້​ທີ່ 50 °F (10 °C) ຈະ​ໃຊ້​ເວລາ​ປະ​ມານ 4 ເດືອນ​ໃນ​ການ​ຍ່ອຍສະຫລາຍຈົນ​ເຫລືອ​ແຕ່​ໂຄງ​ກະດູກ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...