spot_img
Homeຂ່າວຕ່າງປະເທດໄຕ້ຫວັນຮຽກຮ້ອງໃຫ້ເສີມສ້າງ "ຫຼັກການຈີນດຽວ"

ໄຕ້ຫວັນຮຽກຮ້ອງໃຫ້ເສີມສ້າງ “ຫຼັກການຈີນດຽວ”

Published on

12190131_1687575498125132_3621635791858714489_n

ວັນທີ 7 ພະຈິກ 2015 ວານນີ້ ຜູ້ນຳໄຕ້ຫວັນ ໄດ້ກ່າວກັບປະທານປະເທດຈີນສີຈິ້ນຜິງວ່າ ທັງສອງຝ່າຍຄວນເສີມສ້າງມະຕິ ຫຼັກການຈີນດຽວໃຫ້ແຂງແກ່ນ ແລະສ້າງການສະໜັບສະໜຸນໃນການ ຟື້ນຟູຊົນຊາດຈີນ

ນັບເປັນຄັ້ງທຳອິດຂອງປະຫວັດສາດ ໃນຮູບ 66 ປີ ທີ່ເກີດການປະຊຸມລະຫວ່າງ ຜູ້ນຳໃນປະເດັນຊ່ອງແຄບໄຕ້ຫວັນ ໝ່າອິງຈິ່ວ ໄດ້ກ່າວວ່າ ມະຕິຫຼັກການຈີນດຽວໃນປີ 1992 ນັ້ນ ເປັນຮາກຖານທາງການເມືອງ ສຳລັບການພັດທະນາຄວາມສະຫງົບສຸກ ໃນຄວາມສຳພັນຂ້າມຊ່ອງແຄບ ໃຫ້ກ້າວໜ້າຍິ່ງຂຶ້ນ.
ໝ່າແນະນຳວ່າ ທັງສອງຝ່າຍຄວນຈະ ຫຼຸດຜ່ອນຄວາມກຽດຊັງແລະແກ້ໄຂ ຂໍ້ພິພາດດ້ວຍສັນຕິວິທີ ຂະນະດຽວກັນກໍຂະຫຍາຍການແລກປ່ຽນ ຂ້າມຊ່ອງແຄບໃຫ້ບັນລຸຜົນລັບ ທີ່ີໄດ້ປະໂຫຍດທັງສອງຝ່າຍ.
ທັງທັງເສີມວ່າຈີນແລະໄຕ້ຫວັນ ຄວນສ້າງຂໍ້ຕົກລົງດ່ວນສຳລັບກໍລະນີ ສຸກເສີນ ແລະປະເດັນຕ່າງໆ ທີ່ສຳຄັນຮ່ວມກັນ.
ໝ່າກ່າວວ່າ ທັງສອງຝ່າຍຄວນໃຫ້ຄວາມຮ່ວມມື ແລະມຸ່ງໝັ້ນທີ່ຈະຟື້ນຟູຊົນຊາດຈີນຮ່ວມກັນ ໃນຖານະທີ່ເປັນລູກຫຼານຄົນຈີນຄືກັນ ທັງໝົດ.
“ຄວາມສຳພັນຂ້າມຊ່ອງແຄບນັ້ນ ມີຄວາມສະຫງົບສຸກແລະໝັ້ນຄົງທີ່ສຸດ ຕັ້ງແຕ່ປີ 1949 ” ທ່ານໝ່າຕັ້ງຂໍ້ສັງເກດ
ເຂົາໄດ້ອ້າງອິງເຖິງໄລຍະເວລາ 7 ປີ ທີ່ຜ່ານມາ ທັງສອງຝ່າຍໄດ້ຮ່ວມລົງນາມໃນຂໍ້ຕົກລົງ ຫຼາຍກວ່າ 23 ສະບັບ ມີຈຳນວນນັກຮຽນແລກປ່ຽນ ຂ້າມຊ່ອງແຄບຫຼາຍກວ່າ 40,000 ຄົນ ແລະມີນັກທ່ອງທ່ຽວຂ້າມຊ່ອງແຄບ ເປັນປະຈຳທຸກປີຫຼາຍກວ່າ 8 ລ້ານຄົນ ອີກທັງຍັງມີມູນຄ່າການຄ້າໃນແຕ່ລະປີ ຫຼາຍກວ່າ 1.7 ແສນລ້ານໂດລາສະຫະລັດ.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...