spot_img
Homeຂ່າວພາຍ​ໃນໄວ້ອາໄລຜູ້ທີ່ເສຍສະຫຼະຊີວິດເພື່ອປະເທດຊາດ ໂອກາດວັນຊາດ

ໄວ້ອາໄລຜູ້ທີ່ເສຍສະຫຼະຊີວິດເພື່ອປະເທດຊາດ ໂອກາດວັນຊາດ

Published on

ໃນ​ໂອກາດ​ທີ່​ທົ່ວ​ພັກ ທົ່ວ​ກອງທັບ ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ພ້ອມ​ກັນ​ສະເຫຼີມສະຫຼອງ​ວັນຊາດ​ທີ 2 ທັນວາ ຄົບຮອບ 38 ປີ ວັນ​ຄ້າຍ​ວັນ​ເກີດ​ປະທານ ໄກສອນ ພົມວິຫານ ຄົບຮອບ 93 ປີ ຕອນ​ເຊົ້າ​ວັນ​ທີ 30 ພະຈິກ 2013 ຜ່ານ​ມາ​ນີ້ ບັນດາ​ການ​ນຳ​ພັກ-ລັດ ໄດ້​ເຂົ້າ​ວາງ​ພວງມາລາ ຢູ່​ທີ່​ອະນຸສາວະລີ ນັກຮົບ​ນິລະນາມ (ດາວ​ແດງ) ເດີ່ນ​ສະໜາມ​ຫຼວງ​ທາດຫຼວງ ນະຄອນຫຼວງ​ວຽງ​ຈັນ.

ເຂົ້າ​ຮ່ວມ​ວາງ​ພວງມາລາ​ຄັ້ງ​ນີ້ ປະກອບ​ມີ 7 ພາກສ່ວນ​ຄື: ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ ນຳ​ໂດຍ​ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະເທດ ສະພາ​ແຫ່ງ​ຊາດ ນຳ​ໂດຍ​ສະຫາຍ​ນາງ ປານີ ຢາ​ທໍ່​ຕູ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສະພາ​ແຫ່ງ​ຊາດ ຄະນະ​ລັດຖະບານ​ນຳ​ໂດຍ​ສະຫາຍ ທອງ​ສິງ ທຳ​ມະ​ວົງ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ນາຍົກລັດຖະມົນຕີ ຄະນະ​ພັກ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ນຳ​ໂດຍ​ສະຫາຍ ພົນ​ຕີ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ສູນ​ກາງ​ພັກ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ປ້ອງ​ກັນ​ປະເທດ ຄະນະ​ພັກ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ນຳ​ໂດຍ​ສະຫາຍ ທອງ​ບັນ ແສງ​ອາພອນ ເລຂາທິການ​ສູນ​ກາງ​ພັກ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ອົງ​ການຈັດຕັ້ງ​ມະຫາຊົນ​ນຳ​ໂດຍ​ສະຫາຍ ຄຳ​ຫຼ້າ ລໍ​ລອນ​ສີ ກຳມະການ​ສູນ​ກາງ​ພັກ ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ແລະ ຄະນະ​ພັກ ອົງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ນຳ​ໂດຍ​ສະຫາຍ ສຸ​ກັນ ມະຫາລາດ ເລຂາທິການ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ.

ການ​ວາງ​ພວງມາລາ ແມ່ນ​ເພື່ອ​ລະນຶກ​ເຖິງ​ຄຸນງາມຄວາມດີ​ຂອງ​ນັກຮົບ​ວິລະ​ຊົນ​ປະຕິວັດ ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ ແລະ ເລືອດ​ເນື້ອ​ເພື່ອ​ປະເທດ​ຊາດ ເພື່ອ​ປະຊາຊົນ ແລະ ເພື່ອ​ແຜ່ນດິນ​ໃນ​ການ​ຕໍ່ສູ້​ກູ້​ຊາດ ຍາດ​ເອົາ​ເອກະລາດ ອະທິປະ​ໄຕ ມາ​ໃຫ້​ປະຊາຊົນ​ລາວ​ບັນດາເຜົ່າ ເຊິ່ງ​ຄຸນງາມຄວາມດີ​ເຫຼົ່ານັ້ນ ໄດ້​ຈາລຶກ​ໄວ້​ໃນ​ໜ້າ​ປະຫວັດສາດ ແລະ ຄວາມ​ຊົງ​ຈຳ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ແລະ ກອງທັບ​ປະຊາຊົນ​ລາວ​ບໍ່​ມີ​ວັນ​ຫຼົງ​ລືມ​ໄດ້ ເຖິງ​ຄວາມ​ພິລະ​ອາດ​ຫານ ເດັດດ່ຽວ​ໜຽວ​ແໜ້ນ​ຂອງ​ນັກຮົບ​ວິລະ​ຊົນ ແມ່ນ​ສິ່ງ​ທີ່​ຄົນ​ຮຸ່ນ​ຫຼັງ​ຕ້ອງ​ໄດ້​ສຶກ​ສາ ຄົ້ນຄວ້າ​ຮ່ຳຮຽນ​ເອົາ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ເພື່ອ​ສືບຕໍ່​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ຂອງ​ພວກ​ເຮົາ ໃຫ້​ຮຸ່ງເຮືອງ​ສີວິໄລ​ໄປ​ເລື້ອຍໆ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...