spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມແຕ່ງຕົວນອນແນວໃດໃຫ້ດີຕໍ່ສຸກຂະພາບ

ແຕ່ງຕົວນອນແນວໃດໃຫ້ດີຕໍ່ສຸກຂະພາບ

Published on

images
ຫລາຍເທື່ອທີ່ເຮົາຈະມັກໃສ່ເສື້ອໂຕໜຶ່ງ ໂສ້ງຂາສັ້ນໂຕໜຶ່ງ ແລ້ວນອນຫລັບໄປ ແຕ່ການທີ່ມີຢາງຈາກຂອບໂສ້ງຮັດ ຈະເຮັດໃຫ້ເລືອດໄຫລວຽນບໍ່ສະດວກ ແລະສາວໆ ທີ່ມັກໃສ່ເສື້ອຊ້ອນໃນນອນ ອັນນີ້ຂໍແນະນຳວ່າ ຖ້າຖອດໃນຊ່ວງເວລານອນໄດ້ຈະຊ່ວຍໃຫ້ສ່ວນຕ່າງໆ ຂອງຮ່າງກາຍເຮັດວຽກໄດ້ສະດວກຍິ່ງຂຶ້ນ
ຊ່ວຍໃຫ້ຜິວໄດ້ຜ່ອນຄາຍ
ຈາກການຮັດດ້ວຍເສື້ອຜ້າໃນເວລາກາງເວັນນັ້ນວ່າດົນແລ້ວ ສາວໆ ບາງຄົນເມືອດຖອດເສື້ອຜ້າມາອາດຈະມີຮອຍຮັດຕາມແອວ ຫລືຖ້າໃສ່ໂສ້ງຮັດຫລາຍໆ ກໍ່ຈະເກີດຮອຍໄດ້ ດັ່ງນັ້ນແລ້ວເພື່ອໃຫ້ຜິວໜັງໄດ້ຜ່ອນຄາຍ ຜິວພັນດີໆ ຕອນນອນກໍ່ຄວນເລືອກຊຸດໂລ່ງໆ ຈະໃສ່ພຽງແຕ່ເສື້ອຄໍກົມໂຕໃຫຍ່ໆຈັກໂຕກໍ່ພໍແລ້ວ
ຊ່ວຍໃຫ້ຮໍໂມນຄວາມຄຽດຫລຸດລົງ
ຕອນທີ່ສາວໆ ໃສ່ເສື້ອຜ້າຮັດໆ ຮູ້ສຶກບໍ່ວ່າ ອຶດອັດແທ້ ແຕ່ເມື່ອຖອດ ຈະຮູ້ສຶກຜ່ອນຄາຍ ໂລ່ງສະບາຍແມ່ນບໍ່ ດັ່ງນັ້ນແລ້ວເມື່ອຮ່າງກາຍຂອງເຮົາບໍ່ມີສິ່ງໃດມາຮັດໄວ້ ກໍ່ຈະຊ່ວຍທຸກສ່ວນໃນຮ່າງກາຍຮູ້ສຶກສະບາຍຕົວ ຜ່ອນຄາຍສຸດໆ
ປັບອຸນຫະພູມຮ່າງກາຍ
ເມືອບໍ່ມີສິ່ງໃດມາຮັດ ມາບີບຮ່າງກາຍ ໃຫ້ມີພຽງແຕ່ຜ້າຫົ່ມຈັກຜືນໄວ້ຫົ່ມ ກໍ່ຈະຊ່ວຍໃຫ້ເລືອດໄຫລວຽນດີຂຶ້ນ ເຮັດໃຫ້ອຸນຫະພູມໃນຮ່າງກາຍປັບສະພາບໄດ້
ຮູ້ແບບນີ້ແລ້ວ ສາວໆ ຄົນໃດ ຈະຫາເວລາຈັກມື້ສອງມື້ ບໍ່ໃສ່ເສື້ອຜ້ານອນ ເພື່ອໃຫ້ຮ່າງກາຍໄດ້ຜ່ອນຄາຍ ເລືອດລົມໄຫລວຽນສະດວກກໍ່ໄດ້ ແຕ່ຖ້າສາວໆ ຄົນໃດບໍ່ສະດວກແທ້ໆ ຂໍແນະນຳວ່າ ໃສ່ເປັນຊຸດກະໂປງສະບາຍ ບໍ່ໃຫ້ຢາງຫລືຂອບໂສ້ງຮັດຮ່າງກາຍກໍ່ໄດ້

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...