ກວດຈັບພະຍາດເບົາຫວານຈາກນ້ຳລາຍດ້ວຍມືຖື

411375ac0ff914ad8b358d88e9feb6e0

ສຸດ​ລ້ຳ​ກັບ​ເທກ​ໂນ​ໂລ​ຍີ​ໃໝ່ ເມື່ອ​ນັກ​ວິ​ໄຈ​ຈາກ​ເມັກ​ຊິ​ໂກ​ມີ​ໄອ​ເດຍ​ໃໝ່​ພັດທະນາ​ອຸປະກອນ​ທີ່​ສາມາດ​ຮູ້​ຜົນ​ພະຍາດ​ເບົາ​ຫວານ ໄດ້​ຢ່າງ​ທັນ​ໃຈ​ດ້ວຍ​ການ​ກວດ”ນ້ຳ​ລາຍ”ເທິງ​ໂທລະ​ສັບ​ມື​ຖື ເໝາະ​ກັບ​ການ​ນຳ​ໄປ​ປະ​ຍຸກໃຊ້​ເພື່ອ​ພິຈາລະນາ​ພະຍາດ​ເບົາ​ຫວານ​ໄດ້​ໃນ​ປະເທດ​ທີ່​ມີ​ລາຍ​ໄດ້ ໜ້ອຍ

ມະຫາ​ວິທະຍາ​ໄລ​ເທກ ເດີ ມອນ​ເທີລ໌​ຣີ່ (ມະຫາ​ວິທະຍາ​ໄລ​ເມັກ​ຊິ​ໂກ) ຮ່ວມ​ກັບ​ມະຫາ​ວິທະຍາ​ໄລ​ຮູດ​ຕັນ ມີ​ແນວ​ຄິດ​ພັດທະນາ​ອຸປະກອນ​ສາມາດ​ຫາ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ພະຍາດ​ເບົາ​ຫວານ​ປະ​ເພດ 2 ໄດ້ ໂດຍ​ຄວາມ​ໂດດ​ເດັ່ນ​ຂອງ​ງານ​ວິ​ໄຈ​ຊິ້ນ​ນີ້​ຄື​ຈະ​ສາມາດ​ນຳ​ໄປ​ປັບ​ໃຊ້​ໄດ້​ກັບ​ໂທລະ​ສັບ​ມືຖື ໃຫ້​ຜົນ​ໄດ້​ໃນ​ເວລາ​ບໍ່​ຈັກ​ວິ​ນາ​ທີ ບໍ່​ຕ້ອງ​ໃຊ້​ເຂັມ​ໃຫ້​ຫຍຸ້ງຍາກ​ແຕ່​ຢ່າງ​ໃດ

ກ່າວ ຄື ອຸປະກອນ​ຊະນິດ​ນີ້​ມີ​ລັກສະນະ​ເປັນ​ຫລອດ​ນ້ອຍ​ໃສ່​ຂອງ​ແຫລວ​ທີ່​ສາມາດ​ນຳ​ໄປ​ປັບ​ໃຊ້​ກັບ ໂທລະ​ສັບ​ມື​ຖື​ໄດ້ ເພື່ອ​ການ​​ກວດ​ຫາ​ສານ​ຕ່າງໆ​ໃນ​ນ້ຳ​ລາຍ ຊຶ່ງ​ຈະ​ສາມາດ​ສະແດງ​ຜົນ​ໄດ້​ວ່າ​ຜູ້​ປ່ວຍ​ຄົນ​ນັ້ນ​ເປັນ​ເບົາ​ຫວານ​ຫລື​ບໍ່

“ອຸປະກອນ ນີ້​ເປັນ​ອຸປະກອນ​ທີ່​ງ່າຍ​ຄືກັບ​ຊຸດ​ກວດ​ສອບ​ການ​ຕັ້ງທ້ອງ” ດຣ. ມາລ໌​ໂກ ອັນ​ໂຕ​ນິ​ໂອ ລິ​ເຕ ພາ​ໂລ​ມາ​ເຣດ ຜູ້​ອຳ​ນວຍ​ການ​ສູນ​ວິ​ໄຈ​ເທກ​ໂນ​ໂລ​ຍີ​ຊີວ​ະພາບ ເຜີຍ

ໂຄງ​ການ​ນີ້ ຕັ້ງ​ເປົ້າ​ໝາຍ​ໄວ້​ວ່າ​ຈະ​ສຳ​ເລັດ​ໃນ​ເວລາ 2 ປີ ໂດຍ ດຣ. ລິ​ເຕ ພາ​ໂລ​ມາ​ເຣດ ເຜີຍ​ວ່າ “ເຮົາ​ຢາກ​ຈະ​ໄດ້​ອຸປະກອນ​ທີ່​ສາມາດ​ຫາ​ມາກ​ເກີລ໌ຊີວະ​ພາບ​ໄດ້​ຈາກ​ຕົວ​ຢ່າງ​ນ້ຳ​ລາຍ ຈະ​ຕ້ອງ​ສາມາດ​ປ່ອຍ​ແສງ​​ໄດ້​ໃຫ້​ກ້ອງ​ໂທລະ​ສັບ​ມື​ຖື​ສາມາດ​ບັນ​ທຶກ​ໄດ້”

