spot_img
Homeມູມໄອທີລາວກູເກີນເປີດຕົວ Asus OnHub ເຣົາເຕີລ໌ Wi-Fi ແກວງມືເລັ່ງຄວາມໄວເນັດໄດ້

ກູເກີນເປີດຕົວ Asus OnHub ເຣົາເຕີລ໌ Wi-Fi ແກວງມືເລັ່ງຄວາມໄວເນັດໄດ້

Published on

ກູ​ເກີນ​ເປີດ​ຕົວ Asus OnHub ເຣົາ​ເຕີລ໌ Wi-Fi ພ້ອມ​ຟັງຊັ່ນ Wave Control ແກວງ​ມື​ເລັ່ງ​ຄວາມ​ໄວ​ເນັດ

Asus_OnHub_1
ຫລັງ​ຈາກ​ທີ່​ກູ​ເກີນ​ໄດ້​ຈັບ​ມື​ກັບ TP-Link ເປີດ​ຕົວ​ເຣົາ​ເຕີລ໌ OnHub ໄປ​ແລ້ວ ຫລ້າ​ສຸດ​ເມື່ອ​ວັນທີ່ 27 ຕຸລາ ກູ​ເກີນ​ກໍ​ໄດ້​ຈັບ​ມື​ກັບ Asus ເປີດ​ຕົວ​ເຣົາ​ເຕີລ໌ Wi-Fi OnHub ອີກ​ລຸ້ນ​ໜຶ່ງ ໂດຍ​ມີ​ດີ​ໄຊນ໌​ເປັນ​ຮູບກະ​ບອກ​ຄ້າຍ​ກັບ​ລຸ້ນ​ຂອງ TP-Link ພ້ອມ​ທັງ​ເນັ້ນ​ຄວາມ​ຮຽບ​ງ່າຍ​ໃນ​ການຕັ້ງ​ຄ່າ​ແລະ​ໃຊ້​ງານ ສາມາດ​ຄວບ​ຄຸມ​ໄດ້​ຜ່ານ​ແອັບ​ພິ​ເຄ​ຊັ່ນ​ຂອງ​ກູ​ເກີນ ແຖມ​ດ້ວຍ​ຟັງຊັ່ນ Wave Control ທີ່​ມີ​ສະເພາະ Asus OnHub ຊຶ່ງ​ສາມາດ​ແກວງ​ມື​ເທິງຕົວ​ເຣົາ​ເຕີລ໌​ເພື່ອ​ສັ່ງ​ໃຫ້​ເພີ່ມ​ຄວາມ​ໄວ Wi-Fi ໃຫ້​ກັບ​ອຸປະກອນ​ຕົວ​ໃດ​ຕົວ​ໜຶ່ງ​ເປັນ​ພິເສດ​ໄດ້​ທັນ​ທີ

Asus_OnHub_2

ນອກ​ຈາກ​ນີ້ Asus OnHub ຍັງ​ສາມາດ​ອັບ​ເດດ​ຊອບ​ແວລ໌​ໄດ້​ເອງ​ອັດ​ຕະໂນມັດ ໂດຍ​ຈະ​ອັບ​ເດດ​ໃນ​ໄລຍະ​ເວລາ​ທີ່​ບໍ່​ມີ​ການ​ໃຊ້​ງານ​ອິນ​ເຕີ​ເນັດ ເພື່ອ​ບໍ່​ໃຫ້ເປັນ​ການ​ລົບກວນ​ຜູ້​ໃຊ້​ນັ້ນ​ເອງ ແລະ​ໃນ​ສ່ວນ​ຂອງສະ​ເປກ​ກໍ​ຈະ​ຄ້າຍ​ໆ ກັບ OnHub ຂອງ TP-Link ຮອງ​ຮັບ​ສັນຍາ​ນ Wi-Fi 802.11ac ສຳລັບ​ລາ​ຄາ​ນັ້ນ​ຈະ​ຢູ່​ທີ່ $219.99 ເປີດ​ໃຫ້​ສັ່ງ​ຈອງ​ແລ້ວ​ມື້​ນີ້​ໃນ​ອາເມຣິ​​ກາ

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...