spot_img
Homeຂ່າວພາຍ​ໃນກິດຈະກຳສະແດງດົນຕີ ໃນງານສັບປະດາລາວ-ຝຣັ່ງ

ກິດຈະກຳສະແດງດົນຕີ ໃນງານສັບປະດາລາວ-ຝຣັ່ງ

Published on

ກິດຈະກຳສະແດງດົນຕີ ໃນງານສັບປະດາລາວ-ຝຣັ່ງ

ອີກ​ໜຶ່ງ​ກິດຈະກຳ​ຂອງ​ງານ​ສັບປະດາ​ລາວ-ຝຣັ່ງ ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 26 ພະຈິກ 2013 ທີ່​ຜ່ານ​ມາ ໄດ້​ມີ​ການສະແດງ​ດົນຕີ​ແຈດສ໌ (Erik Truffaz) ເຊິ່ງ​ເປັນ​ນັກ​ສິລະ​ປິນ​ຈາກ​ປະເທດ​ຝຣັ່ງ ທີ່​ມີ​ຜົນງານ​ເປັນ​ທີ່​ຍອມຮັບ​ໃນ​ປະເທດ ແລະ ໃນ​ລະດັບ​ສາກົນ ໄດ້​ນຳ​ມາ​ສະແດງ​ບັນເລງ​ສຽງ​ເພງ​ຢ່າງ​ມ່ວນຊື່ນ ເອີ້ນ​ສຽງ​ຕົບມື​ຈາກ​ບັນດາ​ທ່ານ​ຜູ້​ຊົມ​ທີ່​ເຂົ້າ​ຮ່ວມ​ຊົມ ແລະ ປິດ​ທ້າຍ​ດ້ວຍ​ການສະແດງ​ຮ່ວມ​ຈາກ​ນັກ​ສິລະ​ປິນ​ລາວ ອັນ​ໄດ້​ເພີ່ມ​ຄວາມ​ເບີກບານ​ມ່ວນຊື່ນ​ຄຶກຄື້ນ​ຂຶ້ນ​ອີກ.

ເປັນ​ກຽດ​ເຂົ້າ​ຮ່ວມ​ຊົມ​ການສະແດງ​ໃນ​ຄັ້ງ​ນີ້ ໂດຍ​ທ່ານ ສຸ​ກັນ ມະຫາລາດ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝຣັ່ງ ປະຈຳ​ລາວ ບັນດາ​ການ​ນຳ​ຂອງ​ນະຄອນຫຼວງ​ວຽງ​ຈັນ ແຂກ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ແລະ ບັນດາ​ນ້ອງ​ນັກຮຽນ​ຊາວ​ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ​ຊົມ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...