spot_img
Homeນານາສາລະ ແມ່ນຫຍັງຈະເກີດຂື້ນເມື່ອເອົານ້ຳກ້ອນ ໃສ່ງອ່ນຄໍ ທຸກມື້

ແມ່ນຫຍັງຈະເກີດຂື້ນເມື່ອເອົານ້ຳກ້ອນ ໃສ່ງອ່ນຄໍ ທຸກມື້

Published on

235515

ນີ້ອາດເປັນອີກສິ່ງໜຶ່ງທີ່ທ່ານນັ້ນຍັງບໍ່ເຄີຍໄດ້ຮູ້ກັນມາກ່ອນ ຄວາມລັບນີ້ຈະຊ່ວຍເຮັດໃຫ້ທ່ານຮູ້ສຶກມີພາລະກຳລັງແລະເຮັດໃຫ້ທ່ານເບິ່ງອ່ອນກວ່າໄວ ທັງໝົດນີ້ເຮັດໄດ້ງ່າຍໆ ພຽງແຕ່ໃຊ້ກ້ອນນ້ຳກ້ອນພຽງກ້ອນດຽວ ຄວາມຮູ້ສຶກທີ່ຢູ່ງ່ອນຄໍຂອງທ່ານນັ້ນ ຈະເຊື່ອມຕໍ່ກັບສ່ວນຂອງກະໂຫລກຫົວແລະສ່ວນເທິງສຸດຂອງລຳຄໍທ່ານ ຈຸດນີ້ຈະມີຊື່ເອີ້ນວ່າ ‘ເຟີງຟູ່’ (Feng Fu) ເປັນຈຸດທີ່ທ່ານຈະຕ້ອງ ວາງກ້ອນນ້ຳກ້ອນລົງໄປ ຖ້າທ່ານວາງກ້ອນນ້ຳກອ້ນລົງເທິງຈຸດນັ້ນທຸກໆ ມື້ແລ້ວ ຈະຊ່ວຍເຮັດໃຫ້ຮ່າງກາຍຂອງທ່ານນັ້ນຮູ້ສຶກມີຊີວິດຊີວາແລະສຸກຂະພາບດີປະໂຫຍດທີ່ທ່ານຈະໄດ້ຮັບຈາກການວາງກ້ອນນ້ຳກ້ອນລົງເທິງງອນຄໍຂອງທ່ານ
1. ຊ່ວຍໃນເລື່ອງການນອນຫລັບຂອງທ່ານ
2. ຊ່ວຍຄວບຄຸມອາລົມຄວາມຮູ້ສຶກຂອງທ່ານ
3. ຊ່ວຍໃນການປິ່ນປົວລະບົບຍ່ອຍອາຫານຂອງທ່ານ
4. ຊ່ວຍບັນເທົາອາການຫວັດ
5. ຊ່ວຍເບົາເທົາອາການປວດຫົວ ປວດແຂ້ວ ແລະປວດເມື່ອຍຕາມຮ່າງກາຍ
6. ຊ່ວຍໃນການປິ່ນປົວພະຍາດທາງເດີນຫາຍໃຈແລະພະຍາດຫລອດເລືອດຫົວໃຈ
7. ຊ່ວຍໃນການປິ່ນປົວບັນຫາທີ່ຈະເກີດຂຶ້ນກັບຕ່ອມໄທລອຍ
8. ຊ່ວຍໃນເລື່ອງຂອງອາການປວດປະຈຳເດືອນ
9. ຊ່ວຍໃນເລື່ອງຂອງສຸກຂະພາບຈິດ

ນີ້ຄືສິ່ງທີ່ເກີດຂື້ນ ຫາກວາງກ້ອນນ້ຳກ້ອນໄວ້ເທິງຈຸດນີ້ຂອງງອນຄໍທ່ານ
ວິທີການວາງນ້ຳກ້ອນລົງເທິງຈຸດເຟີງຟູ່ຂອງທ່ານ
1. ເລີ່ມຕົ້ນດ້ວຍການນອນຂວ້ຳ ໜ້າຈາກນັ້ນວາງກ້ອນນ້ຳກ້ອນໄວ້ເທິງຈຸດທີ່ງ່ອນຄໍທ່ານ ຖືໄວ້ແບບນັ້ນເປັນເວລາ 20 ນາທີ
2. ຖ້າທ່ານບໍ່ມີເວລາພໍທີ່ຈະມານອນຂວ້ຳໜ້າ 20 ນາທີ ກໍ່ສາມາດໃຊ້ຜ້າພັນຄໍພັນກ້ອນນ້ຳກ້ອນຕິດໄວ້ກັບທີ່ງອນຄໍຂອງທ່ານກໍ່ໄດ້ ໃຫ້ເຮັດແບບນີ້ເປັນປະຈຳທຸກມື້ໃນຕອນເຊົ້າກ່ອນກິນອາຫານ ແລະເຮັດຕອນກ່ອນນອນ ໂດຍຢຸດ ການເຮັດຕອນກ່ອນນອນເທື່ອລະ 2 – 3 ມື້
3. ບໍ່ຕ້ອງກັງວົນໃຈໄປ ຫລັງຈາກທີ່ທ່ານວາງກ້ອນນ້ຳກ້ອນໄປໃນຊ່ວງເວລາ 30 – 40 ວິນາທີທຳອິດ ທ່ານຈະຮູ້ສຶກຮ້ອນທີ່ຈຸດເຟີງຟູ່ ແຕ່ທ່ານຕ້ອງເຮັດຕໍ່ໄປໂດຍຫ້າມຢຸດ ອາການແບບນີ້ຈະເກີດຂຶ້ນພຽງ ແຕ່ໜຶ່ງເຖິງສອງມື້ທຳອິດ ທີ່ທ່ານເລີ່ມຕົ້ນເຮັດ ແລະ ໃນຕອນທີ່ທ່ານເຮັດ ຮ່າງກາຍຂອງທ່ານຈະກໍ່ການຫລັ່ງສານເອັນໂດນຟິນອອກມາ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...