Homeມູມໄອທີລາວເປີດ​ຕົວ​ແອັບ YouTube Music ແອັບ ຟັງ​ເພງ​ຈາກ YouTube

ເປີດ​ຕົວ​ແອັບ YouTube Music ແອັບ ຟັງ​ເພງ​ຈາກ YouTube

Published on

r176

ເປີດ​ຕົວ​ແອັບ YouTube Music ແອັບ ຟັງ​ເພງ​ຈາກ YouTube ຄ່າ​ບໍລິການ​ເດືອນ​ລະ $12.99

ເມື່ອ​ວັນທີ່ 12 ພະຈິກ ກູ​ເກີນ​ໄດ້​ເປີດ​ຕົວ​ແອັບ​ພິ​ເຄ​ຊັ່ນ YouTube Music ສຳລັບ​ໃຫ້​ປະສົບການ​ໃໝ່​ ໆ ໃນ​ການ​ຟັງ​ເພງ​ເທິງ YouTube ຊຶ່ງ​ຈະ​ເປັນ​ຊ່ອງ​ທາງ​ໃຫ້​ສິນລະ​ປິນ​ແລະ​ຄ້າຍ​ເພງ​ສາມາດ​ອັບ​ໂຫລດ​ເພງ​ແລະ​ມິວ​ສິ​ກວິ​ດີ​ໂອ​ໃຫ້​ແຟນ​ເພງ​ເຂົ້າ​ມາ​ຟັງ​ໄດ້ ໂດຍ​ຜູ້​ໃຊ້​ຈະ​ສາມາດ​ຄົ້ນ​ຫາ​ເພງ​ຕ່າງໆ ເທິງ YouTube ໄດ້​ສະ​ດວກ​ງ່ານ​ດາຍ​ກວ່າເກົ່າ ບໍ່​ວ່າ​ຈະ​ເປັນ​ການ​ຄົ້ນ​ຫາ​ດ້ວຍ​ຊື່​ເພງ, ສິນລະປິນ, ອາລະ​ບ້ຳ​ແລະ ອື່ນໆ ພ້ອມ​ທັງ​ແທັບ Home ທີ່​ຈະ​ແນະ​ນຳ​ເພງ​ເດັດໆ ໂດນໆ ຕາມ​ລົດສະ​ນິຍົມ​ການ​ຟັງ​ເພງ​ຂອງ​ຜູ້​ໃຊ້​ແຕ່​ລະ​ຄົນ

ນອກ​ຈາກ​ນີ້ YouTube Music ຍັງມີ​ບໍລິການ​ພິເສດ​ສຳລັບ​ສະມາຊິກ YouTube Red ທີ່​ສາມາດ​ຟັງ​ເພງ​ໄດ້​ໂດຍ​ບໍ່​ມີ​ໂຄສະ​ນາ​ກວນ​ໃຈ, ສາມາດ​ຟັງ​ເພງ​ແບບ​ອັອບໄລນ໌​ໄດ້, ເລືອ​ກສະຫ​ລັບ​ລະຫວ່າງ​ການ​ຫລິ້ນ​ວິ​ດີ​ໂອ​ຫລື​ຫລິ້ນ​ເພງ​ຢ່າງ​ດຽວ​ໄດ້ ແລະ​ສາມາດ​ຫລິ້ນ​ວິ​ດີ​ໂອ​ໄດ້​ແມ່ນ​ສະ​ຫລັບ​ໄປ​ໃຊ້​ງານ​ແອັບອື່ນ​ຫລື​ປິດ​ໜ້າ​ຈໍ

ທັງ​ນີ້​ແອັບ YouTube Music ໄດ້​ເປີດ​ໃຫ້​ດາວ​ໂຫລດ​ແລ້ວ​ທັງ​ເທິງ iOS ແລະ Android ສຳລັບ​ຜູ້​ໃຊ້​ໃນ​ສະ​ຫະລັດ​ອະ​ເໝ​ລິ​ກາ ໂດຍ​ມີ​ຄ່າ​ບໍລິການ​ເດືອນ​ລະ $12.99 ແຕ່​ສາມາດ​ທົດລອງ​ໃຊ້​ບໍລິການ​ໄດ້​ຟຣີ 14 ມື້

ບົດຄວາມຫຼ້າສຸດ

ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I.

ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: "ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ" ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ...

ຈຳປາສັກ ເລັ່ງພັດທະນາເສດຖະກິດ-ການທ່ອງທ່ຽວ ສຶກສາຄວາມເປັນໄປໄດ້ ລົດໄຟ-ກະເຊົ້າລອຍຟ້າ.

ຖືເປັນຂ່າວທີ່ກຳລັງໂດ່ງດັງໃນວົງການທ່ອງທ່ຽວ ເມື່ອແຂວງຈຳປາສັກ ວາງແຜນຍົກລະດັບແຫຼ່ງທ່ອງທ່ຽວໃຫ້ກາຍເປັນ ຈຸດLandmar ລະດັບໂລກ ໂດຍການຈັບມືຮ່ວມກັບ Sun Group ບໍລິສັດຜູ້ສ້າງຕຳນານສວນສະໜຸກ Ba Na Hills ທີ່ໂດ່ງດັງຈາກປະເທດຫວຽດນາມ. ແລະ ນີ້ຄື...

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,...