spot_img
Homeຂ່າວຕ່າງປະເທດຍີ່ປຸ່ນຈະວ່າຈັ່ງໃດ ຫຼັງເກົາຫຼີໃຕ້ກຽມຊ້ອມຮົບ ໃນທະເລຈີນໃຕ້?

ຍີ່ປຸ່ນຈະວ່າຈັ່ງໃດ ຫຼັງເກົາຫຼີໃຕ້ກຽມຊ້ອມຮົບ ໃນທະເລຈີນໃຕ້?

Published on

11215768_1687105854838763_4872517011737419833_n

ເມື່ອວານນີ້ ( 4 ພະຈິກ 2015) ເຈົ້າໜ້າທີ່ກອງທັບເຮືອຂອງເກົາຫຼີໃຕ້ ກ່າວວ່າ ໃນອາທິດໜ້າຈະຈັດການເຝິກຊ້ອມ ທາງການທະຫານທີ່ເກາະດັອກໂດ (Dokdo) ຫຼືທີ່ຍີ່ປຸ່ນເອີ້ນວ່າເກາະທາເຄຊິມາ (Takeshima) ທີ່ຕັ້ງຢູ່ໃນເຂດທະເລຈີນໃຕ້.

ເຂົາກ່າວວ່າ “ວັນເວລາການເຝິກຊ້ອມນັ້ນ ຈະປັບຕາມສະພາບອາກາດ” ພ້ອມກ່າວວ່າກອງທັບເຮືອຈະສົ່ງເຮືອພິຄາດ 1 ລຳ ເຮືອໄວກວດການຕິດຈະຫຼວດນຳວິຖີ 1 ລຳ ແລະເຮືອບິນຮົບຫຼາຍກວ່າ 10 ລຳ ເຂົ້າຮ່ວມການເຝິກຊ້ອມ ລວມເຖິງທະຫານກອງທັບບົກພ້ອມ.

12195923_1687105848172097_6026247946614718526_n

ພະແນກຂ່າວຕ່າງປະເທດຂອງສຳນັກຂ່າວ ຊິນຫົວຂອງຈີນລາຍງານວ່າ ການເຝິກຊ້ອມທາງການທະຫານນັ້ນ ເພື່ອປ້ອງກັນບໍ່ໃຫ້ກອງກຳລັງຕ່າຊາດ ຢຶດຄອງເກາະຢ່າງຜິດກົດໝາຍ ລວມໄປເຖິງການຄວບຄຸມການໃຊ້ ເຄື່ອງບິນໃນເຊິງກົນລະຍຸດອີກດ້ວຍ.

ເກາະດັອກໂດຫຼືເກາະທາເຄຊິມາ ຕັ້ງຢູ່ໃນເຂດນ່ານນ້ຳທາງຕາເວັນອອກ ຂອງແຫຼມເກົາຫຼີ ໄກຈາກເກາະອຸລລຶງໂດ (Ulleungdo) ຂອງເກົາຫຼີໃຕ້ 89 ກິໂລແມັດ ເຊິ່ງຕອນນີ້ຢູ່ໃນການຄອບຄອງ ຂອງເກົາຫຼີໃຕ້ ແຕ່ທັງເກົາຫຼີໃຕ້ ເກົາຫຼີເໜືອ ແລະຍີ່ປຸ່ນ ຢູ່ໃນລະຫວ່າງການພິພາດຍາດຊິງ ດິນແດນເກາະນີ້ ໂດຍຕັ້ງແຕ່ປີ 1986 ເປັນຕົ້ນມາ ຊ່ວງລະດູໃບໄມ້ບານຂອງທຸກປີ ທາງກອງທັບເກົາຫຼີໃຕ້ຈະຈັດການເຝິກຊ້ອມ ທາງການທະຫານໃນເກາະດັອກໂດ ຫຼືເກາະທາເຄຊິ. ແນວໃດກໍຕາມ ການເຝິກຊ້ອມດັ່ງກ່າວ ໄດ້ຮັບສຽງ ຄັດຄ້ານຈາກຍີ່ປຸ່ນ. ທັງນີ້ທ່າທີຂອງເກົາຫຼີໃຕ້ຄັ້ງນີ້ ຍັງບໍ່ມີການຕອບສະໜອງໃດໆ ຈາກຝ່າຍຍີ່ປຸ່ນເລີຍ.

12208548_1687105851505430_3822692137743395625_n

ນອກຈາກນີ້ທາງເຈົ້າໜ້າທີ່ກອງທັບເຮືອ ຂອງເກົາຫຼີໃຕ້ເນັ້ນວ່າ ການເຝິກຊ້ອມທາງການທະຫານໃນອາທິດໜ້າ ບໍ່ກ່ຽວກັບຄວາມສຳພັນທາງການເມືອງ ລະຫວ່າງຍີ່ປຸ່ນ ເປັນເລື່ອງຂອງການທະຫານລ້ວນໆ.

ເມື່ອວັນທີ 2 ພະຈິກ ທີ່ຜ່ານມາ ປະທານາທິບໍດີເກົາຫຼີໃຕ້ ນາງປາກ ກຶນເຮ ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊິນໂສະ ອາເບະ ໄດ້ຈັດການປະຊຸມສຸດຍອດຜູ້ນຳ ເຊິ່ງເປັນຄັ້ງທຳອິດຫຼັງຈາກນາງປາກ ຂຶ້ນດຳລົງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ ແຕ່ກໍຍັງບໍ່ມີການກ່າວເຖິງປະເດັນ ຂໍ້ພິພາດເກາະດັອກໂດ ຫຼືເກາະທາເຄຊິແຕ່ຢ່າງໃດ.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...