spot_img
Homeຂ່າວພາຍ​ໃນຫາລືປັບປຸງກົດໝາຍ ວ່າດ້ວຍມໍລະດົກແຫ່ງຊາດ

ຫາລືປັບປຸງກົດໝາຍ ວ່າດ້ວຍມໍລະດົກແຫ່ງຊາດ

Published on

ຫາລືປັບປຸງກົດໝາຍ ວ່າດ້ວຍມໍລະດົກແຫ່ງຊາດ

ກົດໝາຍ​ວ່າ​ດ້ວຍ​ມໍລະດົກ​ແຫ່ງ​ຊາດ ສະບັບ​ປັບປຸງ ໄດ້​ຖືກ​ຍົກ​ຂຶ້ນ​ມາ​ຫາລື​ເປັນ​ເທື່ອ​ສຸດ​ທ້າຍ ກ່ອນ​ສະເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໄດ້​ພິຈາລະນາ​ຮັບຮອງ ເພື່ອ​ນຳໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ເຂົ້າ​ຍຸກ​ແຫ່ງ​ການ​ເຊື່ອມ​ໂຍງ​ກັບ​ສາກົນ ໂດຍ​ສະເພາະ​ໃນ​ຖານະ ​ສປປ ລາວ ໄດ້​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ ໃນ​ປີ 2013 ແລະ ຈະ​ເຂົ້າ​ເປັນ​ສະມາຊິກ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ໃນ​ປີ 2015.

ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 28 ພະຈິກ 2013 ຜ່ານ​ມາ​ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ​ສຈ.​ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ລັດຖະມົນຕີ​ຊ່ວຍ​ວ່າການ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ​ສຈ.​ດຣ. ບໍ່​ແສງ​ຄຳ ວົງ​ດາລາ ກ່າວ​ວ່າ: ກົດໝາຍ​ວ່າ​ດ້ວຍ​ມໍລະດົກ​ແຫ່ງ​ຊາດ ໄດ້​ນຳ​ມາ​ປັບປຸງ​ບາງ​ມາດຕາ ໃຫ້​ສອດຄ່ອງ​ກັບ​ຄວາມ​ປ່ຽນແປງ​ໄລຍະ​ໃໝ່ ເນື່ອງ​ຈາ​ກວ່າ​ກົດໝາຍ​ສະບັບ​ດັ່ງກ່າວ​ທີ່​ສ້າງຕັ້ງ​ຂຶ້ນ ເມື່ອ​ປີ 2005 ຍັງ​ບໍ່​ທັນ​ຮັດກຸມ ແລະ ສອດຄ່ອງ​ກັບ​ປັດຈຸບັນ​ເທົ່າ​ທີ່​ຄວນ.

ສຳລັບ​ກົດໝາຍ​ມໍລະດົກ​ແຫ່ງ​ຊາດ ທີ່​ນຳ​ມາ​ຫາລື​ເພື່ອ​ການ​ປັບປຸງ​ໄລຍະ​ສຸດ​ທ້າຍ ກ່ອນ​ເຂົ້າ​ເຖິງ​ສະພາ​ໄດ້​ພິຈາລະນາ​ເທື່ອ​ນີ້ ມີ​ທັງ​ໝົດ 12 ພາກ 12 ໝວດ 92 ມາດຕາ ເຊິ່ງ​ໃນ​ນີ້​ມີ 2 ມາດຕາ ທີ່​ເອົາ​ນຳ​ເຂົ້າ​ມາ​ບັນຈຸ​ໃໝ່​ຄື: ມາດຕາ 5 ທີ່​ເວົ້າ​ເຖິງ​ຫຼັກການ​ພື້ນຖານ ກ່ຽວ​ກັບ​ວຽກ​ງານ​ມໍລະດົກ​ແຫ່ງ​ຊາດ ແລະ ມາດຕາ 7 ຂອບ​ເຂດ​ໃນ​ການ​ນຳ​ໃຊ້​ກົດໝາຍ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...