spot_img
Homeຂ່າວພາຍ​ໃນຂົວມິດຕະພາບ 4 ໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍຄວາມສະດວກ ໃຫ້ແກ່ແຂວງບໍ່ແກ້ວຫຼາຍຢ່າງ

ຂົວມິດຕະພາບ 4 ໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍຄວາມສະດວກ ໃຫ້ແກ່ແຂວງບໍ່ແກ້ວຫຼາຍຢ່າງ

Published on

ຂົວມິດຕະພາບ 4 ໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍຄວາມສະດວກ ໃຫ້ແກ່ແຂວງບໍ່ແກ້ວຫຼາຍຢ່າງ

ທ່ານ ຄຳ​ໝັ້ນ ສຸນ​ວິ​ເລີດ ເຈົ້າແຂວງ​ບໍ່​ແກ້ວ ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ໃນ​ໂອກາດ​ກະກຽມ​ການ​ເປີດ​ນຳ​ໃຊ້​ຂົວ​ມິດຕະພາບ 4 ລາວ-ໄທ ຫ້ວຍ​ຊາຍ-ຊຽງ​ຂອງ ໃນ​ວັນ​ທີ 10 ທັນວາ 2013 ນີ້ ທີ່​ຫ້ອງ​ວ່າການ​ແຂວງ​ບໍ່​ແກ້ວ​ວ່າ: ສະພາບ​ການ​ກໍ່ສ້າງ​ຂົວ​ມິດຕະພາບ 4 ຫ້ວຍ​ຊາຍ-ຊຽງ​ຂອງ ມາ​ຮອດ​ປັດຈຸບັນ ການ​ກໍ່ສ້າງ​ຂົວ​ອາຄານ​ດ່ານ ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ​ແມ່ນ​ສຳເລັດ 100%.

