spot_img
Homeຂ່າວຕ່າງປະເທດມຽນມາກຽມເປີດຕະຫລາດຮຸ້ນ ແຫ່ງທຳອິດຂອງປະເທດ ທ້າຍປີ 2015 ນີ້!

ມຽນມາກຽມເປີດຕະຫລາດຮຸ້ນ ແຫ່ງທຳອິດຂອງປະເທດ ທ້າຍປີ 2015 ນີ້!

Published on

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ຕຸລານີ້ວ່າ ທ່ານ Maung Maunh Thein ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນມຽນມາ, ປະທານຄະນະກຳມະການຫລັກຊັບ ແລະ ທີ່ປຶກສາຕະຫລາດຮຸ້ນ ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດນຳໜ້າຢູ່ມຽນມາ ເຂົ້າຈົດທະບຽນໃນຕະຫລາດຫລັກຊັບຢາງກຸ້ງ ຊຶ່ງເປັນຕະຫລາດທຶນແຫ່ງທຳອິດຂອງປະເທດ ໂດຍມີອັກສອນຫຍໍ້ວ່າ YEX ມີກຳນົດເປີດທຳການຊື້ຂາຍໃນເດືອນທັນວາປີນີ້.

ທັງນີ້ ຕະຫລາດຫລັກຊັບຢາງກຸ້ງ ແມ່ນເປັນການຮ່ວມທຶນລະຫວ່າງ Myanmar Economic Bank ຖືຮຸ້ນໃຫຍ່ 51%, ບໍລິສັດ Daiwa Institute of Research Ltd ຂອງຍີ່ປຸ່ນ ຖືຮຸ້ນ 30.25% ແລະ ກຸ່ມບໍລິສັດຕະຫລາດຮຸ້ນຍີ່ປຸ່ນ (Japan Exchange Group) ຮ່ວມຖືຮຸ້ນອີກ 18.75%.

558000012348601
ອາຄານທີ່ຈະຖືກເປີດເປັນຕະຫລາດຮຸ້ນ ແຫ່ງທຳອິດຂອງມຽນມາ ທີ່ນະຄອນຢາງກຸ້ງ

 

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...