spot_img
Homeຂ່າວເຫດການຄະນະປະຈຳສະພາແຫ່ງຊາດ ຄົ້ນຄ້ວາຫລາຍບັນຫາ ໃນກອງປະຊຸມປະຈຳເດືອນພະຈິກນີ້!

ຄະນະປະຈຳສະພາແຫ່ງຊາດ ຄົ້ນຄ້ວາຫລາຍບັນຫາ ໃນກອງປະຊຸມປະຈຳເດືອນພະຈິກນີ້!

Published on

panee

ຂປລ. ອີງ​ຕາມ​ແຫລ​ງຂ່າວ​ຈາກ ສະພາ​ແຫ່ງ​ຊາດ ກອງ​ປະຊຸມ​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະຈຳ​ເດືອນພະຈິກ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 18-19 ພະຈິກ 2015 ທີ່​ຫ້ອງ​ປະຊຸມ​ຫ້ອງ​ວ່າການ​ ສະພາ​ແຫ່ງ​ຊາດ ພາຍ​ໃຕ້ການ​ເປັນ​ ປະທານຂອງ​ ທ່ານ ​ນາງ​ ປານີ ຢາ​ທໍ່​ຕູ້  ປະທານ​ຄະນະ​ປະຈຳ, ຮອງປະທານ ກຳ​ມະ​ການ​ຄະນະ​ປະຈຳ ພ້ອມ​ດ້ວຍ ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະຊຸມ ​ໄດ້​ຮັບ​ຟັງບົດ​ລາຍ​ງານ ກ່ຽວກັບ​ການ​ກະກຽມ ກອງ​ປະຊຸມສະ​ໄໝສາມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII,  ການ ​ກະກຽມ ກົດໝາຍຕ່າງໆ, ກະກຽມ​ເອກະສານ​ຮັບ​ໃຊ້​​ ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ແລະ ການ​ສ້າງ​ຕັ້ງ​ສະພາ​ ປະຊາຊົນ​ທ້ອງ​ຖິ່ນ, ລາຍ​ງານ​ຄືນ​ບາງ​ມາດຕາ ​ຂອງ​ຮ່າງ​ລັດຖະບັນ​ຍັດ ວ່າ​ດ້ວຍ​ພົນລະ​ເມືອງກິດ​ຕິ​ມະ​ສັກ. ພ້ອມ​ທັງ ​ພິຈາລະນາ​ການ​ໃຫ້​ສັດຕະຍາບັນ ​ວ່າ​ດ້ວຍ​ການ​ເຄື່ອນ​ຍ້າຍ​ບຸກຄົນ ວິຊາ​ຊີບ/​ແຮງ​ງານ​ສີມື​ອາຊຽນ (MNP)  ​ແລະ ການ​ຍົກ​ສະຖານະ​ຫ້ອງ​ການ ​ຕິດຕາມ​ກວດກາ​ສະ ພາບ ​ເສດຖະກິດ​ມະພາກ​ ອາຊຽນ+3 ​ໃຫ້​ເປັນ​ອົງການ​ຈັດ​ຕັ້ງ​ສາກົນ (AMRO) ຮັບຮອງ​ເອົາ​ຂໍ້​ຕົກລົງ​ ວ່າ​ດ້ວຍ​ມາດຕະຖານ ​ການກວດ​ສອບ​ແຫ່ງ​ລັດ ​ແລະ ຂໍ​ການ​ພິຈາລະນາ ​ເພື່ອ​ໃຫ້​ສັດຕະຍາບັນ​ແກ່ ສັນຍາ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ.

ນອກ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​ສະ​ເໜີ ຂໍ​ອະນຸມັດທາ​ງດ້ານ​ຫລັກການ ​ໃນ​ການ​ພັດທະນາ​ໂຄງການ​ນ້ຳ​ອູ ​ໄລ ຍະ 2 ການ​ຕົກລົງ​ກ່ຽວກັບ​ໂຄງການ ​ເຂື່ອນ​ໄຟຟ້າ​ດອນ​ສະ​ໂຮງ, ​ໂຄງການ​ເຂື່ອນ​ໄຟຟ້ານ້ຳຕົກ ນ້ຳ​ກົງ 2 ​ແລະ ການ​ປັນ​ປ່ຽນທີ່​ດິນ​ປ່າ​ສະຫງວນ ​ເຂົ້າ​ໃນ​ການ​ພັດທະນາ​ໂຄງການ ​ເຂື່ອນ​ໄຟຟ້າ​ນ້ຳເທີນ 1 ​ແລະ ການ​ຂໍ​ຍົກ​ເວັ້ນຄ່າ​ທຳນຽມ ຈົດ​ທະບຽນນິຕິ​ກຳ​ການ​ນຳ​ໃຊ້ດິນ​ລັດ ​ຂອງ​ໂຄງການ​ສາຍ​ສົ່ງ​ໄຟຟ້າ​​ແຮງ​ສູງ 230 ກິ​ໂລ​ໂວ​ນ ພາກ​ເໜືອ ​ແລະ ຄ່າ​ທຳນຽມຕ່າງໆ ທີ່​ກ່ຽວຂ້ອງ​ແລວ​ສາຍ​ສົ່ງ​ ຜ່ານ​ປ່າ​ປ້ອງ​ກັນ​ແຫ່ງ​ຊາດ ສຳລັບ​ໂຄງການ​ກໍ່ສ້າງ​ສາຍ​ສົ່ງ 230 ກິໂລ​ໂວ​ນ ​ແຕ່​ທ່າວຽງຫາ​ຫລັກ 20.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...