ບັນດາສະມາຊິກສະພາແຫ່ງຊາດ ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ

ກຸ້ງ

ກອງປະຊຸມສະໄໝສາ ມັນເທື່ອທີ 6 ຂອງສະພາແຫ່ງ ຊາດ ຊຸດທີ VII, ວັນທີ 10 ທັນວານີ້, ເຊິ່ງເປັນມື້ທີສອງ ຂອງການດໍາເນີນກອງປະຊຸມ  ພາຍໃຕ້ການເປັນປະທານຂອງທ່ານ  ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ, ມີ ບັນດາຮອງປະທານສະພາ, ລັດຖະມົນຕີວ່າການ-ຊ່ວຍ ວ່າການ, ສະມາຊິກ ສະພາ ແຫ່ງຊາດແຕ່ລະເຂດເລືອກ ຕັ້ງທົ່ວປະເທດຕະຫລອດ ຮອດຜູ້ຕາງໜ້າອົງການຈັດ ຕັ້ງທາງສັງຄົມເຂົ້າຮ່ວມ.
ບັນຍາກາດຂອງການດໍາ ເນີນກອງປະຊຸມຕະຫລອດມື້ ບັນດາສະມາຊິກສະພາແຫ່ງ ຊາດແຕ່ລະເຂດເລືອກຕັ້ງ ໄດ້ ສຸມຈິດໃຈສືບຕໍ່ປະກອບຄໍາ ເຫັນໃສ່ຮ່າງບົດລາຍງານ ຂອງລັດຖະບານເປັນຕົ້ນ ແມ່ນ ບົດລາຍງານຂອງທ່ານ ສົມດີ ດວງດີ, ລັດຖະມົນຕີວ່າ ການ ກະຊວງແຜນການ ແລະ ການລົງທຶນ; ບົດລາຍງານ ຂອງທ່ານ ພູເພັດ ຄໍາພູນວົງ, ລັດຖະມົນຕີວ່າການກະຊວງ ການເງິນ, ບົດລາຍງານຂອງ ທ່ານ ສົມພາວ ໄຟສິດ, ຜູ້ວ່າ ການທະນາຄານແຫ່ງ ສປປ ລາວ, ບົດລາຍງານຂອງທ່ານ ນາງ ວຽງທອງ ສີພັນດອນ, ປະທານອົງການກວດສອບ ແຫ່ງລັດ ເຊິ່ງເລີ່ມຈາກປະ ທານ ກອງປະຊຸມ ແລະ ຮອງ ປະທານກອງປະຊຸມທ່ານ ດຣ. ໄຊສົມພອນ ພົມວິຫານ ຕ່າງກໍໄດ້ມີຄໍາຖາມເຈາະຈີ້ມ  ຕໍ່ບົດລາຍງານຂອງລັດຖະ ບານ ໂດຍໄດ້ສະເໜີໃຫ້ຜູ້ ແທນມີຄວາມເຫັນຕໍ່ມາດຕະ ການຄຸ້ມຄອງໂຄງການລົງທຶນ ຂອງລັດ ໃນສົກປີ 2013-2014 ເປັນຕົ້ນແມ່ນ ການສັບ ຊ້ອນແຫລ່ງທຶນພາຍໃນຈາກ ບັນດາໂຄງການລົງທຶນທີ່ຖຶກ ໂຈະໄປໃສ່ໂຄງການສືບຕໍ່ຊຶ່ງ ມີ 3,428 ໂຄງການສະເໜີ ໃໝ່ຢູ່ໃນບັນດາຂະແໜງການ  ແລະ ທ້ອງຖິ່ນ, ແຜນພັດທະ ນາຊົນນະບົດແກ້ໄຂຄວາມ ທຸກຍາກຂອງປະຊາຊົນ, ຍູ້ ແຮງການຜະລິດເປັນສິນຄ້າ  ແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນ ເຮັດໃຫ້ຊົນນະບົດ ແລະຕົວເມືອງຫຍັບເຂົ້າຫາ ກັນ; ມາດຕະການແກ້ໄຂໜີ້ ສິນການລົງທຶນຂອງລັດ ແລະ ແກ້ໄຂໂຄງການນອກແຜນ, ສະເໜີວິໄຈບັນດາສາເຫດທີ່ ພາໃຫ້ເກີດໜີ້ນອກແຜນ; ໂຄງການສໍາປະທານດ້ານແຮ່ ທາດ ແລະ ກະສິກໍາ; ກ່ຽວກັບ ການຈັດຕັ້ງປະຕິບັດງົບປະ ມານແຫ່ງລັດ ສົກປີ 2012-2013 ເກັບລາຍຮັບບໍ່ໄດ້ ຕາມເປົ້າໝາຍຊຶ່ງໄດ້ສົ່ງຜົນ ກະທົບລາຍຈ່າຍງົບປະມານ ທີ່ໄດ້ຮັບຮອງເອົາ. ສະນັ້ນ, ຈິ່ງໄດ້ສະເໜີໃຫ້ຜູ້ແທນມີ ຄວາມເຫັນລົງເລິກຊອກໃຫ້ ເຫັນສາເຫດ ແລະ ມາດຕະ ການຕົວຈິງກ່ຽວກັບການຄຸ້ມ ຄອງວ່າມີຄວາມເໝາະສົມ ແລ້ວຫລືບໍ່?.
ນອກຈາກນັ້ນ, ບັນດາສະ ມາຊິກສະພາແຕ່ລະເຂດ ເລືອກຕັ້ງກໍໄດ້ຕັ້ງໜ້າປະ ກອບຄໍາເຫັນຢ່າງສ້າງສັນກົງ ໄປກົງມາ ລົງເລິກ ຈະແຈ້ງຕໍ່ ແຜນການມາດຕະການຈັດ ຕັ້ງປະຕິບັດແຜນການ ແລະ ການກວດກາຄຸ້ມຄອງເປັນ ຕົ້ນແມ່ນ ທ່ານ ນາງ ບົວວັນ ທໍາມະວົງ ສສຊ ເຂດເລືອກ ຕັ້ງທີ 10 ແຂວງວຽງຈັນ ສະ ເໜີໃຫ້ທະນາຄານປ່ອຍສິນ ເຊື່ອດອກເບ້ຍຕໍ່າຊ່ວຍເຫລືອ ປະຊາຊົນຜູ້ທຸກຍາກໃຫ້ຫຼາຍ ຂຶ້ນໂດຍສະເພາະກຸ່ມແມ່ຍິງ ທີ່ເຮັດວຽກດ້ານສີມືຫັດຖະກໍາ ຕໍ່າແຜ່ນເພື່ອຊ່ວຍເຂົາເຈົ້າ ອອກຈາກການກູ້ຢືມເງິນ ນອກລະບົບດອກເບ້ຍສູງຊຶ່ງ ຈະເຮັດໃຫ້ເຂົາເຈົ້າທຸກຍາກ ລົງກວ່າເກົ່າ; ທ່ານ ບົວທອງ ແພງສະຫວັນ ສສຊ ເຂດ ເລືອກຕັ້ງທີ 6 ແຂວງຫລວງ ພະບາງ ມີຄໍາເຫັນວ່າ: ບາງ ປະກົດການຫຍໍ້ທໍ້ຍັງມີປະກົດ ຂຶ້ນຢູ່ພາຍໃນແຂວງ ເປັນຕົ້ນ ລັດຖະບານສັ່ງໂຈະການຂຸດ ຄົ້ນໄມ້ທ່ອນ, ແຕ່ກໍຍັງ ມີບາງ ບຸກຄົນໄປຂໍສໍາປະທານໄດ້ ເຮັດໃຫ້ມີການຖົກຖຽງກັນໜາຫູຢູ່ແຂວງດັ່ງກ່າວ; ນອກນັ້ນ, ຍັງມີສຽງຂອງປະຊາຊົນທີ່ໄດ້ ຮັບຜົນກະທົບຈາກການກໍ່ ສ້າງເຂື່ອນໄຟຟ້ານໍ້າຄານ, ການກໍ່ສ້າງໃຫຍ່ຂອງເອກະ ຊົນລົງທຶນກ່ອນເປັນຕົ້ນສະ ໜາມກີລາ, ສະໜາມບິນສາ ກົນຂອງແຂວງທີ່ກໍ່ສ້າງສໍາ ເລັດແລ້ວແຕ່ລັດບໍ່ມີເງິນຊໍາ ລະໃຫ້ເຂົາເຈົ້າຄືນ; ອີກບັນ ກາໜຶ່ງລາຍຮັບຈາກການປັບ ໄໝຜູ້ຄ້າຂາຍຢາເສບຕິດ, ພາສີທີ່ດິນ ບໍ່ເອົາເຂົ້າຄັງຂາດ ການຊີ້ນໍາ; ມີບາງບໍລິສັດ ໃຫ້ ນະໂຍບາຍຫລາຍໂພດ, ຊຸກ ເຊື່ອງບັນຊີ-ຈໍານວນພົນແລະ
ວິທີການອື່ນໆອີກ.
ພ້ອມດຽວກັນນີ້, ທ່ານ ບຸນ ເຕັມ ຊວງສາຍາວົງ ສສຊ ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ; ທ່ານ ຫຸມ ແພງ ສິດທິວົງ ເຂດເລືອກ ຕັ້ງທີ 4 ແຂວງອຸດົມໄຊ, ທ່ານ ດຣ. ສີສະຫລຽວ ສະແຫວງ ສຶກສາ ສສຊ ເຂດ 1 ນະຄອນ ຫລວງ, ທ່ານ ພອນສຸກ ທອງ ສົມບັດ ສສຊ ເຂດເລືອກຕັ້ງ ທີ 8 ແຂວງຫົວພັນ ແລະ ທ່ານ ອື່ນໆ ກໍໄດ້ປະກອບຄໍາ ເຫັນໃສ່ບົດລາຍງານຂອງລັດ ຖະບານສ່ວນຫລາຍແມ່ນໄດ້ ສ່ອງແສງໃຫ້ເຫັນເຖິງສະ ພາບການຕົວຈິງທີ່ເກີດຂຶ້ນພາ ຍໃນເຂດແຂວງຮັບຜິດຊອບ ຂອງຕົນ, ພ້ອມທັງສະເໜີວິທີ ແກ້ໄຂບາງບັນຫາທີ່ລັດຖະ ບານກໍຄືກະຊວງທີ່ກ່ຽວຂ້ອງ ປະຕິບັດບໍ່ໄດ້ດີ ເປັນຕົ້ນແມ່ນ  ການຄຸ້ມຄອງການເກັບລາຍ ຮັບງົບປະມານບໍ່ໄດ້ຕາມ ແຜນ ແລະ ບາງຂໍ້ຄິດເຫັນທີ່ ລັດໃຫ້ການຍົກເວັ້ນອາກອນ ບາງຂະແໜງການທີ່ບໍ່ຮັບໃຊ້ ການຜະລິດເປັນຕົ້ນແມ່ນ ການນໍາເຂົ້ານໍ້າມັນເຊື້ອໄຟ, ຍານພາຫະນະທີ່ເປັນສິນຄ້າ ຟູມເຟືອຍ ດັ່ງນັ້ນ ລັດຄວນ ກໍານົດໃຫ້ຈະແຈ້ງຕື່ມວ່າອັນ ໃດເປັນບູລິມະສິດ ແລະ ອັນ ໃດສະເພາະ.

ທີ່ມາhttp://www.kongthap.gov.la