spot_img
Homeຂ່າວພາຍ​ໃນອຸບັດເຫດລົດເມວຽງຈັນ-ອັດຕະປື ຕຳກັບລົດກະບະເສຍຊີວິດ 3 ຄົນ

ອຸບັດເຫດລົດເມວຽງຈັນ-ອັດຕະປື ຕຳກັບລົດກະບະເສຍຊີວິດ 3 ຄົນ

Published on

1458656_10151775417434149_755809737_n1425516_10151775417429149_836721833_n

ຕາມ​ການ​ລາຍ​ງານ​ຈາກ​ພະ​ແນກຈະ­ລາ­ຈອນ ແລະ ມອດ​ໄຟ ປກສ ແຂວງຄຳ​ມ່ວນ​ຕໍ່​ນັກ​ຂ່າວ​ຂອງ​ແຂວງ​ໃນ​ວັນ​ທີ 28 ພະ­ຈິກ 2013 ໃຫ້​ຮູ້​ວ່າ: ໃນ​ເວ­ລາ 24:40 ໂມງ ຂອງ​ວັນ​ທີ 27 ພະ­ຈິກ 2013 ໄດ້​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ຢູ່​ເຂດ ບ້ານ​ໂພນ​ສະ­ຫວ່າງ (ຖະ­ຫນົນ 13 ໃຕ້) ເມືອງ​ຫີນ​ບູນ ແຂວງ​ຄຳ​ມ່ວນ, ເຊິ່ງ​ລົດໂດຍ­ສານ​ດັ່ງ­ກ່າວ​ແມ່ນ​ມຸ່ງ​ຫນ້າ​ມາ​ແຕ່ວຽງ​ຈັນ​ຈະ​ໄປ​ອັດ​ຕະ​ປື, ພໍ​ມາ​ຮອດ​ເຂດບໍ­ລິ­ເວນ​ບ້ານ​ໂພນ​ສະ­ຫວ່າງ, ເມືອງ​ຫີນບູນ ກໍ່​ໄດ້​ເກີດ​ເຫດ​ລະ­ຫວ່າງ​ລົດ­ເມ​ຂົນສົ່ງ​ໂດຍ­ສານ​ຫມາຍ​ເລກ​ທະ­ບຽນ ບຂ 5666 ກຳ­ແພງ​ນະ­ຄອນ ຕຳ​ກັບ​ລົດ­ຍົນກະ­ບະ​ຍີ່​ຫຍໍ້​ອີ​ຊູ​ຊູ ຫມາຍ​ເລກ​ທະ­ບຽນ ກທ 0029 ຄຳ​ມ່ວນ, ໂດຍ​ໃນ​ລົດ­ເມ​ໄດ້ມີ​ຜູ້­ໂດຍ­ສານ​ນັ່ງ​ມາ​ນຳ​ຈຳ­ນວນ 43 ຄົນ ໃນ​ນີ້ ສັນ­ຊາດ​ຈີນ 3 ຄົນ, ຫວຽດ­ນາມ 3 ຄົນ ເຊິ່ງ​ມີ​ຜູ້​ເສຍ​ຊີ­ວິດ​ຄາ​ທີ່ 2 ຄົນ, ບາດເຈັບ​ເລັກ​ນ້ອຍ 35 ຄົນ, ບາດ­ເຈັບ​ສົມຄວນ 5 ຄົນ, ສ່ວນ​ລົດ​ກະ­ບະ​ແມ່ນ​ມີ​ຜູ້ໂດຍ­ສານ 2 ຄົນ, ເສຍ​ຊີ­ວິດ​ຄາ​ທີ່ 1 ຄົນ, ບາດ­ເຈັບ​ສາ­ຫັດ 1 ຄົນ, ສ່ວນ​ສາ­ເຫດ​ທີ່ແທ້​ຈິງ​ຂອງ​ອຸ­ບັດ­ເຫດ​ດັ່ງ­ກ່າວ​ເຈົ້າ​ຫນ້າທີ່​ພວມ​ທຳ​ການ ​ສືບ­ສວນŒ-ສອບ​ສວນ​ຢູ່.

 

ຂ່າວຈາກ:  ເສດຖະກິດ ສັງຄົມ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...