spot_img
Homeວິທະຍາສາດ-ວິທະຍາການນອນຕອນເວັນຊ່ວຍໃຫ້ສະໝອງຈື່ຈຳດີຂື້ນ

ນອນຕອນເວັນຊ່ວຍໃຫ້ສະໝອງຈື່ຈຳດີຂື້ນ

Published on

2a5e44a2be8015469aa1202cb2ddbaeb

ຖ້າ​ຢາກ​ຈື່ຈຳ​​ໃຫ້​ໄດ້​ດີ ເຮົາ​ຕ້ອງ​ໃຫ້​ຄວາມ​ຈຳ​ນັ້ນ​ກ່ຽວ​ພັນກັບ​ລາງ​ວັນ ຍິ່ງ​ໄປ​ກວ່າ​ນັ້ນ ການ​ໄດ້​ນອນ​ເປັນໄລຍະ​ສັ້ນໆ​ກໍ​ຍິ່ງ​ເຮັດໃຫ້ຈື່​ຈຳ​ສິ່ງ​ນັ້ນໆ​ໄດ້​ດີ​ຍິ່ງ​ຂຶ້ນອີກ​ດ້ວຍ ເໝາະ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ນຳ​ໄປ​ປັບ​ເປັນ​ເທກ​ນິກ​ໃນ​ການ​ຮຽນ​ຮູ້

ການສຶກສາ​ເທື່ອ​ໃໝ່​ລະ​ບຸ​ວ່າ ການ​ໄດ້ຮັບ​ລາງ​ວັນ​ຂະນະ​ຮຽນ​ຮູ້​ນັ້ນ​ເຮັດໃຫ້​ສະໜອງ​ຈື່ຄວາມ​ຮູ້​ແລະ​ທັກ​ສະ​ໄດ້​ດີ​ຂຶ້ນ ໂດຍ​ສະເພາະ​ຢ່າງ​ຍິ່ງ​ເມື່ອ​ໄດ້​ນອນ​ກາງເວັນ ກໍ​ຍິ່ງ​ເຮັດ​ໄດ້​ດີ​ຍິ່ງ​ຂຶ້ນ

ງານ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ເຈ​ນີ​ວາ ສະ​ວິດ​ເຊີລ໌​ແລນດ໌ ໄດ້ຮັບ​ການ​ເຜີຍແຜ່​ໃນ​ວາລະ​ສານ​ວິ​ຊາ​ການ eLife ລະ​ບຸ​ວ່າ ຄວາມ​ຈື່​ຈຳ​ທີ່​ກ່ຽວ​ພັນ​ກັບ​ລາງ​ວັນ​ນັ້ນ​ຈະ​ເຮັດວຽກ​ໄດ້​ດີ​ຍິ່ງ​ຂຶ້ນ​ເມື່ອ​ເຮົາ​ໄດ້​ນອນ ແມ່ນແຕ່​ການ​​ຫລັບ​ໄລຍະສັ້ນໆ​ຫລັງ​ຈາກ​ຮຽນ​ຮູ້​ໄປ​ໜ້ອຍໜື່ງ​ກໍ​ຖື​ວ່າ​ມີ​ປະໂຫຍດ

“ລາງ​ວັນ​ອາດຈະ​ເຮັດວຽກ​ເປັນ​ຄື​ປ້າຍ​ຕິດ​ຂໍ້​ມູນ​ໃນ​ສະໝອງ​ໃນ​ໄລຍະ​ທີ່​ເຮົາ​ກຳ​ລັງ​ຮຽນ​ຮູ້” ດຣ ຄິງ​ກາ ອິກ​ຟູ ແຫ່ງ​ມະຫາ​ວິທະຍາ​ໄລ​ເຈ​ນີ​ວາ​ເຜີຍ

“ໃນ​ໄລຍະທີ່​ເຮົາ​ຫລັບ ຂໍ້​ມູນ​ທີ່​ກ່ຽວ​​ກັບ​ລາງ​ວັນ​ນັ້ນ​ຈະ​ລວມ​ຕົວ​ກັນ​ໄດ້​ດີ ແລ້ວ​ຂໍ້​ມູນ​ເຫລົ່າ​ນີ້​ຈະ​ຖືກ​ຍ້າຍ​ໄປ​ຢູ່ໃນ​ສະໝອງ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຈື່ຈຳ​ໄລ​ຍະ​ຍາວ”

“ການສຶກສາ​ຂອງ​ເຮົາ​ກ່ຽວ​ພັນກັບ​ຄວາມ​ເຂົ້າໃຈ​ວ່າ ຖ້າຫາກ​ເຮົາ​ເຮັດໃຫ້​ຜົນ​ກະທົບ​ຈາກ​ການ​ອົດ​ນອນ​ໝົດ​ໄປ​ໄດ້ ກໍ​ໜ້າ​ຈະ​ເປັນ​ເລື່ອງ​ທີ່​ດີ”

