Homeຂ່າວການພັດທະນາພັນລະຍາປະທານປະເທດ ມອບຄອມພິວເຕີ ໃຫ້ຫລາຍພາກສ່ວນ

ພັນລະຍາປະທານປະເທດ ມອບຄອມພິວເຕີ ໃຫ້ຫລາຍພາກສ່ວນ

Published on

keosaiyjai

ຂປລ.​ ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 19 ພະຈິກ 2015, ທ່ານ ດຣ. ນາງ ​ແກ້ວ​ສາຍ​ໃຈ ​ໄຊ​ຍະ​ສອນ ພັນ​ລະ​ຍາ ທ່ານ​ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ຕາງໜ້າ ​ໃຫ້​ບັນດາ​ພັນ​ລະ​ຍາ​ການ​ນຳ​ ພັກ–ລັດ ມອບ​​ເຄື່ອງ​ຄອມ​ພິ​ວ ເຕີ ຈຳນວນໜຶ່ງ​ໃຫ້​ພາກສ່ວນ​ຕ່າງໆ ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ທີ່​ຍັງ​ຂາດ​ເຂີນ ນຳ​ໄປໝູນ​ໃຊ້​ເຂົ້າ​ໃນ​ວຽກງານ​ຕົວ​ຈິງ ​ໃຫ້​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ ບັນດາ​ຫ້ອງ​ສະໝຸດ​ຂອງ​ໂຮງຮຽນຕ່າງໆ ທີ່ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ແລະ ຍັງ​ຂາດທຶນ​ຮອນ ​ແລະ ວັດຖຸ​ທັນ​ສະ​ໄໝ. ​ເຊິ່ງຄອມ​ພິວ​ເຕີທັງໝົດ ​ແມ່ນ​ການສະໜັບສະໜູນ ຊ່ວຍ​ເຫລືອຈາກ​ບໍລິສັດ ມັງກອນ​ຄຳ.

ສຳລັບ​ບັນດາ​ພາກສ່ວນ​ ທີ່​ໄດ້​ຮັບ​ເຄື່ອງ​ຄອມ​ພິວ​ເຕີ​ໃນ​ຄັ້ງ​ນີ້ ປະກອບ​ມີ: ພະ​ແນ​ກສຶກສາທິການ ​ແລະ ກິລາ ​ແຂວງ​ບໍລິ​ຄຳ​ໄຊ ​ຄອມ​ພິວ​ເຕີ 8 ຊຸດ, ​ໂນ​ດບຸກ 14 ​ເຄື່ອງ; ພະ​ແນ​ກສຶກສາທິການ ​ແລະ ກິລາ ​ແຂວງ​ວຽງຈັນ ຄອມ​ພິວ​ເຕີ 8 ຊຸດ, ​ໂນ​ດບຸກ 14 ​ເຄື່ອງ; ພະ​ແນ​ກສຶກສາທິການ ​ແລະ ກິລາ ​ແຂວງ​ຊຽງຂວາງ ຄອມ​ພິວ​ເຕີຕັ້ງ​ໂຕະ 2 ​ເຄື່ອງ, ​ໂນ​ດບຸກ 4 ​ເຄື່ອງ, ພະ​ແນ​ກສຶກສາທິການ ​ແລະ ກິລາ ​ນະຄອນຫລວງ​ວຽງຈັນ ໂນ​ດບຸກ 10 ​ເຄື່ອງ​; ຫ້ອງການ​ເມືອງ​ເຊ​ໂປ​ນ ​ຄອມ​ພິວ​ເຕີ 5 ຊຸດ, ​ໂນ​ດບຸກ 5 ​ເຄື່ອງ; ຫ້ອງການ​ທະ​ຫານ​ແຂວງ ອຸດົມ​ໄຊ ​ຄອມ​ພິວ​ເຕີ 2 ຊຸດ, ​ໂນ​ດບຸກ 3 ​ເຄື່ອງ; ຫ້ອງການ​ຊາວໜຸ່ມ ​ເມືອງ​ແມດ ​ແຂວງ​ວຽງຈັນ ​​ໂນ​ດບຸກ 2 ​ເຄື່ອງ; ຫ້ອງການສະ​ຖາ​ບັນ​ການ​ຕ່າງປະ​ເທ​ດ ກະຊວງ​ການ​ຕ່າງປະ​ເທດ 2 ​ເຄື່ອງ ​ແລະ ຫ້ອງການ​ກອງ​ບັນຊາ​ການ​ທະຫານ ປ້ອງ​ກັນ​ປະທານ​ປະ​ເທດ 10 ​ເຄື່ອງ.

​ໃນ​ໄລຍະ​ຜ່ານ​ມາ ບັນດາ​ພັນ​ລະ​ຍາການ​ນຳ ກໍ​ໄດ້​ຮິບ​ໂຮມ​ທຶນສ່ວນ​ຕົວ ​ແລະ ການສະໝັກ​ໃຈ ຈາກ​ພາກ ສ່ວນ​ທຸລະ​ກິດຈຳນວນໜຶ່ງ ທີ່​ຢາກ​ປະກອບສ່ວນ​ຊ່ວຍ​ເຫລືອ​ສັງຄົມ ​ໂດຍ​ສະ​ເພາະ​ແມ່ນ​ ອຸປະກອນ​ການ​ຮຽນ, ປຶ້ມ​ແບບຮຽນ, ວາລະສານ​ຕ່າງໆ ລວມທັງ​ເຄື່ອງອຸປະກອນ​ກິລາ ​ແລະ ອື່ນໆ ​ເພື່ອ​ປະກອບສ່ວນ ​ໃຫ້​ບັນດາ​ໂຮງຮຽນ ທີ່ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ໃນ​ທົ່ວ​ປະ​ເທດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...