spot_img
HomeມູມໄອທີລາວFacebook ເລີ່ມທົດສອບຟັງຊັ່ນແຊັດລ່ອງຫົນເທິງ Messenger

Facebook ເລີ່ມທົດສອບຟັງຊັ່ນແຊັດລ່ອງຫົນເທິງ Messenger

Published on

ມີ​ລາຍ​ງານ​ວ່າ Facebook ກຳ​ລັງ​ທຳການ​ທົດສອບ​ລະບົບ​ແຊັດ​ທີ່​ລົບ​ຂໍ້ຄວາມ​ຕົວ​ເອງ​ອັດ​ຕະໂນມັດ (ຄືກັບຟັງຊັ່ນ hidden chat ໃນ LINE) ໂດຍ​ຂໍ້ຄວາມ​ຈະ​ຖືກ​ລົບ​ອັດ​ຕະໂນມັດ​ຫລັງ​ຈາກ​ທຳການ​ສົ່ງ​ອອກ​ໄປ 1 ຊົ່ວ​ໂມງ

ການ​ປັບປຸງ​ຟັງຊັ່ນ​ໃໝ່​ນີ້​ຂອງ Facebook ນັ້ນ​ກໍ​ຖື​ເປັນ​ການ​ຍ່າງ​ຮອຍ​ຕາມ​ຄູ່​ແຂ່ງ​ຢ່າງ Snapchat ທີ່​ເຄີຍ​ເປີດ​ຕົວ​ບໍລິການ​ດັ່ງ​ກ່າວ​ມາ​ແລ້ວ​ກ່ອນ​ໜ້າ​ນີ້ ຊຶ່ງ​ທາງ​ໂຄ​ສົກ​ຂອງ Facebook ກໍ​ເປີດ​ເຜີຍ​ວ່າ​​ພວກເຂົາ​ຕື່ນ​ເຕັ້ນ​ກັບ​ການ​ປ່ຽນ​ແປງ​ໃນ​ເທື່ອ​ນີ້​ເປັນ​ຢ່າງ​ຫລາຍ ພ້ອມ​ທັງ​ເບີ່ງວ່າ Messenger ຈະ​ເປັນ​ແອັບທີ່​ຄົບ​ເຄື່ອງ​ທີ່ສຸດ​ໃນ​ການ​ສື່​ສານ​ໃນ​ອະນາຄົດ ແລະ​ການ​ທົດສອບ​​ນັ້ນ ຕົວ​ຂໍ້ຄວາມ​ທີ່​ສົ່ງ​ອອກ​ໄປ​ຈະ​ຫາຍ​ໄປ​ຈາກ​ລະບົບ​ພາຍ​ໃນ 1 ຊົ່ວ​ໂມງ ແລະ​ຖື​ເປັນ​ອີກ​ໜຶ່ງ​ທາງ​ເລືອກ​ໃນ​ການ​ສື່​ສານ

ຈາກ​ພາບ​ຕົວ​ຢ່າງ​ດ້ານ​ລຸ່ມ​ຈະ​ເຫັນ​ວ່າ​ຫາກ​ຜູ້​ໃຊ້​ຕ້ອງ​ການ​ໃຊ້​ງານ​ຟັງຊັ່ນ​ດັ່ງ​ກ່າວ ກໍ​ພຽງ​ກົດ​ຮູບ​ໂມງ​ດ້ານຊ້າຍ​ເພື່ອ​ທຳການ​ເປີດ​ຫລື​ປິດ​ຟັງຊັ່ນ ຊຶ່ງ​ການ​ທົດສອບ​ນີ້ Facebook ເປີດ​ເຜີຍ​ວ່າ​ຈະ​ຄ່ອຍ​ໆ ທະ​ຍອຍ​ທົດສອບ​ໃນ​ຫລາຍໆ ປະເທດ​ໄວ​ໆນີ້

1 2

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...