Homeຂ່າວພາຍ​ໃນເຂື່ອນຫ້ວຍລຳພັນໃຫຍ່ ຢູ່ແຂວງເຊກອງ ເລີ່ມເດີນເຄື່ອງຜະລິດໄຟຟ້າ ຢ່າງເປັນທາງການ!

ເຂື່ອນຫ້ວຍລຳພັນໃຫຍ່ ຢູ່ແຂວງເຊກອງ ເລີ່ມເດີນເຄື່ອງຜະລິດໄຟຟ້າ ຢ່າງເປັນທາງການ!

Published on

161

ຂປລ. ພິທີ​ເປີດການ​ນຳ​ໃຊ້ ​ເຂື່ອນ​ໄຟ­ຟ້າ​ຫ້ວຍ​ລຳ​ພັນ​ໃຫຍ່ ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 14 ພະຈິກ 2015 ຢູ່​​ເມືອງ​ທ່າ​ແຕງ ແຂວງ​​ເຊ​ກອງ ໂດຍ​ການເຂົ້າ​ຮ່ວມ ຂອງທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກ​ລັດ​ຖະມົນ­ຕີ, ຜູ້​ຊີ້​ນຳ​ວຽກ​ງານ ​ເສດ­ຖະ­ກິດ​ການ​ຜະ­ລິດ ແລະ ​ຈໍ​ລະ​ຈອນ, ທ່ານ ຄຳ​ເຜີຍ ບຸດ​ດາ​ວຽງ ​ເຈົ້າ​ແຂວງ​ເຊ​ກອງ, ທ່ານ ນາງ ຫວັງ​ຮວງ (WANG XUE) ຮອງ​ປະທານ​ບໍລິສັດ CGGC ສປ ຈີນ, ​ທ່ານ​ເຈົ້າ​ແຂວງ​ຈຳປາ​ສັກ, ສາລະ​ວັນ, ອັດ​ຕະປື, ​ໄຊ​ຍະ​ບູລີ, ລັດ­ຖະ­ມົນ­ຕີ​ວ່າການ, ​ຊ່ວຍ​ວ່າການ, ຂະ​ແໜງ​ກາ​ນກ່ຽວຂ້ອງ ​ຂັ້ນ​ສູນ​ກາງ, ​ແຂວງ ​ແລະ ບໍລິສັດ​ເຂົ້າ​ຮ່ວມ.

ໃນ​​ໂອກາດ​ນີ້ ທ່ານ ດຣ. ຄຳ​ມະ­ນີ ອິນທິ​ລາດ ລັດ­ຖະ­ມົນ­ຕີ​ວ່າ­ການ​ ກະ­ຊວງ​ພະລັງ​ງານ ແລະ ​ບໍ່​ແຮ່ ໄດ້​ກ່າວ​ວ່າ: ໂຄງການ​ກໍ່­ສ້າງ​ເ ຂື່ອນ​ໄຟ­ຟ້າ​ ຫ້ວຍ​ລຳ​ພັນ​ໃຫຍ່ ເປັນໂຄງ­ການ​ໜຶ່ງ ​ທີ່​ສຳ­ຄັນ ແລະ​ ນອນ​ໃນແຜນ​ແມ່​ບົດ ເພື່ອ​ພັດ­ທະ­ນາ  ​ລະ­ບົບ​ໄຟ­ຟ້າຢູ່​ປະ­ເທດ​ ເຮົາ​ຕາມ​ແນວ­ທາງ, ແຜນ​ນະໂຍ​ບາຍ ​ຍຸດ​ທະ​ສາດ​ການ​ຫັນ​ເປັນ​ອຸດສາ​ຫະ​ກຳ ແລະ​ ທັນ​ສະ­ໄໝ ທີ່​ໄດ້​ກຳ­ນົດໄວ້​ ໃນ​ມະຕິ​ກອງ​ປະ­ຊຸມ​ໃຫຍ່ ​ຄັ້ງ​ທີ IX ຂອງ​ພັກ ແລະ ແຜນ​ພັດ­ທະ­ນາ ​ເສດ​ຖະກິດ–ສັງ­ຄົມ ​ແຫ່ງ​ຊາດຄັ້ງ​ທີ VII ເພື່ອສ້າງ​ທຸກ​ເງື່ອນ­ໄຂ ແລະ ​ຂຸດ​ຄົ້ນ ​ທຸກ​ຄວາມສາ­ມາດ ​ບົ່ມ​ຊ້ອນ​ເຮັດ​ໃຫ້­ການ​ພັດ​ທະນາ​ ຂະແໜງ​ພະ­ລັງ­ງານ ແລະ​ ບໍ່​ແຮ່ ໄດ້​ຮັບ​ການ­ຈັດ­ຕັ້ງ ​ປະ­ຕິ­ບັດ​ດ້ວຍ​ຈັງ­ຫວະ​ຕໍ່ເນື່ອງ ແລະ​ ໝັ້ນ​ທ່ຽງ​ ກາຍເປັນ​ກຳ­ລັງແຮງ ​ທາງ​ດ້ານ​ເສດ­ຖະ­ກິດ​ແຫ່ງ​ຊາດ ທັງໃນ​ສະ­ເພາະ​ໜ້າ ແລະ ໄລ­ຍະ​ຍາວ, ແນ­ໃສ່ພັດ­ທະ­ນາ​ ພື້ນ­ຖານ​ໂຄງ​ລ່າງ ເພື່ອ​ແກ້​ໄຂ ຄວາມ­ທຸກ​ຍາກ ​ຂອງ​ປະ­ຊາ­ຊົນລາວ ​ບັນ­ດາເຜົ່າ​ເວົ້າ​ລວມ, ເວົ້າ​ສະ­ເພາະ​ແມ່ນ​ ປະ­ຊາ­ຊົນ​ແຂວງ​​ເຊ​ກອງ ​ໃຫ້​ມີ​ຊີ­ວິດ​ການ​ເປັນ​ຢູ່ ​ທີ່​ດີ​ຂຶ້ນ.

