Homeມູມໄອທີລາວຫຼຸດ Huawei Mate 8 ຈະມາພ້ອມກັບ EMUI 4.0 ແລະ Android 6

ຫຼຸດ Huawei Mate 8 ຈະມາພ້ອມກັບ EMUI 4.0 ແລະ Android 6

Published on

ໃກ້ເຂົ້າມາແລ້ວສຳລັບມື້ເປີດໂຕຢ່າງເປັັນທາງການຂອງ Huawei Mate 8 ໃນວັນທີ 26.11.2015 ທີ່ຈະມາຮອດນີ້ເຊິ່ງກ່ອນຈະຮອດມື້ເປີດໂຕຢ່າງເປັນທາງການກໍມີຂ່າວຫຼຸດອອກມາວ່າ Huawei Mate 8 ນັ້ນຈະມາພ້ອມ ກັບ EMUI 4.0 ແລະ Android 6 (Marshmallow)

image

image

ເທົ່າທີ່ມີຂ່າວຫຼຸດອອກມາໃນຕອນນີ້ກໍຄື Huawei Mate 8 ນັ້ນຈະມາພ້ອມກັບໜ່ວຍປະມວນຜົນ Octa-Core Hisilicon Kirin 950 ( ເຊິ່ງສາມາດເຮັດຄະແນນ AnTuTu-Benchmark ໄດ້ສູງເຖິງ 89.630 ) . ແລະຄາດວ່າຈະອອກຈຳໜ່າຍໃນສອງລຸ້ນທີ່ແຕກຕ່າງກັນຄື:

– ລຸ້ນທຳມະດາທີ່ມາພ້ອມກັບ RAM 3 GB ກັບຣອມ 32GB

– ລຸ້ນແບບພຣີມ້ຽມທີ່ມາພ້ອມກັບ RAM 4 GB  ກັບຣອມ 64GB

ເຊິ່ງທັງສອງລຸ້ນນີ້ແມ່ນມາພ້ອມກ້ອງຫຼັງຄວາມລະອຽດ 20 Megapixel ແລະກ້ອງໜ້າຄວາມລະອຽດ 8 Megapixel

ສຳລັບຮູບພາບຕົວເຄື່ອງທີ່ຫຼຸດອອກມານັ້ນ ສາມາດຮັບຊົົມໄດ້ດ້ານລຸ່ມນີ້

image

image

image

image

image

ທີ່ມາ: Huawei Blog

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...