spot_img
Homeຂ່າວພາຍ​ໃນເຄື່ອງຈັກໜີບຄົນງານ ເສຍຊີວິດຄາທີ່

ເຄື່ອງຈັກໜີບຄົນງານ ເສຍຊີວິດຄາທີ່

Published on

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປລາວ ລາຍງານວ່າ ເມື່ອວັນທີ 30 ຕຸລາ 2015 ທີ່ຜ່ານມາ ໄດ້ຮັບການແຈ້ງເຫດວ່າມີເຫຼັກໜີບຄົນ. ດັ່ງນັ້ນ, ທາງໜ່ວຍກູ້ໄພຈຶ່ງຟ້າວໄປຍັງຈຸດເກີດເຫດ ພົບເຫັນຮ່າງຂອງຄົນງານເພດຊາຍ ໄວກາງຄົນຕິດຄາຢູ່ກັບເຄື່ອງຈັກ ຂອງໂຮງງານແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ກວດສອບພົບວ່າຜູ້ເຄາະຮ້າຍເສຍຊີວິດແລ້ວ ເຊິ່ງສະພາບແມ່ນ ຫົວແຕກເປີດກວ້າງ ແລະຂາຫັກ ສ່ວນບໍລິເວນແອວຂຶ້ນຫາເອິກ ມີເຫຼັກເຄື່ອງຈັກໜີບຢູ່ ຈຶ່ງພາໃຫ້ເສຍຊີວິດຄາທີ່ ກ່ອນໜ່ວຍກູ້ໄພຈະນຳສົ່ງມູນນິທິຈີນ ເພື່ອລໍຖ້າໃຫ້ຍາດພີ່ນ້ອງຜູ້ກ່ຽວມາຮັບ ເອົາໄປປະກອບພິທີທາງສາດສະໜາຕໍ່ໄປ.

ສ່ວນສາເຫດລະອຽດ ເຈົ້າໜ້າທີ່ກຳລັງ ດຳເນີນການລວບລວມຢູ່.

12188953_441155569410534_2200298727171052244_n 12065967_441155562743868_7581604477755373806_n 12039507_441175832741841_4914925823340836713_n

ຂອບໃຈຂ່າວແລະຮູບຈາກ: ໜ່ວຍກູ້ໄພມູນນິທິ ຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ 1623

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...