spot_img
Homeຂ່າວພາຍ​ໃນລັດຖະມົນຕີກີລາອາຊຽນ ຮັບຮອງຖະແຫຼງການວຽງຈັນ

ລັດຖະມົນຕີກີລາອາຊຽນ ຮັບຮອງຖະແຫຼງການວຽງຈັນ

Published on

ລັດຖະມົນຕີກີລາອາຊຽນ ຮັບຮອງຖະແຫຼງການວຽງຈັນ

ກອງ​ປະຊຸມ​ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ II ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ທີ່​ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ຜູ້​ແທນ​ຈາກ​ປະເທດ​ສະມາຊິກ​ເຂົ້າ​ຮ່ວມ ຂະນະ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ ເພື່ອ​ພັດທະນາ​ວຽກ​ງານ​ກີລາ-ກາ​ຍະ​ກຳ ແລະ ຮັບຮອງ​ເອົາ​ຖະແຫຼງການ​ວຽກ​ງານ ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ກີລາ ຊຶ່ງ​ເປັນ​ເອກະສານ​ພື້ນຖານ​ໃນ​ການ​ຮ່ວມ​ມື​ກີລາ​ອາ​ຊຽນ ໃນ​ຊຸມ​ປີ​ຕໍ່ໜ້າ.

ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ໄດ້​ເປັນ​ກຽດ​ຂຶ້ນ​ກ່າວ​ໄຂ​ກອງ​ປະຊຸມ​ຄັ້ງ​ນີ້ ຊຶ່ງ​ມີ​ບາງ​ຕອນ​ທ່ານ​ໄດ້​ກ່າວ​ວ່າ: ໃນ​ໄລຍະ​ຜ່ານ​ມາ ລັດຖະບານ​ລາວ ໄດ້​ຊຸກຍູ້ ແລະ ສົ່ງເສີມ​ກີລາ-ກາ​ຍະ​ກຳ​ຕະຫຼອດ​ມາ ໂດຍ​ໄດ້​ຈັດການ​ແຂ່ງຂັນ​ລະດັບ​ຊາດ ແລະ ທ້ອງຖິ່ນ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ເປັນ​ປົກກະຕິ ສຳລັບ​ປີ 2014 ທີ່​ຈະ​ມາ​ເຖິງ​ນີ້ ​ສປປ ລາວ ຈະ​ໄດ້​ຈັດ​ງານ​ມະ​ຫະ​ກຳ​ກີລາ​ນັກຮຽນ​ມັດທະຍົມ​ສຶກ​ສາ​ທົ່ວ​ປະເທດ​ຂຶ້ນ ທີ່​ແຂວງ​ຈຳປາ​ສັກ ແລະ ງານ​ມະ​ຫະ​ກຳ​ກີລາ​ແຫ່ງ​ຊາດ​ຢູ່​ແຂວງ​ອຸດົມ​ໄຊ ແລະ ໃນ​ໄລຍະ​ຜ່ານ​ມາ ​ສປປ ລາວ ຍັງ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຊີເກມ ຄັ້ງ​ທີ 25 ໃນ​ປີ 2009 ກີລາ​ມະຫາວິທະຍາໄລ​ອາ​ຊຽນ ຄັ້ງ​ທີ 16 ປີ 2012 ແລະ ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ​ລະດັບ​ອາ​ຊຽນ ອາຊີ ແລະ ສາກົນ ພ້ອມ​ນັ້ນ​ຍັງ​ຖື​ເອົາ​ວຽກ​ງານ​ກີລາ-ກາ​ຍະ​ກຳ ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ມິດຕະພາບ ແລະ ການ​ເຊື່ອມ​ໂຍງ​ກັບ​ບັນດາ​ປະເທດ​ເພື່ອນ​ມິດ ທັງ​ໃນ​ພາກ​ພື້ນ ແລະ ສາກົນ.

ສຳລັບ​ຜົນສຳເລັດ​ຂອງ​ກອງ​ປະຊຸມ ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ລັດຖະມົນຕີ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ-ກີລາ ໄດ້​ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ແຕ່​ລະ​ປະເທດ​ສະມາຊິກ​ອາ​ຊຽນ ໄດ້​ສະເໜີ​ບົດຮຽນ ແລະ ປະສົບ​ການ​ຂອງ​ຕົນ​ໃນ​ການ​ສົ່ງເສີມ ແລະ ການ​ພັດທະນາ​ກີລາ ເຫັນ​ດີ​ໃຫ້​ແຕ່​ລະ​ປະເທດ ແຕ່ງຕັ້ງ​ຈຸດ​ປະສານ​ງານ​ຂອງ​ຕົນ ຕາມ​ເວລາ​ອັນ​ຄວນ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ບັນດາ​ປະເທດ​ສະມາຊິກ ໃນ​ການຈັດຕັ້ງ​ກິດຈະກຳ​ຕ່າງໆ ເພື່ອ​ສະຫຼອງ​ປີ 2013 ປີ​ແຫ່ງ​ອຸດສາຫະກຳ​ກີລາ​ອາ​ຊຽນ ເຊັ່ນ: ມາ​ເລ​ເຊຍ ສິງກະໂປ ບຣູ​ໄນ ໂດຍ​ສະເພາະ​ແມ່ນ ​ສປປ ລາວ ທີ່​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ເຈົ້າ​ໜ້າທີ່​ອາວຸໂສ​ກີລາ​ອາ​ຊຽນ ຄັ້ງ​ທີ III ແລະ ກອງ​ປະຊຸມ​ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ II.

ນອກ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​ແລກປ່ຽນ​ຄຳ​ເຫັນ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສະໝັກ ເປັນ​ເຈົ້າພາບ​ຮ່ວມ​ກີລາ​ເຕະບານໂລກ ໃນ​ຊຸມ​ປີ 2030 ຕໍ່​ກັບ​ບັນຫາ​ນີ້ ເຈົ້າ​ໜ້າທີ່ ແລະ ພາກສ່ວນ​ກ່ຽວຂ້ອງ​ຂອງ​ແຕ່​ລະ​ປະເທດ ສືບຕໍ່​ຄົ້ນຄວ້າ.

ກອງ​ປະຊຸມ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ທັນວາ 2013 ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ທ່ານ ເລ ເລືອງ ມິງ ເລຂາທິການ​ໃຫຍ່​ອາ​ຊຽນ ພ້ອມ​ບັນດາ​ລັດຖະມົນຕີ​ຂອງ​ປະເທດ​ສະມາຊິກ​ອາ​ຊຽນ ແລະ ບັນດາ​ພາກສ່ວນ​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ຂ່າວ​ແຈ້ງ​ຕື່ມ​ອີ​ກວ່າ: ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 4 ທັນວາ​ຜ່ານ​ມາ ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ໄດ້​ເປັນ​ກຽດ​ຈັດ​ງານ​ລ້ຽງ​ຕ້ອນຮັບ ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ຂຶ້ນ ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ຊຶ່ງ​ໃນ​ງານ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ຊົມ​ການສະແດງ​ສິລະ​ປະ ບົດ​ເພງ ແລະ ບົດ​ຟ້ອນ​ຕ່າງໆ​ທີ່​ສື່​ເຖິງ​ເອກະລັກ ແລະ ວັດທະນະທຳ​ລາວ ໂດຍ​ສະເພາະ ແມ່ນ​ສື່​ເຖິງ​ສາຍ​ພົວພັນ ແລະ ການ​ຮ່ວມ​ມື​ຂອງ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...