ພາຍຫຼັງ​ທີ່​ຂົວ​ແຫ່ງ​ນີ້ ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ ມັນ​ຈະ​ສາມາດ​ສ້າງ​ເງື່ອນໄຂ​ທີ່​ເອື້ອ​ອຳນວຍ​ຄວາມ​ສະດວກ​ຫຼາຍໆ​ຢ່າງ​ໃຫ້​ແຂວງ ເປັນຕົ້ນ​ແມ່ນ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ ເພື່ອ​ດຶງ​ດູດ​ແຫຼ່ງ​ທຶນ ແລະ ນັກ​ລົງທຶນ ມາ​ລົງທຶນ​ຢູ່​ແຂວງ​ບໍ່​ແກ້ວ ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ເພື່ອ​ໃຫ້​ແຂວງ​ມີ​ການ​ພັດທະນາ​ໄວ​ຂຶ້ນ ແລະ ມີ​ເງື່ອນໄຂ​ສ້າງ​ພື້ນຖານ​ວັດຖຸ​ເຕັກນິກ​ໃຫ້​ມີ​ຄວາມ​ເຂັ້ມແຂງ ສາມາດ​ແຂ່ງຂັນ​ໃນ​ຕະຫຼາດ​ພາກ​ພື້ນ​ໄດ້ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ສັງຄົມ ແລະ ສ້າງ​ຖານ​ອາກອນ​ລາຍ​ຮັບ​ໃຫ້​ຂະຫຍາຍ​ກວ້າງ​ອອກ ພ້ອມ​ນີ້​ຍັງ​ເປັນ​ການ​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ ໂດຍ​ສະເພາະ​ໃນ​ການ​ປູກຝັງ-ລ້ຽງສັດ​ທີ່​ປອດ​ສານ​ເຄ​ມີ ແລະ ກະສິກຳ​ສະອາດ ເພື່ອ​ບໍລິໂພກ​ພາຍ​ໃນ ແລະ ສົ່ງ​ອອກ ສົ່ງເສີມ​ການ​ຜະລິດ​ສິນຄ້າ ບໍລິການ​ຕາມ​ຊາຍ​ແດນ ຕາມ​ແລວ​ທາງ​ເສດຖະກິດ​ເໜືອ-ໃຕ້ ສົ່ງເສີມ​ການ​ຜະລິດ​ທີ່​ປະຊາຊົນ​ມີ​ມູນເຊື້ອ ແລະ ມີ​ທ່າແຮງ ເປັນຕົ້ນ​ແມ່ນ ເຄື່ອງ​ທີ່​ລະນຶກ​ເພື່ອ​ບໍລິການ​ນັກ​ທ່ອງ​ທ່ຽວ ຈະ​ສ້າງ​ຄວາມ​ສາມາດ​ຂອງ​ວິ​ສາ​ຫະ​ກິດ​ຂະໜາດ​ກາງ ແລະ ຂະໜາດ​ນ້ອຍ​ໃຫ້​ເຂົ້າ​ເຖິງ​ຕະຫຼາດ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ເປັນ​ການ​ສົ່ງເສີມ​ການທ່ອງທ່ຽວ​ຕາມ​ຊາຍ​ແດນ ບໍລິການ​ນັກ​ທ່ອງ​ທ່ຽວ​ຜ່ານ ແລະ ພັດທະນາ​ການທ່ອງທ່ຽວ ເຊື່ອມ​ຕໍ່​ກັບ​ປະເທດ​ໃກ້​ຄຽງ ພັດທະນາ​ຈຸດ​ແວ່​ທີ່​ສາມາດ​ດຶງ​ດູດ​ຜູ້​ຄົນ​ໃຫ້​ທ່ຽວ​ຊົມ​ທຳ​ມະ​ຊາດ ວັດທະນາ​ທຳ​ຕາມ​ແລວ​ທາງ ພ້ອມ​ກັນ​ນັ້ນ ກໍ​ໄດ້​ປັບປຸງ​ເຮືອນ​ພັກ ໂຮງແຮມ ຮ້ານ​ອາຫານ ຮ້ານ​ບັນເທີງ​ຕ່າງໆ​ໃຫ້​ໄດ້​ມາດຕະຖານ ສຳລັບ​ພະນັກງານ ຫຼື ບັນດາ​ໜ່ວຍ​ງານ​ຂອງ​ລັດ ໃນ​ການ​ບໍລິການ​ດ່ານ​ສາກົນ 4 ກໍ​ໄດ້​ຮັບ​ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ແລະ ປະສົບ​ການ​ໃຫ້​ນັບ​ມື້​ນັບ​ທັນ​ສະໄໝ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່ ເພື່ອ​ເພີ່ມ​ປະສິດທິພາບ​ຂອງ​ງານ​ໃຫ້​ສູງ​ຂຶ້ນ ທັງ​ສາມາດ​ເຊື່ອມ​ໂຍງ​ກັບ​ສາກົນ​ໄດ້​ເປັນ​ຢ່າງ​ດີ ແລະ ພັດທະນາ​ດ້ານ​ການ​ບໍລິການ​ທາງ​ຜ່ານ​ໃຫ້​ມີ​ຄຸນ​ນະ​ພາບ​ດີ.

ໄປ​ຄຽງ​ຄູ່​ກັນ​ນັ້ນ ກໍ​ໄດ້​ເອົາໃຈໃສ່​ພັດທະນາ​ລະບົບ​ການ​ຂົນສົ່ງ​ສິນຄ້າ ການ​ຂົນສົ່ງ​ໂດຍສານ​ຜ່ານ​ແດນ​ລະຫວ່າງ​ປະເທດ ແລະ ຂົງເຂດ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ໃຫ້​ມີ​ປະສິດທິພາບ​ສູງ​ຂຶ້ນ​ກວ່າ​ເກົ່າ ຫຼຸດຜ່ອນ​ເວລາ​ຂົນສົ່ງ ແລະ ຫຼຸດຜ່ອນ​ຕົ້ນ​ທຶນ​ຂອງ​ການ​ຂົນສົ່ງ ຫຼຸດຜ່ອນ​ຂັ້ນ​ຕອນ​ລະບຽບ​ການ​ຕ່າງໆ​ໃນ​ການ​ຜ່ານ​ແດນ ແລະ ບັນດາ​ຄວາມ​ສ່ຽງ​ຕ່າງໆ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...