spot_img
Homeຂ່າວຕ່າງປະເທດປູຕິນປະກາດຢ່າງເຂັ້ມແຂງ "ໃຜກໍຢ່າໄດ້ຄິດຂົ່ມຂູ່ຣັດເຊຍ"

ປູຕິນປະກາດຢ່າງເຂັ້ມແຂງ “ໃຜກໍຢ່າໄດ້ຄິດຂົ່ມຂູ່ຣັດເຊຍ”

Published on

12144798_1686798434869505_1306006229615027940_n

ສຳນັກຂ່າວ ຊິນຫົວຂອງຈິນລາຍງານວ່າ ວະລາດິເມຍ ປູຕິນ ປະກາດເມື່ອວັນທີ 3 ພະຈິກທີ່ຜ່ານມາວ່າ ຈຸດປະສົງຫຼັກຂອງຣັດເຊຍໃນຊີເຣຍ ຄືກຳຈັດກຸ່ມກໍ່ການຮ້າຍເພື່ອ ທີ່ຈະຮັບປະກັນຄວາມປອດໄພຂອງຣັດເຊຍ ແລະເພື່ອປ້ອງກັນບໍ່ໃຫ້ພູມິພາກ ຕາເວັນອອກກາງເຂົ້າສູ່ສະພາວະສົງຄາມ ເພາະຈະນຳໄປສູ່ໄພຄຸກຄາມຕໍ່ທັງໂລກ ແລະໃຜກໍຕາມທີ່ຄິດຈະຂົ່ມຂູ່ຣັດເຊຍ ຢ່າຫວັງວ່າຈະສຳເລັດ.

ໂດຍປູຕິນກ່າວວ່າ ຣັດເຊຍພ້ອມ ທີ່ຈະເຮັດວຽກຮ່ວມກັບກອງກຳລັງທັງໝົດ ເພື່ອຮ່ວມມືກັນໃນການຕໍ່ສູ້ກັບ ການກໍ່ການຮ້າຍ ບໍ່ວ່າກອງກຳລັງນີ້ຈະເປັນຕົວແທນ ຂອງສາດສະໜາໃດ.

ນອກຈາກນີ້ ຍັງກ່າວວ່າ ແຮງກົດດັນທີ່ມາຈາກຕ່າງປະເທດນັ້ນ ສົ່ງຜົນດີຕໍ່ຣັດເຊຍດ້ວຍຊ້ຳ ເພາະມັນໄດ້ສ້າງໂອກາດທີ່ຫາຍາກ ໃຫ້ກັບການພັດທະນາຕົນເອງຂອງຣັດເຊຍ ແລະຜູ້ທີ່ຢາກຈະຂັດຂວາງການພັດທະນາ ຂອງຣັດເຊຍນັ້ນແທ້ຈິງແລ້ວ ຄືກຳລັງຊ່ວຍຊຸກຍູ້ຣັດເຊຍ ຮວບຮວມພະລະກຳລັງການພັດທະນາ ຕົນເອງ ໃຫ້ແຂງແກ່ນຍິ່ງຂຶ້ນ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...