Homeນານາສາລະສິ່ງທີ່ສາວໆມັກເຮັດ ເມື່ອຕ້ອງຟ້າວອອກຈາກເຮືອນ

ສິ່ງທີ່ສາວໆມັກເຮັດ ເມື່ອຕ້ອງຟ້າວອອກຈາກເຮືອນ

Published on

elite-daily-Pavel-Kriuchkov-beauty-800x400-600x300
1. ອາບນ້ຳໃນ 1 ນາທີ ຕໍ່ໃຫ້ເນົ່າປານໃດ ການອອກຈາກເຮືອນໂດຍບໍ່ອາບນ້ຳນັ້ນກໍບໍ່ໄຫວແທ້ໆ ເພາະສະນັ້ນສາວໆຢ່າງເຮົາຈຶ່ງມີວິທີໃນການອາບນ້ຳທີ່ໄວທີ່ສຸດຄື ນ້ຳຖືກໂຕຍັງບໍ່ທົ່ວດີ ຖູສະບູ ແລ້ວ ລ້າງອອກ ພາຍໃນເວລາ 1 ນາທີໄດ້
2. ໂລຍແປ້ງເທິງຫົວ ເມື່ອບໍ່ມີເວລາຈະສະ ການໂລຍແປ້ງຈຶ່ງເປັນສິ່ງທີ່ພໍຈະເຮັດໄດ້ໃນໄລຍະເວລາເລັ່ງດ່ວນ ສາມາດປົກປິດຜົມມັນເຍີ້ມໄດ້ດີເລີຍ
3. ໃຊ້ລິບສະຕິກເປັນບຣັດອອນ ໃຫ້ຈັບບຣັດອອນມັນເສຍເວລາ ກໍໃຊ້ລິບສະຕິກທາແກ້ມແລ້ວຄ່ອຍໆ ກົດເອົາອ້ອມຮອບພວງແກ້ມ ງາມໄດ້ຄືກັນ
4. ອາບນ້ຳຫອມ ເມື່ອອອກກຳລັງກາຍມາຢ່າງໜັກໜ່ວງ ເຫື່ອໄຫລໄຄຍ້ອຍ ກໍເຫັນຈະມີແຕ່ນ້ຳຫອມນີ້ລະທີ່ພໍຈະຊ່ວຍຊີວິດສາວ
5. ໃຊ້ສະບູ່ແທນໂລອອນ ຖູດສະບູ່ທີ່ຂີ້ແລ້ໂດຍໝາຍວ່າມັນຈະຫອມສະອາດຂຶ້ນ
7. ສີແຂ້ວດ້ວຍນິ້ວເມື່ອໄປຮັບປະອາຫານລົດຈັດແລ້ວມີກິ່ນປາກ ສາວໆຢ່າງເຮົາກໍຕ້ອງເອົາຜ້າພັນນິ້ວຈຸ່ມນ້ຳແລ້ວຂັດໆຖູໆແຂ້ວນີ້ແຫລະ
8. ຄອນແທກເລນຂອງໝູ່ເຮົາໃສ່ໄດ້ ທີ່ຈິງແລ້ວໆຂໍ້ນີ້ ບໍ່ຢາກຈະແນະນຳເລີຍແຕ່ສາວໆເມື່ອຄັບຂັນຫຍັງກໍເຮັດໄດ້ ເພື່ອໃຫ້ຕົວເອງເບິ່ງດັ່ງຄືຄົນອື່ນ
9. ລົກຂົນດ້ວຍນິ້ວອຸດສາກັນຄິ້ວຈົນເຂົ້າທີ່ເຂົ້າທາງ ເວລາເຫັນຂົນຄິ້ວມັນເຜີອອກມາບໍ່ຄືຂົນເສັ້ນອື່ນ ເຮົາເອງກໍໃຊ້ມືດຶງຄືກັນແຫລະ!
10. ໃຊ້ລິບມັນແທນໂລຊັນ ອັນນີ້ອາດຈະຕ້ອງເປັນຕ່າງປະເທດແນ່ ເພາະປະເທດເຮົາຖ້າຈະໃຫ້ໃຊ້ລິບມັນທາຕົວນີ້ຄົງຈະໜຽວແນ່ນອນ

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...