spot_img
Homeຂ່າວພາຍ​ໃນກອງປະຊຸມລັດຖະມົນຕີ GMS ຄັ້ງທີ 19 ຈະປຶກສາຫາລື 4 ບັນຫາສຳຄັນ

ກອງປະຊຸມລັດຖະມົນຕີ GMS ຄັ້ງທີ 19 ຈະປຶກສາຫາລື 4 ບັນຫາສຳຄັນ

Published on

images (14)

ກອງ​ປະຊຸມ​ລັດຖະມົນຕີ ຈີ​ເອັມ​ແອັດ​​ສ (GMS) ຄັ້ງ​ທີ 19 ທີ່ ​ສປປ ລາວ ເຮົາ​ເປັນ​ເຈົ້າພາບ ຈະ​ໄດ້​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 10-11 ທັນວາ 2013 ນີ້ ຢູ່​ນະຄອນຫຼວງ​ວຽງ​ຈັນ ຊຶ່ງ​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ມີ​ລັດຖະມົນຕີ​ຈີ​ເອັມ​ແອັດ​​ສ​ຈາກ 6 ປະເທດ​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ​ເຂົ້າ​ຮ່ວມ​ຄື: ​ສປ.ຈີນ ມຽນ​ມາ ໄທ ລາວ ຫວຽດນາມ ແລະ ກຳປູເຈຍ ນອກ​ນີ້​ກໍ​ຍັງ​ມີ​ທະນາຄານ​ໂລກ ແລະ ບັນດາ​ຄູ່​ຮ່ວມ​ພັດທະນາ.

ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ແມ່ນ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ 4 ບັນຫາ​ໃຫຍ່​ຄື: ໂຄງການ​ລະດັບ​ພາກ​ພື້ນ​ລຸ້ນ​ຕໍ່​ໄປ​ຂອງ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ຜົນ​ໄດ້​ຮັບ​ຈາກ​ການ​ວິເຄາະ ພາຍ​ໃຕ້​ກອບ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ ການ​ທົບ​ທວນຄືນ ແລະ ຮອງ​ຮັບ​ເອົາ​ຂໍ້​ຕົກລົງ​ຕ່າງໆ ແລະ ບັນດາ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ຂະແໜງການ​ອ້ອມ​ຂ້າງ ໃນ​ການ​ຮ່ວມ​ມື ແລະ ບັນຫາ​ຕ່າງໆ ເພື່ອ​ເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດ​ໂຄງການ ໃນ​ກອບ​ການ​ລົງທຶນ​ໃຫ້​ມີ​ປະສິດທິພາບ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...