spot_img
Homeຂ່າວພາຍ​ໃນແຂວງໄຊຍະບູລີປາຖະກະຖາມູນເຊື້ອວັນຊາດ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ

ແຂວງໄຊຍະບູລີປາຖະກະຖາມູນເຊື້ອວັນຊາດ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ

Published on

Leader1

ແຂວງໄຊຍະບູລີໄດ້ຈັດ ຕັ້ງປາຖະກະຖາກ່ຽວກັບມູນ ເຊື້ອວັນຊາດທີ 2 ທັນວາ ຄົບ ຮອບ 38 ປີ (2/12/1975 – 2/12/2013) ແລະ ວັນເກີດ ຂອງ ປະທານໄກສອນ ພົມວິ ຫານ ຄົບ 93 ປີ (13/12/ 1920-13/12/2013) ຂຶ້ນ ໃນທ້າຍເດືອນພະຈິກ 2013 ນີ້,  ຢູ່ທີ່ຫ້ອງປະຊຸມໂຮງຮຽນ ການເມືອງການປົກຄອງ ແຂວງໄຊຍະບູລີ, ໂດຍການ ປາຖະກະຖາຂອງ ທ່ານ ດຣ ສົມລິດ ເປືອກແກ້ວ, ຄະນະ ປະຈຳພັກແຂວງ, ຫົວໜ້າຄະ
ນະໂຄສະນາອົບຮົມແຂວງ ທັງເປັນຫົວໜ້າອຳນວຍການໂຮງຮຽນການເມືອງ-ການ ປົກ ຄອງແຂວງໄຊຍະບູລີ, ມີ ກຸ່ມເສດຖະກິດ, ກຸ່ມການ ເມືອງ ແລະ ກຸ່ມວັດທະນະທຳສັງຄົມເຂົ້າຮ່ວມ 400 ກວ່າ ຄົນ.
ທ່ານ ດຣ ສົມລິດ ເປືອກ ແກ້ວ ໄດ້ຍົກໃຫ້ເຫັນວ່າ: ວັນ ທີ 2 ທັນວາ ປີ 1975 ແມ່ນ ວັນແຫ່ງໄຊຊະນະອັນຍິງ ໃຫ່ຍໃນປະຫວັດສາດແຫ່ງ ການຕໍ່ສູ້ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນບັນດາ ເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະ ເທດຊາດຢ່າງແທ້ຈິງ ແລະ ແມ່ນວັນ ທີ່ປະເທດລາວມີເອ ກະລາດຢ່າງສົມບູນ, ມີອະ ທິປະໄຕຢ່າງຄົບຖ້ວນ, ມີທີ່ ຕັ້ງອັນສົມກຽດ ແລະ ມີຖານະ ເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ, ການ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ປີ 2013 ນີ້, ແມ່ນຢູ່ ໃນໄລຍະທີ່ພວກເຮົາພວມ ສຸມໃສ່ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫ່ຍຄັ້ງທີ IX ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຂອງລັດ, ໂດຍສະເພາະ ແມ່ນເປັນປີທີ່ພວກເຮົາລິເລີ່ມ ການຈັດຕັ້ງປະຕິບັດທົດລອງ ວຽກງານ 3 ສ້າງ ແລະ ກຳລັງ ກຳກຽມຈັດຕັ້ງກອງປະຊຸມ 3 ຂັ້ນຂອບເຂດທົ່ວປະເທດ 38 ປີຜ່ນມາປະຊາຊົນລາວບັນ ດາເຜົ່າໄດ້ພ້ອມກັນສາມັກຄີ ກັນ, ພາຍໃຕ້ການນຳຂອງ ພັກ, ປະຕິບັດສອງໜ້າທີ່ຍຸດ ທະສາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ເຊິ່ງເຮັດໃຫ້ ສປປລາວ ໄດ້ມີການພັດທະນາ ແລະ ເຕີບໃຫ່ຍຂະຫຍາຍຕົວຢ່າງ ຮອບດ້ານ, ທ່ານ ດຣ ສົມລິດ ເປືອກແກ້ວ ຍັງໄດ້ເລົ່າປະ ຫວັດຂອງ: ປະທານ ໄກສອນ ພົມວິຫານ ເຊິ່ງເພີ່ນໄດ້ເກີດ ໃນວັນທີ 13/12/1920  ແລະ ເຕີບໃຫ່ຍຂຶ້ນໃນສະພາບທີ່ ປະເທດຂອງພວກເຮົາຖືກຕົກ ເປັນເມືອງຂຶ້ນ, ປະຊາຊົນ ລາວບັນດາເຜົ່າຖືກກົດຂີ່ຂູດ ຮີດ, ເປັນຂ້ອຍຂ້າຂອງຕ່າງ ຊາດ, ປະທານ ໄກສອນ ພົມ ວິຫານໄດ້ເຫັນສະພາບການ ຖືກກົດຂີ່ຂູດຮີດຈິ່ງເກີດ ຄວາມຕື່ນຕົວຮັກຊາດ, ນໍ້າ ໃຈຄຽດແຄ້ນສັດຕູຜູ້ຮຸກຮານ ເພີ່ນໄດ້ໂຄສະນາ, ສຶກສາອົບ ຮົມມານະຈິດ ແລະ ອຸດົມ ການປະຕິວັດໃຫ້ແກ່ສະມາ ຊິກພັກ-ພະນັກງານໂດຍ ຖື ວ່າອັນນັ້ນແມ່ນວຽກງານພື້ນ ຖານໃຈກາງຂອງການສ້າງ ກຳລັງແຮງປະຕິວັດສົມທົບ ການເຕົ້າໂຮມຄວາມສາມັກຄີ ລະຫວ່າງເຜົ່າ ແລະ ຊັ້ນຄົນທີ່ ຮັກຊາດ, ໃນຂອບເຂດທົ່ວ ປະເທດ, ເພື່ອຕໍ່ສູ້ຍາດເອົາ ເອກະລາດໂດຍໄດ້ຮັບການ ສະໜັບສະໜູນຊ່ວຍເຫຼືອ ຈາກ ຫວຽດນາມ, ຈີນ ແລະ ສະຫະພາບໂຊວຽດ, ລວມທັງ ເພື່ອມິດສາກົນຢ່າງກວ້າງ ຂວາງ, ເພີ່ນໄດ້ເປັນເຈົ້າການ ປະສານສົມທົບກັບການຕໍ່ສູ້ ຂອງປະຊາຊົນຫວຽດນາມ, ກຳປູເຈຍອ້າຍນ້ອງຢ່າງກົມ ກຽວ, ເປັນເອກະພາບເຊິ່ງ ເຮັດໃຫ້ການປະຕິວັດລາວ   ເຕີບໃຫ່ຍຈົນກ້າວຂຶ້ນຍາດ ເອົາໄຊຍະນະ-ປົດປ່ອຍປະ ເທດຊາດຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975 ທັງໄດ້ນຳພາປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກ ຮັກສາ ແລະ ສ້າງສາປະເທດ ຊາດຈົນເຖິງມື້ສຸດທ້າຍຂອງຊີ ວິດເຊິ່ງເປັນແບບຢ່າງດ້ານ ຄຸນສົມບັດສິນທຳປະຕິວັດທີ່ ພວກເຮົາຕ້ອງພ້ອມກັນຮ່ຳ ຮຽນເອົາ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...