ໂຄງການ​ເຂື່ອນ​ໄຟຟ້າ ​ຫ້ວຍ​ລຳ​ພັນ​ໃຫຍ່ ຕັ້ງ​ຢູ່​ທີ່​ເມືອງ​ທ່າ​ແຕງ ແຂວງ​ເຊ​ກອງ, ມີ​ໄລຍະ​ການ​ກໍ່ສ້າງ​ທັງ​ໝົດ 5 ປີ ​ໂດຍ​ເລີ່​ມຕົ້ນ​ການ​ກໍ່ສ້າງ​ ມາ​ຕັ້ງ​ແຕ່​ວັນ​ທີ 8 ພະ​ຈິກ 2010 ​ເປັນ​ຕົ້ນ​ມາ, ມີກຳລັງ​ຕິດ​ຕັ້ງ​ທັງ​ໝົດ 88 ​ເມ​ກາ​ວັດ, ສາມາດ​ຜະລິດ ພະລັງງານ​ໄຟຟ້າ​ໄດ້ 480 ກິ​ກາ​ວັດ​ໂມງ​ຕໍ່​ປີ ໂດຍ​ໄຟ­ຟ້າ​ທັງ​ໝົດ ​ທີ່​ຜະ­ລິດ​ໄດ້​​ແມ່ນ​​ຮັບ​ໃຊ້​ໃນ 4 ​ແຂວງ​ພາກ​ໃຕ້​ຄື: ​ເຊ​ກອງ, ຈຳປາ​ສັກ, ສາລະ​ວັນ ​ແລະ ອັດ​ຕະປື ສ່ວນ​ທີ່​ເຫລືອ​ແມ່ນ ​ສົ່ງ​ອອກປະ​ເທດ​ເພື່ອນ​ບ້ານ.

ຕົວ ​ເຂື່ອນ​ເປັນ​​ເຂື່ອນ​ຫີນ​ຖົມ ແກມ​ດິນ​ໜຽວ, ຄວາມສູງ​ຂອງ​ເຂື່ອນ 75,6 ​ແມັດ, ຍາວ 557,3 ​ແມັດ, ຖານ​ຂອງ​ເຂື່ອນ​ກວ້າງ 195 ​ແມັດ, ສັນ​ເຂື່ອນ​ກວ້າງ 8 ​ແມັດ, ​ໂດຍ​ແມ່ນ​ລັດ​ວິ​ສາ​ຫະກິດ ​ໄຟຟ້າ​ລາວ​ ເປັນ​ເຈົ້າ​ຂອງ​ໂຄງການ ​ແລະບໍລິສັດ CGGC ຈາກ ສປ ຈີນ ​ເປັນ​ຜູ້ຮັບ​ເໝົາ​ກໍ່ສ້າງ, ​ໃນ​ມູນ​ຄ່າ 206.261.750 ​ໂດ​ລາ​ສະຫະລັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...