spot_img
Homeຂ່າວເຫດການສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກແຂວງອຸດົມໄຊ

ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກແຂວງອຸດົມໄຊ

Published on

3-1

ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກແຂວງອຸດົມ ໄຊ ຄັ້ງທີ VIII ໄດ້ສຳເລັດລົງ ຢ່າງຈົບງາມໃນວັນທີ 3 ພະຈິກ ນີ້ທີ່ສະໂມສອນແຂວງອຸດົມໄຊ, ໃນກອງປະຊຸມບັນດາສະ ຫາຍຜູ້ແທນສົມບູນໄດ້ປ່ອນ ບັດຄັດເລືອກເອົາຄະນະບໍລິ ຫານງານພັກແຂວງອຸດົມໄຊ ຊຸດທີ VIII ຊຶ່ງມີຈຳນວນ 36 ສະ ຫາຍ, ເລືອກເອົາ 31 ສະຫາຍ, ຄະນະປະຈຳພັກແຂວງ 11 ສະຫາຍ. ກອງປະຊຸມຄັ້ງ ປະຖົມມະລືກໄດ້ເລືອກເອົາ ສະຫາຍ ເພັດສາຄອນ ຫຼວງ ອາໄພ ເປັນເລຂາພັກແຂວງ, ເລືອກເອົາສະຫາຍ ບຸນລອດ ອ່ອນພະຈັນ ແລະ ສະຫາຍ ຄຳພຽງ ຢາຈົງວາ ເປັນຮອງ ເລຂາພັກ, ສະຫາຍນາງ ຄຳມີ ສຸກສະຫວັດ ເປັນປະທານກວດກາ ແລະ ເລືອກເອົາຜູ້ແທນ ສົມບູນ 23 ສະຫາຍ ສຳຮອງ 3 ສະຫາຍ ເພື່ອໄປຮ່ວມກອງປະ ຊຸມໃຫຍ່ຄັ້ງທີ X ຂອງພັກ.
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງນີ້ໄດ້ຄົ້ນຄວ້າຕີລາຄາການ ຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ VII ຂອງຄະນະ ບໍລິຫານງານພັກແຂວງອຸດົມ ໄຊ ແຕ່ປີ 2011 – 2015 ຊຶ່ງ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ ແລະ ບົດຮຽນ ທີ່ຖອດຖອນໄດ້. ກອງປະຊຸມ ໃຫຍ່ຍັງ ໄດ້ເປັນເອກະພາບຮັບ ຮອງເອົາບົດລາຍງານການ ເມືອງ, ທິດທາງຄາດໝາຍສູ້ ຊົນຮອດປີ 2020 ແລະແຜນ ພັດທະນາເສດຖະກິດ – ສັງ ຄົມ 5 ປີຄັ້ງທີ VIII, ຍຸດທະ ສາດຮອດປີ 2025 ແລະ ວິ ໄສທັດຮອດປີ 2030 ຊຶ່ງ ແມ່ນ ການສືບຕໍ່ເສີມຂະຫຍາຍແນວ ທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ, ທັງແມ່ນ ຄວາມພະຍາຍາມແກ້ໄຂ ຄວາມທຸກຍາກໃຫ້ປະຊາຊົນ ບັນດາເຜົ່າ ແລະ ນຳພາແຂວງ ອຸດົມໄຊຫຼຸຸດພົ້ນອອກຈາກ ຄວາມ ດ້ອຍພັດທະນາໃນປີ 2020.
ໃຫ້ກຽດເຂົ້າຮ່ວມກອງ ປະຊຸມຄັ້ງນີ້ໂດຍສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກຳມະ ການກົມການເມືອງສູນກາງ ພັກ ຄະນະເລຂາທິການສູນ ກາງພັກ ຮອງນາຍົກລັດຖະມົນ ຕີ, ມີອະດີດການນຳແຂວງ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບ ແຂ່ງຂັນ, ຜູ້ຊົງຄຸນວຸດທິ, ພ້ອມ ດ້ວຍແຂກຖືກເຊີນຈາກສູນ ກາງ ແລະ ທ້ອງຖິ່ນ ພ້ອມດ້ວຍ ບັນດາສະຫາຍຜູ້ແທນສົມບູນ 223 ສະຫາຍ, ຍິງ 23 ສະ ຫາຍ ເປັນຕົວ ແທນໃຫ້ແກ່ບັນ ດາສະຫາຍສະມາຊິກພັກ ຈຳ ນວນ 12.757 ສະຫາຍໃນທົ່ວ ແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກໍ ໄດ້ໃຫ້ກຽດໂອ້ລົມຊີ້ນຳຕໍ່ບັນ ດາສະຫາຍຄະນະພັກ ໂດຍ ໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສຳເລັດທີ່ຍາດມາໄດ້ໃນ ໄລຍະ 5 ປີຜ່ານມາ ແລະ ສະ ຫາຍໄດ້ເນັ້ນໃຫ້ຄະນະພັກຊຸດ ໃໝ່ເອົາໃຈໃສ່ຍົກສູງການນຳ ພາຂອງພັກ, ເພີ່ມທະວີຄວາມ ສາມັກຄີເປັນເອກະພາບທົ່ວ ປວງຊົນໃຫ້ໜັກແໜ້ນ, ຢຶດ ໝັ້ນຕໍ່ແນວທາງປ່ຽນແປງໃໝ່ ຂອງພັກຮອບດ້ານ, ສ້າງ ແລະ ປັບປຸງວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ, ເອົາໃຈໃສ່ຊີ້ນຳວຽກງານການພັດທະນາເສດຖະກິດ – ສັງຄົມ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ບັນດາເຜົ່າ ແລະ ເຮັດໃຫ້ແຂວງອຸດົມໄຊ ສາມາດຫຼຸຸດພົ້ນຈາກຄວາມ ດ້ອຍພັດທະນາໃນປີ 2020.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...