spot_img
Homeຂ່າວຕ່າງປະເທດການລ່ວງລ້ຳທະເລຈີນໃຕ້ຂອງ ສະຫະລັດ ບໍ່ເປັນຜົນດີຕໍ່ຕົນເອງ!

ການລ່ວງລ້ຳທະເລຈີນໃຕ້ຂອງ ສະຫະລັດ ບໍ່ເປັນຜົນດີຕໍ່ຕົນເອງ!

Published on

11220457_1687985014750847_96214017866158301_n

ສຳນັກຂ່າວຊິນຫົວຂອງຈີນລາຍງານວ່າ ມື້ວານນີ້ ວັນທີ 8 ພະຈິກ 2015 ທ່ານ ບຣູຊ ເຟນ ທະນາຍຄວາມ ທີ່ປຶກສາ ແລະນັກຂຽນຊາວສະຫະລັດ ໃຫ້ສຳພາດກັບສຳນັກຂ່າວຊິນຫົວວ່າ ການຊ້ອມຮົບຂອງກອງທັບເຮືອສະຫະລັດ ໃນເຂດທະເລຈີນໃຕ້ນັ້ນ ນອກຈາກຈະບໍ່ສ້າງປະໂຫຍດໃດໆ ກັບປະເທດແລ້ວ ຍັງເປັນການສິ້ນເປືອງເງິນງົບປະມານ ລວມທັງເພິ່ມຄວາມຕຶງຄຽດໃນພື້ນທີ່ອີກດ້ວຍ.

ທ່ານ ເຟນ ກ່າວວ່າ ເປັນຫຍັງເຮົາຈະຕ້ອງ ພະຍາຍາມຍຸແຫຍ່ໃຫ້ຈີນໃຈຮ້າຍ ດ້ວຍການຂະຫຍາຍແລະຄຸກຄາມ ທາງອຳນາດ ມັນເປັນການສົ່ງສັນຍານຜິດໆ ໃຫ້ກັບກຸ່ມປະເທດໃນອາຊີ.

ທ່ານກ່າວຢ່າງຂຶງຂັງວ່າ ຖ້າຖາມວ່າສະຫະລັດ ໄດ້ດຳເນີນການຈັ່ໃດແດ່ ເພື່ອບັນເທົາຄວາມຂັດແຍ້ງ ຂໍຕອບເລີຍວ່າ ບໍ່! ເຊິ່ງຜົນສຸດທ້າຍທີ່ຂ້າພະເຈົ້າວ່າ ເຮົາຕ້ອງການຄື ບໍ່ໃຫ້ເກີດເຫດການໃດໆ ໃນອາຊີຄືກັບເຂດຕາເວັນອອກກາງ.

ເມື່ອເດືອນກ່ອນ ເຮືອຮົບສະຫະລັດ USS Lassen ໄດ້ລ່ວງລ້ຳເຂົ້າພື້ນທີ່ 12 ໄມທະເລ ຂອງເກາະຈີນໃນທະເລຈີນໃຕ້ ເຊິ່ງສະຫະລັດອ້າງວ່າເປັນ ສິດເສລີພາບໃນການເດິນເຮືອ ທັ້ງໆທີ່ຈີນໄດ້ປະນາມພຶດຕິກຳ ທີ່ລະເມີດກົດໝາຍແລະປຸກປັ່ນແລ້ວ ແຕ່ທາງກອງທັບເຮືອສະຫະລັດ ກໍຍັງປະກາດວ່າມີແຜນຈະເດິນເຮືອ ລາດຕະເວັນໃນພື້ນທີ່ນັ້ນອີກຢູ່.

ສະຖານະການຫຼ້າສຸດໃນທະເລຈີນໃຕ້ນັ້ນ ກາຍເປັນ ໂຊກບໍ່ດີ ແກ່ຈີນ ແລະສະຫະລັດ ເພາະເປັນການສ້າງຄວາມຂັດແຍ້ງ ໃນຄວາມສຳພັນລະຫວ່າງກັນ.

ເຂົາຊີ້ເຖິງຄວາມຈິງວ່າ ທະເລຈີນໃຕ້ນັ້ນຢູ່ໃກກັບຈີນ ແລະຢູ່ໄກຈາກສະຫະລັດ ຫຼາຍພັນໄມ ດັ່ງນັ້ນ ການກະທຳຂອງຈີນໃນທະເລຈີນໃຕ້ ບໍ່ໄ້ເປັນການຄຸກຄາມ ອະທິປະໄຕຂອງສະຫະລັດແຕ່ຢ່າງໃດ. ທ່ານກ່າວວ່າ ຂ້າພະເຈົ້າຄິດວ່າ ທາງສະຫະລັດ ບໍ່ມີຄວາມກ່ຽວຂ້ອງໃດໆ ໃນທະເລຈີນໃຕ້ ແລະສະຫະລັດເອງກໍບໍ່ແມ່ນ ຕຳຫຼວດໂລກອີກ.

