spot_img
Homeຂ່າວທ້ອງຖິ່ນເມືອງແປກ ຈະຍ້າຍຕະຫລາດກະສິກໍາໂພນສະຫວັນ ໄປຢູ່ສວນພູຄໍາ ກາງເດືອນພະຈິກນີ້!

ເມືອງແປກ ຈະຍ້າຍຕະຫລາດກະສິກໍາໂພນສະຫວັນ ໄປຢູ່ສວນພູຄໍາ ກາງເດືອນພະຈິກນີ້!

Published on

2007_12_49
(ພາບປະກອບ)

ຂປລ. ອໍານາດການປົກຄອງ ແຂວງຊຽງ​ຂວາງ ເມືອງແປກ ​ໄດ້ຕົກລົງຍົກຍ້າຍ ຕະຫລາດກະສິກໍາ ​ໂພນ​ສະຫວັນ ບ່ອນເກົ່າ ໄປຢູ່ສວນພູຄໍາ (ກຸ່ມວິສາ ຫະກິດສວນພູຄຳ) ນັບແຕ່ກາງເດືອນພະຈິກນີ້ ເປັນຕົ້ນໄປ ທັງນີ້, ກໍເພື່ອຍົກລະດັບ ການບໍລິການສະອາດສະດວກ ແລະ ສະຖານທີ່ຈອດລົດ ກວ້າງ ຂວາງກວ່າເກົ່າ, ສ່ວນຕະຫລາດບ່ອນເກົ່າ ແມ່ນຈະພັດທະນາໃຫ້ເປັນ ຕະຫລາດທີ່ສະອາດ ແລະ ທັນສະໄໜ ເພາະຕະຫລາດບ່ອນເກົ່ານັ້ນ ມີຄວາມແອອັດ ຄັບແຄບ ແລະ ບໍ່ສາມາດຕອບສະ  ໜອງຄວາມຕ້ອງການ ຂອງການຂະຫຍາຍຕົວ ການຊື້-ຂາຍ ສິນຄ້າກະສິກຳ ທີ່ພໍ່ແມ່ປະຊາຊົນນຳ​ມາຂາຍທຸກໆມື້.

ທ່ານ ສໍອຸໄທ ສຸລິຍະແສງ ຫົວໜ້າຫ້ອງການອາກອນ ເມືອງແປກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ຍ້ອນເຫັນໄດ້ເຖິງ ຄວາມຈຳເປັນ ໃນການບໍລິການ ຊື້-ຂາຍ ຂອງພໍ່ແມ່ປະຊາຊົນທີ່ນັບມື້ເພີ່ມຂຶ້ນ ແຕ່ສະຖານທີ່ບ່ອນເກົ່າຄັບແຄບ ບ່ອນຈອດລົດ ບໍ່ພຽງພໍ ແລະ ອີງໃສ່ແຜນຍຸດທະສາດທີ່ເມືອງແປກ ກໍຄື ແຂວງຊຽງ​ຂວາງ ທີ່ຈະພັດທະນາຕະຫລາດບ່ອນເກົ່າ ໃຫ້ເປັນຕະຫລາດທີ່ສະອາດ ແລະ ທັນສະໄໝ ໃນຕໍ່ໜ້າ ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ຍົກ ຍ້າຍມາຢູ່ສວນພູຄຳ.

ຂະນະ​ດຽວ​ກັນ, ທ່ານ ພູຄໍາ ອົ້ວນວນສາ ປະທານກຸ່ມວິສະຫະກິດສວນພູຄໍາ ຢືນຢັນວ່າ: ພາຍຫລັງທີ່ໄດ້ຮັບຄໍາສັ່ງຈາກຂັ້ນເທິງ ທາງກຸ່ມວິສາຫະກິດ ໄດ້ເລັ່ງລົງມືກະກຽມສະຖານທີ່ ແບ່ງເຂດຕາມປະເພດສິນຄ້າ, ກຽມສະຖານທີ່ຈອດລົດ, ພະນັກງານຄຸ້ມຄອງບໍລິການ ເພື່ອຮອງຮັບກັບການຍົກຍ້າຍຕະຫລາດ ກະສິກຳໂພນສະຫວັນ ມາຢູ່ສວນພູຄຳ ຫລື ສະໜາມບິນເກົ່າ ເມືອງແປກ ແຂວງຊຽງຂວາງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...