spot_img
Homeປ່ອງຢ້ຽມດວງດາວNASA ເຝົ້າເບີ່ງດາວເຄາະນ້ອຍ ຜ່ານໂລກໃນຮາໂລວີນນີ້

NASA ເຝົ້າເບີ່ງດາວເຄາະນ້ອຍ ຜ່ານໂລກໃນຮາໂລວີນນີ້

Published on

na1

ເມື່ອ​ວັນທີ່ 19 ຕຸລາ 2015 ເວັບ​ໄຊຕ໌ມິ​ເລີ​ຂອງ​ອັງກິດ ລາຍ​ງານ​ວ່າ ອົງ​ການ​ບໍລິຫານ​ການ​ບິນ​ແລະ​ອາວະ​ກາດ​ແຫ່ງ​ຊາ​ດ ຫລື  NASA ເຜີຍ ດາວ​ເຄາະ​ນ້ອຍ​ຂະໜາດ​ເສັ້ນ​ຜ່າ​ສູນ​ກາງ​ຫລາຍ​ທີ່ສຸດ​ໄດ້​ເຖິງ 620 ແມັດ ຈະ​ໂຄຈອນ​ຫວິດ​ໂລກ​ໃນ​ໄລ​ຍະ​ໃກ້​ຫລາຍ​​ມື້​ຮາ​ໂລ​ວີນ​ນີ້
ດາວ​ເຄາະ​ນ້ອຍ​ດວງ​ນີ້​ຄື 2015 TB145 ຖືກ​ກວດ​ພົບ​ເມື່ອ 2 ອາທິດ​ກ່ອນ ມີ​ຂະໜາດ​ທີ່​ບໍ່​ສາມາດ​ກວດ​ສອບ​ໄດ້​ຊັດເຈນ ຄາດ​ຢູ່​ທີ່​ປະ​ມານ 280-620 ແມັດ ຈະ​ໂຄຈອນ​ຫວິດ​ໂລກ​ໃນ​ວັນທີ່ 31 ຕຸລາ​ນີ້ ໃນ​ໄລ​ຍະ 800, 000 ກິ​ໂລ​ແມັດ
ຢ່າງໃດ​ກໍ​ຕາມ​ເຖິງແມ່ນວ່າ​ດາວ​ເຄາະ​ນ້ອຍ​ດວງ​ນີ້​ຈະ​ເຂົ້າ​ໃກ້​ໂລກ​ຫລາຍ​ທີ່ສຸດ​ເປັນ​ປະຫວັດ​ສາດ ແຕ່​ມະນຸດ​ບໍ່​ສາມາດ​ເບິ່ງເຫັນ​ມັນ​​ຜ່ານ​ໄປ​ໄດ້​ດ້ວຍ​ຕາ​ເປົ່າ ຕ້ອງ​ອາໄສ​ກ້ອງ​ໂທລະ​ທັດ​ເທົ່າ​ນັ້ນ ໂດຍ​ປະຊາຊົນ​ທີ່​ອາໄສ​ຢູ່​ທາ​ງທະວີບອາເມ​ຣິກາ​ເໜືອ​ຈະ​ເບິ່ງເຫັນ​ດາວ​ເຄາະ​ນ້ອຍ​ໄດ້​ຊັດເຈນ​ທີ່ສຸດ

na2
​ດາວ​ເຄາະ​ນ້ອຍ 2015 TB145 ຈັດ​ເປັນ​ວັດ​ຖຸ​ອາວະ​ກາດ​ໃກ້​ໂລກ​ທີ່​ຄວນ​ເຝົ້າ​ເບີ່ງ ເພາະ​ມັນ​ໂຄຈອນ​ມາ​ໃກ້​ໂລກ​ຫລາຍກວ່າ​ເກນ​ໂດຍ​ສະເລ່ຍຂອງ​ວັດ​ຖຸ​ອາວະ​ກາດ​ທົ່ວ​ໄປ​ທີ່ NASA ກຳນົດ​ໄວ້ ໂດຍ​ຄ່າ​ມາດຕະຖານ​ຢູ່​ທີ່ 7,402,982 ກິ​ໂລ​ແມັດ​ຈາກ​ພື້ນ​ໂລກ
ແຕ່​ເຖິງແມ່ນວ່າ​ມັນ​ຈະ​ໂຄຈອນ​ເຂົ້າ​ໃກ້​ໂລກປານ​ໃດ ທາງ NASA ກໍ​ຍັງ​ຢືນຢັນ​ວ່າ​ມັນ​ຈະ​ບໍ່​​ຊົນ​ໂລກ​ຢ່າງ​ແນ່ນອນ ດັ່ງ​ນັ້ນ​ກໍ​ບໍ່​ຕ້ອງ​​ໜີ ບໍ່​ມີ​ມື້​ສິ້ນ​ໂລກ​ໃດໆທັງ​ນັ້ນ ຫຍິບ​ກ້ອງ​ໂທລະ​ທັດ​ຂຶ້ນ​ມາ​ສ່ອງ​ເບິ່ງ​ການ​ເຄື່ອນ​ໂຕ​ຂອງ​ມັນ​ດີກວ່າ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...