spot_img
Homeຂ່າວຕ່າງປະເທດຜູ້ນຳຫວຽດນາມ ແລະ ຟິລິບປິນ ລົງນາມຍົກລະດັບການພົວພັນ ເປັນຄູ່ຮ່ວມມືຍຸດທະສາດ!

ຜູ້ນຳຫວຽດນາມ ແລະ ຟິລິບປິນ ລົງນາມຍົກລະດັບການພົວພັນ ເປັນຄູ່ຮ່ວມມືຍຸດທະສາດ!

Published on

interphoto_1397177750

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກຜ່ານມານີ້ວ່າ ທ່ານ ເຈື່ອງເຕິນຊາງ ປະທານປະເທດຫວຽດນາມ ແລະ ທ່ານ ເບນິກໂນ ອະຄີໂນ ປະທານາທິບໍດີ ແຫ່ງປະເທດຟິລິບປິນ ໄດ້ລົງນາມໃນສັນຍາ ເພື່ອຍົກລະດັບການພົວພັນຮ່ວມມື ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ ເພື່ອຮັດແໜ້ນສາຍພົວພັນ ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ການລົງນາມໃນສັນຍາດັ່ງກ່າວ ມີຂຶ້ນໃນລະຫວ່າງທີ່ ທ່ານ ເຈື່ອງເຕິນຊາງ ເດີນທາງເຂົ້າຮ່ວມກອງປະຊຸມ ຜູ້ນຳກຸ່ມຮ່ວມມືທາງດ້ານເສດຖະກິດ ອາຊີ-ປາຊີຟິກ ຫລື ເອເປັກ ຊຶ່ງຈັດຂຶ້ນຢູ່ນະຄອນຫລວງມະນີລາ ປະເທດຟິລິບປິນ ໂດຍທ່ານປະທານາທິບໍດີຟິລິບປິນ ໄດ້ກ່າວວ່າ ຂໍ້ຕົກລົງດັ່ງກ່າວນີ້ ຈະເຮັດໃຫ້ການຮ່ວມມື ລະຫວ່າງ ຟິລິບປິນ-ຫວຽດນາມ ເລິກເຊິ່ງຍິ່ງຂຶ້ນ ໂດຍສະເພາະທາງດ້ານເສດຖະກິດ, ກະສິກຳ ແລະ ການປ້ອງກັນປະເທດ.

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...