spot_img
Homeມູມໄອທີລາວ5 ຂໍ້ເທັດຈິງຂອງ YouTube ທີ່ເຈົ້າຄາດບໍ່ເຖິງ

5 ຂໍ້ເທັດຈິງຂອງ YouTube ທີ່ເຈົ້າຄາດບໍ່ເຖິງ

Published on

7148_15111615591741

YouTube ໜຶ່ງ​ໃນ​ໂຊຊ່ຽວເນັດເວີກ​ຍອດ​ນິຍົມ​ທີ່​ບ້ານເຮົາ​ເອງ​ກໍ​ມີ​ຜູ້​ໃຊ້​ຈຳນວນ​ຫລາຍ ມື້​ນີ້​ເຮົາ​ເລີຍ​ມີ​ຂໍ້​ເທັດ​ຈິງ​ແປກໆ ກ່ຽວກັບ YouTube ມາ​ຝາກ ເປັນ​ເລື່ອງ​ທີ່​ເຮົາ​ຄາດ​ບໍ່​ເຖິງ​ເລີຍ​

1. YouTube ມີ​ຜູ້​ໃຊ້​ງານ​ໜ້ອຍ​ກວ່າ Facebook

ຂໍ້​ນີ້​ອາດຈະ​ຍັງ​ບໍ່​ແປກ​ຫລາຍ​ປານໃດໂດຍ 77% ຂອງ​ຜູ້​ໃຊ້​ງານ​ອິນ​ເຕີ​ເນັດ​ໃຊ້ Facebook ສ່ວນ YouTube ຢູ່​ທີ່ 63%

2. YouTube ນັ້ນ ກຳ​ເນີດ​ທີ່​ອາເມຣິ​​ກາ​ແຕ່ຍ​ອດ​ວິວ​ກວ່າ 80% ມາ​ຈາກ​ຕ່າງ​ປະເທດ

ລອງ​ເດົາເບິ່ງ​​ວ່າ​ຍອດ​ວິວ​ຂອງ YouTube ສ່ວນ​ຫລາຍມາ​ຈາກ​ປະເທດ​ຫຍັງ ຖ້າຫາກ​ບໍ່ແມ່ນ​ອາເມຣິ​ກາ ຄຳ​ຕອບ​ທີ່​ຄົນ​ທົ່ວ​ໄປ​ເດົາ ອາດຈະ​ເປັນ​ອັງ​ກິດ ຫລື ຈີນ ແຕ່​ບໍ່ແມ່ນ​ທັງ​ຄູ່​ ຄຳຕອບ​​ຄື ຊາ​ອຸ​ດິ​ອາ​ລະ​ເບຍ ປະເທດ​ນີ້​ເຮັດ​ວິວ​ເຂົ້າ YouTube ປະ​ມານ​ມື້​ລະ 90,000,000 ວິວເລີຍ

3. ຄຳ​ຄົ້ນ​ຫາ​ທີ່​ຖືກ​ຄົ້ນ​ເທິງ YouTube ຫລາຍ​ທີ່ສຸດ ຄື ເພງ ແຕ່​ອັນ​ດັບ​ສອງ ຄື?

ການ​ທີ່​ເພງ​ເປັນ​ສິ່ງ​ທີ່​ຖືກ​ຄົ້ນ​ຫາ​ຫລາຍ​ທີ່ສຸດ​ເທິງ YouTube ຫລາຍ​ທີ່ສຸດ​ບໍ່ແມ່ນ​ເລື່ອງ​ແປກ​ຫຍັງ ແຕ່​ອັນ​ດັບ​ສອງ​ນີ້​ຄື Minecraft ແມ່ນ​ເຮົາ​ຈະ​ຮູ້​ວ່າ​ເກມ​ນີ້​ຮິດ​ຊ່ຳ​ໃດ ແຕ່​ບໍ່​ໜ້າ​ເຊື່ອ​ວ່າ​ມັນ​ຈະ​ຕິດ​ອັນ​ດັບ​ສອງ​ເທິງ YouTube

4. ຜູ້​ໃຊ້ YouTube ໃນ​ອາເມຣິ​ກາ​ປະ​ມານ 82% ອາ​ຍຸ 14-17 ປີ

ຟັງ​ເບິ່ງ​ບໍ່ແມ່ນ​ສະ​ຖິ​ຕິ​ທີ່​ແປກ​ຫຍັງ ແຕ່ລອງ​ຄິດ​ກັບ​ກັນ​ວ່າ ມີ 18% ຂອງ​ໄວ​ໜຸ່ມ​ທີ່​ບໍ່​ໃຊ້ YouTube ຫລື​ໄວ​ໜຸ່ມ 1 ໃນ 5 ທີ່​ໃຊ້​ງານ​ອິນ​ເຕີເນັດ ບໍ່​ສົນ​ໃຈ YouTube ອາລົມຄືກັບວ່າ​ເຈົ້າ​ເປັນ​ເດັກນ້ອຍ​ທີ່​ບໍ່​ເບິ່ງ​ຊ່ອງກາ​ຕູນ​ ມັນ​ກໍ​ແປກໆ ເນາະ

5. ມີ​ຄລິບ​ຮ່ວມ​ແຄມ​ເປນIce Bucket Challenge ມາ​ຈາກ​ປະເທດ​ທັງ​ໂລກ​ຫລາຍ​ເຖິງ 150 ປະເທດ

ໂລກ​ເຮົາ​ມີ​ປະເທດ​ຢູ່​ປະ​ມານ 193 ປະເທດ ຊຶ່ງ​ຄລິບ Ice Bucket Challenge ໄດ້​ກາຍ​ເປັນ​ໄວ​ຣັດ ແລະ​ ຖືກ​ອັບ​ຂຶ້ນ YouTube ຈາກ​ທົ່ວ​ທັງ​ໂລກ​ຫລາຍ​ເຖິງ 150 ປະເທດ ເອີ້ນ​ໄດ້​ວ່າ​ເກືອບ​ທັງ​ໂລກ​ເຂົ້າ​ຮ່ວມ​ແຄມ​ເປນ​ນີ້​ຜ່ານ YouTube

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...