spot_img
Homeຂ່າວພາຍ​ໃນງານເຂົ້າ ຕມ ລາວ ເອີ້ນຄ່າປັບນັກທ່ອງທ່ຽວໄທ 500 ໂດລາ ກາຍເປັນຂ່າວດັງ

ງານເຂົ້າ ຕມ ລາວ ເອີ້ນຄ່າປັບນັກທ່ອງທ່ຽວໄທ 500 ໂດລາ ກາຍເປັນຂ່າວດັງ

Published on

12191050_445051059032013_8987849388221617046_n

ສຳນັກຂ່າວເດລິນິວຂອງໄທ ໄດ້ອອກຂ່າວເມື່ອວັນທີ 29 ຕຸລາ 2015 ທີ່ຜ່ານມາວ່າ: ເມື່ອວັນທີ 29 ຕຸລາ ທີ່ຜ່ານມາ ດຣ ບຸມ ປະນັດດາ ວົງຜູ້ດີ ປະທານອົງກອນທຳອີ ໄດ້ປະສານເຖິງທ່ານ ສົມຊາຍ ວິດດຳລົງ ຜູ້ວ່າລາຊະການຈັງຫວັດນະຄອນພະນົມ ຊ່ວຍເຫຼືອ ນາງ ຈຸທາມາດ ວິຈິດ ອາຍຸ 36 ປີ ພ້ອມລູກສາວແລະລູກຊາຍ ຄື ນາງ ຊະນັນຊິດາ ບຸນຄຳ ອາຍຸ 14 ປີ ແລະ ທ້າວ ນັດຊະນົນ ບຸນຄຳ ອາຍຸ 11 ປີ ພ້ອມກັບສາວໃຊ້ຊາວຫວຽດນາມ ລວມ 4 ຄົນ ກັບໄປປະເທດໄທ ຫຼັງຖືກເຈົ້າໜ້າທີ່ດ່ານກວດຄົນເຂົ້າເມືອງ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 3 ກັກໂຕໄວ້ ເອີ້ນຄ່າປັບໃໝຖານລັກລອບ ເຂົ້າເມືອງຜິດກົດໝາຍ ຜູ້ລະ 500 ໂດລາສະຫະລັດ.

ຂ່າວກ່າວວ່າ ນາງ ຈຸທາມາດ, ລູກສາວ, ລູກຊາຍ ແລະຄົນໃຊ້ຊາວຫວຽດນາມ ໄດ້ເດິນທາງມາຮ່ວມເທສະການ ໄຫຼເຮືອນໄຟທີ່ນະຄອນພະນົມ ຕັ້ງແຕ່ວັນທີ 27 ຕຸລາ ຈາກນັ້ນໄດ້ເດິນທາງດ້ວຍລົດເມ ລະຫວ່າງປະເທດ ໂດຍມີໜັງສືຜ່ານແດນຊົ່ວຄາວ ຈັງຫວັດນະຄອນພະນົມ ວັນທີ 27 ຕຸລາ 2015 ຈະໝົດອາຍຸວັນທີ 2 ພະຈິກ 2015 ມາທ່ອງທ່ຽວແລະພັກທີ່ແຂວງຄຳມ່ວນ 1 ຄືນ ແລະຕອນສວາຍ ກໍໄປຂຶ້ນລົດໂດຍສານ ລະຫວ່າງປະເທດເພື່ອກັບປະເທດໄທ ເມື່ອໄປຮອດດ່ານກວດຄົນເຂົ້າເມືອງຂອງລາວ ເຈົ້າໜ້າທີ່ທາງການລາວ 4 ຄົນ ໄດ້ແຈ້ງໃຫ້ຮູ້ວ່າ ບໍ່ໄດ້ປະທັບກາເຂົ້າປະເທດ ເຊິ່ງຜິດຕໍ່ກົດໝາຍ ແລະໄດ້ຕັ້ງຂໍ້ຫາລັກລອບເຂົ້າເມືອງ ໂດຍຜິດກົດໝາຍ ແລະຕ້ອງເສຍຄ່າປັບໃໝຄົນລະ 300 ໂດລາສະຫະລັດ. ເມື່ອຖາມວ່າຈ່າຍຕາມໃບບິນຫຼືບໍ່? ເຈົ້າໜ໊າທີ່ລາວຕອບວ່າບໍ່ມີ ຈາກນັ້ນ ນາງ ຈຸທາມາດ ໄດ້ຂໍໃຊ້ໂທລະສັບມືຖື ເພື່ອໂທຫາພີ່ນ້ອງເອົາເງິນມາເສຍຄ່າປັບໃໝ ແລະໄດ້ລັກຖ່າຍຮູບເອົາເຈົ້າໜ້າທີ່ໄວ້ໄດ້ 2 ຮູບ 3 ຄົນ ບໍ່ດົນເຈົ້າໜ້າທີ່ລາວໄດ້ມາແຈ້ງໃໝ່ວ່າ ເພິ່ມຄ່າປັບໃໝເປັນຜູ້ລະ 500 ໂດລາ ນາງຈຸທາມາດ ຈຶ່ງຕໍ່ລອງຂໍຈ່າຍພຽງ 3,000 ບຊາດ ເພາະມີເງິນເຫຼືອພຽງເທົ່ານັ້ນ ແຕ່ເຈົ້າໜ້າທີ່ລາວບໍ່ຍອມ ໃນຂະນະດຽວກັນກໍມີປະຊາຊົນໄທ ຍ່າງມາຊື່ມບອກວ່າ ຄ່າປັບໃໝ 500 ບາດເທົ່ານັ້ນ ແລະໄລຍະນີ້ຄົນໄທຖືກຂໍ້ຫານີ້ຫຼາຍ.

