Homeຂ່າວພາຍ​ໃນແມວດຳຄຸບສາລິກາດົງ 3-0 ແຊງຂື້ນເປັນອັນດັບທີ 18

ແມວດຳຄຸບສາລິກາດົງ 3-0 ແຊງຂື້ນເປັນອັນດັບທີ 18

Published on

ການແຂ່ງຂັນພຣີເມຍລີກໃນທ້າຍອາທິດທີ່ຜ່ານມາເປັນການພົບກັບຂອງ ຊັນເດີແລນ ເປີດບ້ານຕ້ອນຮັບການມາຢາມຂອງ ນິວຄາສເຊິນ, ຊັນເດີແລນ(ແມວດຳ)ສາມາດເອົາຊະນະໄດ້ ຊັນເດີແລນ( ສາລິກາດົງ ) ໄປໄດ້ 3-0​ ປະຕູ ແຊງຂື້ນມາຢູ່ໃນອັນດັບທີ 18 ຂອງຕາຕະລາງພຣີເມຍລີກ

ນາທີທີ່ 45+1 ທີມຢາມເສີຍຜູ້ຫຼີ້ນເຫຼືອພຽງ 10 ຄົນ ແລະ ຍັງເສຍຈຸດໂທດອີກ ເມື່ອຟາບຣິຊິໂອ ໂກລອດຊີນີ ເຂົ້າສະກັດ ສະຕີເວນ ເຟລັດເຊີ ລົ້ມລົງໃນເຂດໂທດ ໂຣເບີດ ເມດເລ ແຈກໃບແດງທັນທີ ແລະ ອາດັມ ຈອນສັນ ຮັບໜ້າທີ່ສັງຫານເຮັດໃຫ້ເຈົ້າຖີ່ນຂື້ນນຳ 1-0 ປະຕູ

ນາທີທີ່ 65ຊັນເດີແລນ ໄດ້ປະຕູເພີ່ມຈາກຈັງຫວະເຕະແຈ ຍານ ເອັມວິລາ ບອນເລ່ດ້ວຍຂວາໄປຊື່ຕົວ ບິນລີ ໂຈນສ໌ ຍິງເນັ້ນໆບໍ່ມີພາດຂື້ນນຳເປັນ 2-0ປະຕູ

ນາທທີ່ 86 “ແມວດຳ” ມາເອົາລູກປິດທ້າຍຈາກການທີ່ ຢູເນສ ກາບູນ ໄດ້ບານທາງດ້ານຊ້າຍກ່ອນເປີດບານໄປໃຫ້ ສະຕີເວນ ເຟລັດເຊີ ບອນເລ່ດ້ວຍຊ້າຍຜ່ານ ຣ໊ອບ ເອວລຽດ ເຂົ້າໄປຢ່າງສວຍງາມ
ຈົບເກມ 90 ນາທີ ຊັນເດີແລນ ເປີດບ້ານເອົາຊະນະ ນິວຄາສເຊິນ ຢູໄນເຕັດ ໄປໄດ້ 3-0 ປະຕູ ຍາດເອົາ 3 ຄະແນນມາໄດ້ຫຍັບຂື້ນອັນດັບທີ 18 ໃນຕາຕະລາງຄະແນນ

10221

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...