“ຄວາມຂັດແຍ້ງລະຫວ່າງຈີນ ແລະປະເທດເພື່ອນບ້ານນັ້ນ ພວກເຂົາຈະຕ້ອງແກ້ໄຂກັນເອງ ໃນຂະນະທີ່ສະຫະລັດ ກໍຄວນຈະເປັນກາງ ແກ່ທຸກຝ່າຍ ນອກຈາກນີ້ ເຮົາຄວນຈະກະຕຸ້ນ ເພື່ອໃຫ້ເກີດສັນຕິພາບໃນພື້ນທີ່ ໂດຍສະໜັບສະໜຸນສິດເສລີພາບ ໃນນ່ານນ້ຳ ບໍ່ແມ່ນໄປປຸກປັ່ນສະຖານະການ ຢູ່ບ່ອນຫັ້ນ”
12219453_1687985004750848_1640069635043736661_n

ທ່ານເຟນຍັງຊີ້ອີກວ່າ ແນ່ນອນວ່າບໍ່ແມ່ນເລື່ອງ ປະຊາຊົນຊາວສະຫະລັດ ທີ່ຕ້ອງການຜັກດັນໃຫ້ເກີດ ສະຖານະການຄວາມຂັດແຍ້ງ ທີ່ທະເລຈີນໃຕ້ໃນປັດຈຸບັນ. ທ່ານກວ່າວ່າ ຖ້າເວົ້າເຖິງປະຊາຊົນ ທີ່ໂຫວດໃນປະເດັນ ທະເລຈີນໃຕ້ນັ້ນ ສ່ວນຫຼາຍແລ້ວບໍ່ຮູ້ຊ້ຳວ່າ ທະເລຈີນໃຕ້ຢູ່ໃສກັນແທ້.

ເນື່ອງຈາກຈີນໄດ້ພັດທະນາປະເທດ ຈົນແຂງແກ່ນແລະລ້ຳລວຍ ລວມທັງມີການເພິ່ມງົບປະມານ ທາງການທະຫານນັ້ນ ຈຶ່ງເບິ່ງຄືວ່າ ເຮັດໃຫ້ບາງຄົນໃນສະຫະລັດ “ສ້າງຄວາມຢ້ານກົວຂຶ້ນມາເອງ ທັງທີ່ໃນຄວາມເປັນຈິງນັ້ນ ບໍ່ມີຫຍັງເລີຍ”

ທ່ານກ່າວຢ່າງເປັນຫ່ວງວ່າ ສະຫະລັດ ໄດ້ສ້າງຂໍ້ອ້າງຂຶ້ນມາເອງ ເພື່ອຈະໄດ້ມີການປະຕິບັດການ ທາງທະຫານໃນພື້ນທີ່ ເຊິ່ງລວມ ທັງທະເລຈີນຕາເວັນອອກ ເພື່ອທີ່ພວກເຂົາຈະໄດ້ດຳເນີນ ຍຸດທະສາດ “ປັບສົມດຸນອຳນາດໃນອາຊີ” (pivot to Asia) ລວມທັງສ້າງຄວາມຂັດແຍ້ງ ເຊິ່ງບໍ່ເຄີຍມີມາກ່ອນ ນີ້ຄືສິ່ງທີ່ສະຫະລັດເຮັດ ຈົນອາດຈະກາຍເປັນໄພແກ່ໂຕເອງ.

ທ່ານກ່າວຕື່ມວ່າ “ທ່ານບໍ່ສາມາດຮັກສາ ຄວາມສຳພັນລະຫວ່າງປະເທດໄດ້ ຖ້າຫາກວ່າທ່ານຍັງຄິດໄປເອງວ່າ ຈະຕ້ອງມີການປະຕິບັດທາງທະຫານ ເພື່ອປົກປ້ອງອຳນາດຂອງຕົນເອງ ແລະຍິ່ງໄປກວ່ານັ້ນ ປະເທດທີ່ຍິ່ງໃຫຍ່ບໍ່ຄວນຫາຄວາມດີ ຄວາມຊອບໂດຍການສະແດງວ່າ ແສນຍານຸພາບຂອງພວກເຂົາເໜືອກວ່າ ເທົ່າໃດ ແຕ່ຈະຕ້ອງສະແດງໃຫ້ເຫັນເຖິງ ການຄວບຄຸມຕົນເອງແລະການໃຊ້ອຳນາດ ຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມ ນັ້ນເອງ”.

ຂ່າວແລະພາບ: ສຳນັກຂ່າວຊິນຫົວ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...