ນາງຈຸທາມາດຢືນຢັນວ່າ ຈັ່ງໃດຕົນກໍບໍ່ຜິດກົດໝາຍ ເພາະຕອນເຂົ້າ ສປປລາວ ໄດ້ລົງຈາກລົດທົວ ເອົາໜັງສືມາໃຫ້ເຈົ້າໜ້າທີ່ປະທັບກາ ແຕ່ເຈົ້າໜ້າທີ່ບອກວ່າຂຶ້ນລົດໄດ້ ໂບກມືໃຫ້ຂຶ້ນລົດ ຕົນກໍຂຶ້ນ ໂດຍບໍ່ຄິດວ່າຈະເປັນເລື່ອງແບບນີ້. ຈາກນັ້ນຈຶ່ງປະສານໄປຂໍຄວາມຊ່ວຍເຫຼືອ ຈາກອົງກອນທຳດີ ແລະ ດຣ ບຸ໋ມ ປະນັດດາ ວົງຜູ້ດີ ໄດ້ຕິດຕໍ່ປະສານໄປຍັງຜູ້ວ່າລາຊະການ ຈັງຫວັດນະຄອນພະນົມ ຊ່ວຍເຫຼືອດ່ວນ ເພາະຖ້າຊັກຊ້າຢ້ານຖືກເຈົ້າໜ້າທີ່ ຈະຍ້າຍໄປດຳເນີນຄະດີ. ຈາກນັ້ນບໍ່ດົນ ເຈົ້າໜ້າທີ່ລາວໄດ້ເອົາປ້າຍຊື່ອອກ ແລະແຈ້ງວ່າ ເຈົ້າເມືອງບ້ານເຈົ້າ ໂທມາຫາເຈົ້າເມືອງບ້ານຂ້ອຍ ຂ້ອຍຕ້ອງປ່ອຍພວກເຈົ້າ ເພື່ອມິດຕະພາບ ເສັ້ນໃຫຍ່ກໍບໍ່ບອກ ແລ້ວກໍເອີ້ນຄ່າປັບໃໝສະເພາະສາວໃຊ້ຊາວຫວຽດນາມ 1,200 ບາດ ພ້ອມຍື່ນໃບບິນຮັບເງິນປັບໃໝ ແລະເມື່ອຂ້າມຂົວໄປເຖິງຝັ່ງໄທ ໄດ້ມີລົດຕຳຫຼວດໄທ ນະຄອນພະນົມມາຮັບ.

ຕໍ່ຂ່າວດັງຄືດັ່ງກ່າວນັ້ນ ເຮັດໃຫ້ຜູ້ອ່ານທີ່ຮັບຮູ້ຂ່າວ ຕ່າງຕັ້ງຂໍ້ສົງໄສ 2 ປະການຄື
1. ນາງ ຈຸທາມາດ ພ້ອມລູກແລະຄົນໃຊ້ ເປັນຫຍັງບໍ່ຍອມຮັບວ່າຕົນເອງເຂົ້າເມືອງ ຜິດກົດໝາຍແທ້ ເພາະໜັງສືເດິນທາງບໍ່ໄດ້ປະທັບກາ ອະນຸຍາດເຂົ້າເມືອງ.
2. ໃນກໍລະນີ ນາງຈຸທາມາດ ພ້ອມລູກແລະຄົນໃຊ້ ເຂົ້າເມືອງຜິດກົດໝາຍແທ້, ການເອີ້ນຄ່າປັບໃໝ 500 ໂດລາສະຫະລັດຂອງເຈົ້າໜ້າທີ່ ຕມ ຖືກຕ້ອງຫຼືບໍ່?
ອ່ານຂ່າວຈາກເດລິນິວທີ່ນີ້: http://www.dailynews.co.th/regional/357569

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...