ໃນ​ການສຶກສາ​ເທື່ອ​ນີ້ ອາ​ສາ​ສະໝັກ 31 ຄົນ​ຖືກ​ສຸ່ມ​ຂຶ້ນ​ມາ ແລ້ວ​ແບ່ງ​ເຂົ້າ​ກຸ່ມ 2 ກຸ່ມ​ໄດ້​ແກ່ ກຸ່ມ​ທີ່​ໄດ້​ນອນ ກັບ​ກຸ່ມ​ທີ່​ຕ້ອງ​ຕື່ນ​ຢູ່​ຕະຫລອດ ທັງ​ນີ້ ຄວາມ​ໄວ​ຂອງ​ອາ​ສາ​ສະໝັກ​ທັງ​ສອງ​ກຸ່ມ​ຕໍ່”ລາງ​ວັນ”ນັ້ນ​ເທົ່າ​ໆ​ກັນ ໃນ​ລະຫວ່າງ​ບ່ອນເຮັດວຽກ​ທົດສອບ​ເພື່ອ​ໃຫ້​ຈື່​ພາບ​ນັ້ນ​ນັກ​ວິ​ໄຈ​ໄດ້​ສະ​ແກນ​ສະໝອງ​ຂອງ​ອາ​ສາ​ສະໝັກ​ໄປ​ນຳ ໂດຍ​ພາບ​ທີ່​ໃຫ້​ຈື່​ນັ້ນ​ເປັນ​ພາບ 8 ພາບ ຖ້າຫາກ​ຈື່​ໄດ້ 4 ພາບ​ຂຶ້ນ​ໄປ​ກໍ​ຈະ​ໄດ້​ລາງ​ວັນ​ຫລາຍ

ຫລັງ​ຈາກ​ຜ່ານ​ໄລຍະ​ພັກ​ເບ​ຣກໄປ 90 ນາ​ທີ​ໃຫ້​ໄດ້​ນອນ​ຫລື​ວ່າ​ໃຫ້​ພັກ​ແບບ​ຕື່ນ​ເອົາ​ (ຕາມ​ຄຳ​ສັ່ງ​ທີ່​ໄດ້ຮັບ​ໃນ​ແຕ່​ລະ​ກຸ່ມ) ນັກ​ວິ​ໄຈ​ທຳການ​ທົດສອບ​ຄວາມ​ຈື່ຈຳ​ແລະ​ຖາມ​ວ່າ​ໝັ່ນໃຈ​ກັບ​ຄຳ​ຕອບ​ຫລາຍ​ປານ​ໃດ ນອກ​ຈາກ​ນີ້ ນັກ​ວິ​ໄຈ​ຍັງ​ໄດ້​ທຳການ​ທົດລອງ​ເພີ່ມເຕີມ​ຫລັງ​ຈາກ​ຜ່ານ​ໄປ 3 ເດືອນ​ໂດຍ​ບໍ່​ໄດ້​ແຈ້ງ​ອາ​ສາ​ສະໝັກ​ລ່ວງ​ໜ້າ

ນັກ​ວິ​ໄຈ​ພົບ​ວ່າ ໃນ​ການ​ທົດລອງ​ເທື່ອ​ທຳ ອາ​ສາ​ສະໝັກ​ທັງ​ສອງ​ກຸ່ມ​ນັ້ນ​ຈື່​ພາບ​ໄດ້​ດີ ແຕ່​ກຸ່ມ​ທີ່​ໄດ້​ນອນ​ນັ້ນ​ໂດຍ​ລວມ​ຈະ​ຈື່​ໄດ້​ດີກວ່າ ແຕ່​ຍິ່ງ​ໄປ​ກວ່າ ໃນ​ການ​ທົດລອງ​ເມື່ອ​ເວລາ​ຜ່ານ​ໄປ 3 ເດືອນ​ນັ້ນ ກຸ່ມ​ທີ່​ໄດ້​ນອນ​ນັ້ນ​ຈື່ໄດ້​ດີກວ່າ​ຫລາຍ ແລະ​ກຸ່ມ​ນີ້​ຍັງ​ໝັ່ນໃຈ​ວ່າ​ຄຳ​ຕອບ​ທີ່​ໃຫ້​ໄປ​ນັ້ນ​ຖືກ​ຕ້ອງ​ອີກ​ ແມ່ນ​ຈະ​ຜ່ານ​ໄປ​ແລ້ວ 3 ເດືອນ

ຈາກ​ກາ​olt​ແກນ​ສະໝອງ​ດ້ວຍ MRI ຊີ້​ວ່າ ກຸ່ມ​ທີ່​ໄດ້​ນອນ​ນັ້ນ​ມີ​ກິດຈະກຳ​ທີ່​ຮິບ​ໂປ​ແຄມ​ປັດ​ຫລາຍກວ່າ ຊຶ່ງ​ເປັນ​ສະໝອງ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກັບ​ການສ້າງ​ຄວາມ​ຈື່​ຈຳ ຫລັງ​ຈາກ​ຜ່ານ​ໄປ 3 ເດືອນ​ກໍ​ຍັງມີ​ການ​ເຊື່ອມ​ຕໍ່​ທີ່​ເພີ່ມ​ຂຶ້ນ​ລະຫວ່າງ​ຮິບ​ໂປ​ແຄມ​ປັດ ກັບ​ສະໝອງ​ສ່ວນ medial prefrontal cortex ແລະ​ສ່ວນ striatum ອັນ​ເປັນ​ບໍລິເວນ​ທີ່​ກ່ຽວ​ພັນ​ກັບ​ການ​ກໍ່​ຕົວ​ເປັນ​ຄວາມ​ຈື່​ຈຳ​ແລະ​ການ​ປະ​ມວນ​ຜົນ​ລາງ​ວັນ

“ເຮົາ​ໄດ້​ຮູ້​ແລ້ວ​ວ່າ ການ​ນອນ​ຫລັບ​ນັ້ນ​ເຮັດໃຫ້​ຄວາມ​ຈຳ​ດີ​ຂຶ້ນ ແຕ່​ຕອນ​ນີ້​ເຮົາ​ໄດ້​ຮູ້​ແລ້ວ​ວ່າ ການ​ນອນ​ຫລັບ​ຊ່ວຍ​ເອີ້ນ​ຄວາມ​ຈຳ​ທີ່​ກ່ຽວ​ພັນກັບ​ລາງ​ວັນ​ມາ​ໄດ້​ດີ​ຍິ່ງ​ຂຶ້ນ”

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...