spot_img
Homeຂ່າວພາຍ​ໃນຈະກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ 5 ໂຄງການ

ຈະກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ 5 ໂຄງການ

Published on

28-11-2556 12-26-51

ພິທີເຊັນສັນຍາ 5 ໂຄງ ການກໍ່ສ້າງເສັ້ນທາງຍຸດທະ ສາດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບລະຫວ່າງກະ ຊວງປ້ອງກັນປະເທດກັບບັນ ດາບໍລິສັດຜູ້ທີ່ຈະຮັບເໝົາກໍ່ ສ້າງແຕ່ລະໂຄງການໄດ້ຈັດ ຂຶ້ນໃນຕອນບ່າຍວັນທີ 27 ພະ ຈິກ 2013 ນີ້, ທີ່ສະໂມສອນ ນ້ອຍກົມໃຫຍ່ເສນາທິການ ກອງທັບ ໂດຍການເຂົ້າຮ່ວມ ເຊັນສັນຍາຂອງສະຫາຍພົນຕີ ສຸວອນ ເລືອງບຸນມີ, ກຳມະ ການສູນກາງພັກ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ຕາງໜ້າໃຫ້ກະຊວງປ້ອງກັນ ປະເທດ ຜູ້ຕາງໜ້າໃຫ້ກະຊວງ ກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພະຍານ.
ໃນຈຳນວນ 5 ໂຄງການທີ່ ໄດ້ສັນຍາກໍ່ສ້າງໃນຄັ້ງນີ້ປະ ກອບມີ: 1) ໂຄງການທະລຸ ແລະ ຍົກລະດັບເສັ້ນທາງແຕ່ບ້ານ ໃໝ່ ສິງສຳພັນ-ບ້ານດອນກຸ່ມ ແຂວງຈຳປາສັກ ມີໄລຍະທາງ  23,773 ກິໂລແມັດ ເຊິ່ງຈະໃຊ້ ເວລາກໍ່ສ້າງ 4 ປີ (ແຕ່ປີ 2013-
2017) ໂດຍແມ່ນບໍລິສັດ LTV
ກໍ່ສ້າງຂົວ-ທາງ ເປັນຜູ້ຮັບເໝົາ ກໍ່ສ້າງ, 2) ໂຄງການທະລຸ ແລະ ຍົກລະດັບເສັ້ນທາງແຕ່ບ້ານ ຊຳຍຸງ-ທ່າດໍ ແຂວງຊຽງຂວາງ, ໄລຍະທາງ  64,1 ກິໂລແມັດ ເຊິ່ງຈະໃຊ້ເວລາກໍ່ສ້າງ 4 ປີ (ແຕ່
ປີ 2013-2017) ໂດຍແມ່ນບໍ ລິສັດ ດວງຖາວອນກໍ່ສ້າງຂົວ-ທາງເປັນຜູ້ຮັບເໝົາກໍ່ສ້າງ, 3) ໂຄງການຍົກລະດັບເສັ້ນທາງ ແຕ່ເມືອງແກ່ນທ້າວ-ບ້ານນາ ຂ່າ ແຂວງໄຊຍະບູລີ, ໄລຍະ ທາງ 42 ກິໂລແມັດ ເຊິ່ງຈະໃຊ້ ເວລາກໍ່ສ້າງ 5 ປີ (ແຕ່ປີ 2013-
2018), ໂດຍແມ່ນບໍລິສັດ ລາ ຊາໂຊກ ກໍ່ສ້າງຂົວ-ທາງເປັນ ຜູ້ຮັບເໝົາກໍ່ສ້າງ,​ 4) ໂຄງການ ທະລຸ ແລະ ຍົກລະດັບເສັ້ນ ທາງແຕ່ບ້ານຫ້ວຍເຊົາ-ຄຳຕື້ ແຂວງສາລະວັນ, ໄລຍະທາງ  30 ກິໂລແມັດ ເຊິ່ງຈະໃຊ້ເວ ລາກໍ່ສ້າງ 3 ປີ (ແຕ່ປີ 2013-2016) ໂດຍແມ່ນບໍລິສັດ ລັດ ວິສາຫະກິດກໍ່ສ້າງຂົວ-ທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ເປັນຜູ້ຮັບເໝົາກໍ່ສ້າງ, 5) ໂຄງ ການຍົກລະດັບເສັ້ນທາງແຕ່ ບ້ານ ລ້ອງໂປດ-ບ້ານນ້ຳມ້າ ດາວ ແຂວງວຽງຈັນ ໄລຍະທາງ
12,3 ກິໂລແມັດ ເຊິ່ງຈະໃຊ້ ເວລາກໍ່ສ້າງ 2 ປີ (ແຕ່ປີ 2013-
2015) ຮັບເໝົາກໍ່ສ້າງໂດຍບໍລິ ສັດສີສະເກດ ກໍ່ສ້າງຂົວ-ທາງ. ນອກຈາກ 5 ໂຄງການດັ່ງກ່າວ ແລ້ວກໍ່ຍັງມີໂຄງການກໍ່ສ້າງ ສະໜາມຫັດແອບຍຸດທະວິທີ ຢູ່ວິທະຍາຄານນາຍທະຫານ ບົກ, ຂະໜາດ 300×1700 ແມັດ ເຊິ່ງຈະໃຊ້ເວລາກໍ່ສ້າງ 1 ປີ (2013-2014) ຮັບເໝົາ ກໍ່ສ້າງໂດຍບໍລິສັດ ສີສະເກດ ກໍ່ສ້າງຂົວ-ທາງ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...