spot_img
Homeມູມໄອທີລາວນັກວິເຄາະຢືນຢັນວ່າ Samsung ຈະຫາຍໄປຈາກຕະຫລາດສະມາດໂຟນພາຍໃນ 5 ປີ

ນັກວິເຄາະຢືນຢັນວ່າ Samsung ຈະຫາຍໄປຈາກຕະຫລາດສະມາດໂຟນພາຍໃນ 5 ປີ

Published on

galaxy-note-5-iphone-6s-plus

ເຖິງວ່າ​ຈະ​ໄດ້​ຊື່​ວ່າ​ເປັນ​ຜູ້​ຜະລິດສະມາດ​ໂຟນ​ລາຍ​ໃຫຍ່​ທີ່ສຸດ​ໃນ​ໂລກ ແຕ່​ໃນ​ໄຕ​ມາດ​ຫລັງ​​ພວກເຂົາ​ກັບ​ມີ​ຜົນ​ກຳ​ໄລ​ໃນ​ພະແນກ​ມື​ຖື​ບໍ່​ໜ້າ​ພໍ​ໃຈ​ ລວມ​ທັງ​ຍັງ​ຕ້ອງ​ພົບກັບ​ຄູ່​ແຂ່ງ​ມື​ຖື Android ຫລາຍ​ໜ້າ​ຫລາຍ​ຕາ​ທີ່​ມາ​ປະ​ຊັນ​ກັນ​ດ້ວຍ​ລາ​ຄາ​ທີ່​ນັບ​ມື້​ຈະ​ຖືກ​ລົງ​ເລື້ອຍ​ໆ ຈົນ​ເຮັດໃຫ້​ສ່ວນ​ແບ່​ງຕະຫ​ລາດ Samsung ກໍ​ຫລຸດ​ນ້ອຍ​ໄປ​ດ້ວຍ​ເຊັ່ນ​ກັນ

ມີ​ລາຍ​ງານ​ຈາກ Ben Bajarin ນັກ​ວິ​ເຄາະ​ຈາກ​ບໍລິສັດ​ວິ​ໄຈ Creative Strategies ອອກ​ມາ​ຢືນຢັນ​ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່ Samsung ຈະ​ຫລຸດ​ວົງ​ໂຄຈອນ​ຂອງຕະຫລາດສະມາດໂຟນ​ພາຍ​ໃນ 5 ປີ​ຂ້າງ​ໜ້າ ໂດຍ​ພວກເຂົາ​ລະ​ບຸ​ວ່າ​ນອກ​ຈາກ Apple ທີ່​ມີ​ສ່ວນ​ແບ່​ງຕະຫລາດ​ເຕີບໃຫ່ຍ ແລະ​ ຍອດ​ຂາ​ຍດີຢ່າງ​ໜ້າ​ຢ້ານ​ຕະຫລອດ​ຫລາຍ​ປີ​ຈົນ​ເຮັດໃຫ້​ຜູ້ ໃຊ້ Android ເລີ່ມ​ຫັນ​ໄປ​ໃຊ້​ງານ iOS ຫລາຍ​ຂຶ້ນ​ແລ້ວ ທາງ Samsung ເອງ​ກັບ​ເລີ່ມ​ປະ​ສົບ​ບັນຫາ​ກັບ​ສະ​ຖາ​ນະ​ ​ໃນ​ຕະ​ຫລາດ​ມື​ຖື​ທີ່​ຕ້ອງ​ຮັບ​ມື ກັບ​ກຸ່ມ​ຜູ້​ແຂ່ງ​ລາຍ​ອື່ນ​ທີ່​ຮຽນ​ແບບ​ເທກ​ໂນ​ໂລ​ຍີ​ແລະ​ສະ​ເປກ​ດ້ວຍ​ກົນ​ລະຍຸດ​ການ​ຂາຍ​ໃນ​ລາ​ຄາຖືກ ໂດຍ​ສະເພາະ​ການ​ແຂ່ງ​ຂັນ​ໃນ​ກຸ່ມ​ມື​ຖື​ລາ​ຄາ 1.500.000 ກີບ ເຮັດໃຫ້​ມື​ຖື​ທີ່​ເຮັດ​ອອກ​ມາ​ນັ້ນ​ໄດ້ຮັບ​ຜົນ​ກະທົບ​ໄປ​ຢ່າງ​ຫລີກ​ບໍ່​ໄດ້

ທັງ​ນີ້ ມີ​ລາຍ​ງານ​ຈາກ Wall Street Journal ລະ​ບຸ​ວ່າ 38% ຂອງ​ຍອດ​ຂາຍ​ມື​ຖື​ຈຳນວນ 84 ລ້ານ​ເຄື່ອງ​ໃນ​ໄຕ​ມາດ​ທີ່​ຜ່ານມາ​ຂອງ Samsung ນັ້ນ ເປັນ​ມື​ຖື​ກຸ່ມ​ລາ​ຄາ​ຕ່ຳ​ກວ່າ 8,000 ຊຶ່ງ​ເປັນ​ຕົວ​ເລກ​ທີ່​ເພີ່ມ​ຫລາຍ​ຂຶ້ນ​ຈາກ​ປີ​ທີ່​ແລ້ວ 8% ໂດຍ Samsung ນັ້ນ​ຖື​ເປັນ​ຜູ້​ລິ​ເລີ່ມ​ບຸກ​ເບີກ​ນະ​ວັດ​ຕະກຳ​ຫລວງຫລາຍ​ໃນ​ແວ​ດວົງ​ມື​ຖື Android ແຕ່​ກັບ​ປະ​ສົບ​ບັນຫາ​ຈາກ​ການ​ຖືກ​ລອກ​ຮຽນ​ແບບ​ແລະ​ນຳ​ມາ​ດັດ​ແປງ​ເຂົ້າ​ກັບ​ແບ​ຣນ​ມື​ຖື ເຈົ້າ​ອື່ນໆ ໃນ​ຕະ​ຫລາດ​ມື​ຖື Android ຊຶ່ງ​ໃນ​ທາງ​ກົງ​ກັນ​ຂ້າມ ບັນຫາ​ເຫລົ່າ​ນີ້​ບໍ່​ສົ່ງ​ຜົນ​ກັບ Apple ເທົ່າໃດ (ແມ່ນ​ຈະ​ມີ​ເຄດ​ຂອງ Xiaomi ຫລື HTC) ເຮັດໃຫ້​ມູນ​ຄ່າ​ຂອງ​ການ​ຄິດ​ຄົ້ນ​ເທກ​ໂນ​ໂລ​ຍີ​ໃໝ່​ໆ ເທິງສະມາດໂຟນ​ລະ​ດັບ​ Samsung ນັ້ນ​ເກືອບ​ບໍ່​ມີ​ຄວາມຫມາຍ​ເທົ່າ​ໃດ ນັ້ນ​ໝາຍ​ຄວາມ​ວ່າ​ນອກ​ຈາກ Samsung ແລ້ວ ບັນດາ​ແບ​ຣນ​ມື​ຖື Android ເຈົ້າ​ອື່ນໆ ກໍ​ອາດ​ຕ້ອງ​ເຮັດວຽກບ້ານຢ່າງ​ໜັກ​ທີ່ຈະແຂ່ງຂັນກັນ

 

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...