Homeຂ່າວທ້ອງຖິ່ນຫຼາຍໂຮງຮຽນຂອງແຂວງອຸດົມໄຊເປັນໂຮງຮຽນປອດຢາເສບຕິດ

ຫຼາຍໂຮງຮຽນຂອງແຂວງອຸດົມໄຊເປັນໂຮງຮຽນປອດຢາເສບຕິດ

Published on

ການທີ່ເຫັນລູກຫຼານນັກຮຽນປອດຢາເສບຕິດຄືຄວາມປາຖະໜາຂອງພໍ່ແມ່ຜູ້ປົກຄອງ ແລະ ຄູອາຈານໝົດທຸກຄົນ, ເພື່ອບັນລຸເປົ້າໝາຍຕາມທິດຊີ້ນໍາຂອງກະຊວງ ສຶກສາທິການ ແລະ ກິລາທີ່ໄດ້ກໍານົດໄວ້ຕາມ 3 ຂໍ້ແຂ່ງຂັນຄື: ສອນດີ, ຮຽນເກັ່ງ, ສ້າງສິ່ງແວດລ້ອມໃນສະຖານການສຶກສາໃຫ້ສວຍງາມໜ້າຢູ່ ແລະ ເປັນໂຮງຮຽນທີ່ປອດຢາເສບຕິດ.

ທາງຂະແໜງການທີ່ກ່ຽວຂ້ອງທຸກຂັ້ນຈິ່ງໄດ້ເອົາໃຈໃສ່ຢ່າງຈິງຈັງຕິດຕາມ ແລະ ໃຫ້ຄວາມສໍາຄັນກັບວຽກງານນີ້ ໂດຍການໃກ້ຊິດຕິດແທດສຶກສາອົບຮົມນັກຮຽນນັກສຶກສາໃຫ້ຮູ້ເຖິງຜົນຮ້າຍຂອງສິ່ງເສບຕິດເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນຕາມ 10 ບໍ່ຄື: ບໍ່ເສບ, ບໍ່ຊື້, ບໍ່ຂາຍ, ບໍ່ສົ່ງຕໍ່, ບໍ່ຈໍາໜ່າຍ, ບໍ່ທົດລອງ, ບໍ່ຊຸກເຊື່ອງ, ບໍ່ຜະລິດ, ບໍ່ໃຫ້ການຮ່ວມມື ແລະ ບໍ່ເປັນບ່ອນແວ່ພັກເຊົ່າຂອງຢາເສບຕິດ.

12208594_1635961486654672_3924478688913832944_n

ຜ່ານການກວດກາປະເມີນຕົວຈິງເຫັນໄດ້ວ່າຫຼາຍໂຮງຮຽນພາຍໃນແຂວງອຸດົມໄຊມີໂຮງຮຽນປອດຢາເສບຕິດຫຼາຍແຫ່ງ ແລະ ສາມາດປະກາດເປັນໂຮງຮຽນປອດຢາເສບຕິດ 3 ສົກຮຽນຕິດຕໍ່ກັນໃນສົກປີຜ່ານມາ, ສໍາລັບສົກປີ 2015-2016 ນີ້, ທາງຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ ສາມາດປະເມີນໂຮງຮຽນເປັນໂຮງຮຽນປອດຢາເສບຕິດ 3 ສົກຮຽນຕິດຕໍ່ກັນທົ່ວແຂວງມີເຖິງ 18 ໂຮງຮຽນ ແລະ ມີເປົ້າໝາຍສືບຕໍ່ສ້າງອີກຫຼາຍແຫ່ງ.
ສໍາລັບເມືອງໄຊ ໂຮງຮຽນປອດຢາເສບຕິດ 3 ສົກຮຽນຊ້ອນຕິດຕໍ່ກັນປະກາດໃນສົກນີ້ປະກອບມີ 4 ໂຮງຮຽນຄື: ມສ ນໍ້າແຫ່ງ, ມສ ນາຮ້ວງ, ມຕ ໂພນໂຮມ ແລະ ມຕ ບ້ານກັດ.

12049202_1635961623321325_18580549635386380_n

ເຊິ່ງພິທີປະກາດໄດ້ຈັດຂື້ນຢູ່ທີ່ໂຮງຮຽນ ມສ ນາຮ້ວງ ໃນວັນທີ 5 ພະຈິກ 2015 ນີ້, ໂດຍແມ່ນທ່ານ ເພັດສາຄອນ ຫຼວງອາໄພ ເລຂາພັກແຂວງເຈົ້າແຂວງອຸດົມໄຊເປັນຜູ່ມອບຫຼຽນກາແຮງງານຊັ້ນ III ແລະ ທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງຫົວໜ້າພະແນກສຶກສາທິການ ແລະ ກິລາ ເປັນຜູ້ມອບໃບຢັ້ງຢືນ ແລະ ທຸງການສ້າງໂຮງຮຽນປອດຢາເສບຕິດ 3 ສົກຮຽນຕິດຕໍ່ກັນແຕ່ສົກປີ 2012-2015 ໃຫ້ບັນດາໂຮງຮຽນທີ່ຖືກຮັບຮອງເປັນໂຮງຮຽນປອດຢາເສບຕິດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...