ໃນ ງານ​ວິ​ໄຈ​ເທື່ອ​ນີ້ ທີມ​ວິ​ໄຈ​ປະກອບ​ໄປ​ດ້ວຍ​ນັກ​ວິ​ໄຈ​ເທກ​ໂນ​ໂລ​ຍີ​ເອນ​ໄຊ​ທີ່​ຕ້ອງ​ການ​ໃຫ້​ມາກ​ເກີລ໌​ຕົວ ນີ້​ສາມາດ​ເບິ່ງເຫັນ​ແລະ​ຖືກ​ປະ​ມວນ​ຜົນ​ວິ​ເຄາະ​ຜົນ​ໄດ້ ນອກ​ຈາກ​ນີ້ ຍັງມີ​ທີມ​ວິ​ໄຈ​ທີ່​ໄດ້​ສ້າງ​ອຸປະກອນ​ຂະໜາດ​ໄມ​ໂຄຣ​ໃຫ້​ສາມາດ​​ລວມ​ເຂົ້າ​ກັບ​ໂທລະສັບມື​ຖືໃຫ້​ຜູ້​ໃຊ້​ສາມາດ​ກວດ​ແລ້ວ​ສະແດງ​ຜົນ​ເທິງ​ໂທລະສັບ​ມື​ຖື​ໄດ້​ເລີຍ

ຫົວໜ້າ​ສູນ​ວິ​ໄຈ​ເທກ​ໂນ​ໂລ​ຍີ​ຊີວະ​ພາບ ເບີ່ງ​ວ່າ​ໜ້າ​ຈະ​ໃຊ້​ກ້ອງ​ໂທລະ​ສັບ​ມື​ຖື​ເພື່ອ​ການ​ຫາ​ມາກ​ເກີລ໌​ໃນ​ນ້ຳ​ລາຍ​ໄດ້ ເພາະ​ຄວາມ​ລະອຽດ​ຂອງ​ກ້ອງ​ນັ້ນ​ດີ​ຂຶ້ນ​ທຸກໆ​ປີ ແນວ​ຄິດ​ຄື ປະຕິ​ກິ​ລິ​ຍາ​ຂອງ​ເອນ​ໄຊ​ໜ້າ​ຈະ​ເຮັດໃຫ້​ມາກ​ເກີລ໌​ຊີວະ​ພາບ​ເຮືອງ​ແສງ​ຫລື​ປ່ອຍ​ແສງ​ ສາມາດ​ກວດ​ຈັບ​ໄດ້​ດ້ວຍ​ກ້ອງ ຊຶ່ງ​ເປັນ​ກົນລະ​ຍຸດ​ທີ່​ໃຊ້​ກັນ​ເລື້ອຍ​ໃນ​ເທກ​ໂນ​ໂລ​ຍີ​ອື່ນໆ

“ໄອເດຍ​ຄື​ການເຮັດໃຫ້​ຊີວິດ​ຂອງ​ຜູ້​ປ່ວຍ​ງ່າຍ​ຂຶ້ນ ແຕ່​ໃນ​ຂະນະ​ດຽວ​ກັນ ເຮົາ​ກໍ​ຢາກ​ຈະ​ເຮັດໃຫ້​ເທກ​ໂນ​ໂລ​ຍີ​ເພື່ອ​ສຸກຂະພາບ​ເຫລົ່າ​ນີ້​ໄປ​ສູ່​ປະເທດ​ທີ່​ມີ​ລາຍ​ໄດ້​ຕ່ຳດ້ວຍ ໜ້າ​ຈະ​ເຮັດໃຫ້​ເກີດ​ເທກ​ໂນ​ໂລ​ຍີ​ການ​ກວດ​ວັດ​ເບົາ​ຫວານ​ເບື້ອງ​ຕົ້ນ​ເພື່ອຈະ​ໄດ້​ຫາ​ທາງ​ປ້ອງ​ກັນ ບໍ່​ໃຫ້​ເກີດ​ຄ່າ​ໃຊ້​ຈ່າຍ​ທີ່​ສູງ​ຕາມ​ມາ​ຕໍ່ໄປ ທັງ​ຄ່າ​ໃຊ້​ຈ່າຍ​ໃນ​ລະ​ດັບ​ປະຊາຊົນ​ແລະ​ລະ​ດັບ​ລັດຖະບານ”

ນອກ​ຈາກ​ນີ້ ທີມ​ວິ​ໄຈ​ຍັງ​ຫວັງ​ວ່າ​ເທກ​ໂນ​ໂລ​ຍີ​ນີ້​ຈະ​ມີ​ຜູ້​ສົນ​ໃຈ​ນຳ​ໄປ​ຜະລິດ​ເປັນ​ຈຳນວນ​ຫລາຍ​ເພື່ອ​ການ​ນຳ​ໄປ​ໃຊ້​ແທ້