ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີອັນ ດີງາມຂອງຊາດຂອງເຜົ່າທີ່ ເຄີຍປະຕິບັດກັນມາ ແລະ ຕິດ ພັນກັບການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງເງິນ ຄົບຮອບ 23 ປີ ທັງເປັນການເຕົ້າໂຮມຄວາມສາມັກຄີໃຫ້ເປັນນ້ຳໜຶ່ງໃຈດຽວກັນ, ທັງເປັນການກະ ຕຸກຊຸກຍູ້ການທ່ອງທ່ຽວ ແລະ ການແລກປ່ຽນຊື້-ຂາຍໃຫ້ມີຂະ ບວນຟົດຟື້ນ ເມື່ອບໍ່ ດົນຜ່ານ ມານີ້ ຢູ່ທີ່ອ່າງເກັບນ້ຳຫ້ວຍນາ ນ້ອຍ ເມືອງເງິນ ແຂວງໄຊຍະ ບູລີໄດ້ປິດການຈັດງານແຂ່ງ ຂັນເຮືອຊ່ວງປະຈຳປີ, ເຂົ້າຮ່ວມ ເປັນກຽດມີ ທ່ານ ເພັງນິລັນ ຄຳພັນເພັງ ກຳມະການປະ ຈຳພັກແຂວງ ຮອງເຈົ້າແຂວງ, ມີຕາງໜ້າຄະນະນຳຈາກຊຽງ ຮ່ອນເມືອງຫົງສາ, ເມືອງຄອບ, ເມືອງປາກແບງແຂວງອຸດົມໄຊ, ມີຄະນະປະຈຳພັກ ເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ບໍລິສັດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາ ຊົນເຂົ້າຊົມຢ່າງຄັບຄາໜາແໜ້ນ. ງານແຂ່ງຂັນຊ່ວງເຮືອ ປະຈຳປີໃນຄັ້ງນີ້ມີເຮືອເຂົ້າແຂ່ງ ຂັນທັງໝົດ 20 ລຳ ໃນນັ້ນເພດຊາຍ 10 ລຳ ແລະ ເພດຍິງ 10 ລຳ, ຜົນການແຂ່ງຂັນເຮືອ ຊ່ວງປະຈຳປີທີ 1 ເພດຊາຍ ແມ່ນເຮືອບ້ານນາງົວ, ທີ 1 ເພດຍິງແມ່ນເຮືອບ້ານບີໝີ, ທີ 2 ເພດຊາຍ ແມ່ນເຮືອບ້ານ ບີໝີ, ທີ 2 ເພດຍິງແມ່ນເຮືອ ບ້ານນາງົວ, ທີ 3 ເພດຊາຍ ແມ່ນເຮືອບ້ານຫຼວງມີໄຊ ແລະ ທີ 3 ເພດຍິງແມ່ນເຮືອບ້ານ ຂອນ. ໃນງານຍັງມີການປະ ກວດເຮືອງາມ ແລະ ອາຫານ ພື້ນເມືອງ.
ເມືອງເງິນ ແຂ່ງຂັນເຮືອຊ່ວງປະຈຳປີ
2079

ບົດຄວາມຫຼ້າສຸດ
ຂ່າວຕ່າງປະເທດ
ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ
ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ
ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...
Baby-ແມ່ແລະເດັກ
ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ
ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ
ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...
ຂ່າວຕ່າງປະເທດ
ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ
ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ.
ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...
ຂ່າວພາຍໃນ
ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.
ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ.
ໃນເຊົ້າວັນທີ 2...