spot_img
HomeມູມໄອທີລາວHuawei ແຜນສູງດຶງຕົວອະດີດດີໄຊເນີລ໌ Apple ເສີມທັບເພື່ອຍົກລະດັບງານອອກແບບ

Huawei ແຜນສູງດຶງຕົວອະດີດດີໄຊເນີລ໌ Apple ເສີມທັບເພື່ອຍົກລະດັບງານອອກແບບ

Published on

huawei_logo001-780x447-630x361

ຖື​ເປັນ​ອີກ​ໜຶ່ງ​ການ​ເສີມ​ທັບ​ທີ່​ໜ້າ​ສົນ​ໃຈ​ຂອງ Huawei ຊຶ່ງ​ຫລ້າ​ສຸດ​ໄດ້​ທຳການ​ຈ້າ​ງອາດີດ creative director ຂອງ Apple ຢ່າງ Abigail Brody ເຂົ້າ​ມາ​ຮັບ​ຕຳແໜ່ງ​ຫົວ​ໜ້າ​ທີມ​ເບິ່ງແຍງ​ດ້ານ user interface design ໂດຍ Huawei ໄດ້​ທຳການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ຜ່ານ​ເວັບ​ໄຊຕ໌ Weibo

ສຳລັບ​ແບ​ຣນ​ສະ​ມາດໂຟນ​ຍັກ​ໃຫຍ່​ຈາກ​ຈີນ​ລາຍ​ນີ້​ມັກ​ຖືກ​ກ່າວ​ຫາ​ວ່າ​ລອກ​ຮຽນ​ແບບ ງານ​ດີ​ໄຊນ໌​ຂອງ Apple ຢູ່​ຫລາຍເທື່ອ ແລະ​ ເທື່ອ​ນີ້​​ພວກເຂົາ​ກໍ​ຈັດການ​ດຶງ​ຕົວ​ມາ​ຮ່ວມ​ງານ​ດ້ວຍ​ເລີຍ ຊຶ່ງ​ປະຫວັດ​ຂອງ Brody ກໍ​ຖື​ວ່າ​ດີ​ບໍ່​ທຳມະດາ ກ່ອນ​ໜ້າ​ນີ້​ນາງ​ເຄີຍ​ເຮັດວຽກ​ກັບ Apple ຫລາຍປີ​ກ່ອນ​ຈະ​ລາ​ອອກ​ໃນ​ປີ 2011 ໂດຍ​ນາງ​ເປັນ​ສ່ວນຫນຶ່ງ​ຂອງ​ທີມ​ດີ​ໄຊນ໌ iOS 1 ສຳລັບ​ໄອ​ໂຟນ​ລຸ້ນ​ທຳອິດ​ທີ່​ເປີດ​ຕົວ​ໃນ​ປີ 2007

ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ຂອງ Huawei ຖື​ເປັນ​ການ​ເສີມ​ທັບ​ທີ່​ສຳຄັນ ແລະ​ເພື່ອ​ຍົກລະດັບ​ຄຸນນະພາບ​ງານ​ດີ​ໄຊນ໌​ໃນ​ລະ​ດັບ global ເມື່ອ​ໃນ​ເວລາ​ນີ້​ຊື່​ຂອງ Huawei ນັ້ນ​ໄປ​ຕິດ​ຢູ່ 1 ໃນ 3 ແບ​ຣນ​ສະ​ມາດໂຟນ​ທີ່​ໃຫຍ່​ທີ່ສຸດ​ຂອງ​ໂລກ ນັ້ນ​ເຮັດໃຫ້​ເສັ້ນ​ທາງ​ຂອງ Huawei ກັບ​ຕະ​ຫລາດ​ມື​ຖື​ໂລກ​ນັ້ນ ໜ້າ​ສົນໃຈເປັນ​ຢ່າງ​ຫລາຍ​ໃນ​ອະນາຄົດ

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...