spot_img
Homeຂ່າວຕ່າງປະເທດນາຍົກໃໝ່ການາດາ ປະກາດຖອນຝູງບິນຂອງຕົນ ອອກຈາກພາລະກິດໂຈມຕີ IS ຢູ່ອີຣັກ ແລະ ຊີຣີ!

ນາຍົກໃໝ່ການາດາ ປະກາດຖອນຝູງບິນຂອງຕົນ ອອກຈາກພາລະກິດໂຈມຕີ IS ຢູ່ອີຣັກ ແລະ ຊີຣີ!

Published on

CANADA-VOTE-TRUDEAU

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ຕຸລານີ້ວ່າ ທ່ານ ຈັສຕິນ ທຣູໂດ ວ່າທີ່ນາຍົກລັດຖະມົນຕີຄົນໃໝ່ຂອງການາດາ ໄດ້ປະກາດຈະຖອນກຳລັງ ຝູງເຮືອບິນຂັບໄລ່ CF-18  ທີ່ຖືກສົ່ງໄປໂຈມຕີກຸ່ມຕິດອາວຸດລັດອິດສະລາມ ຫລື ໄອເອັສ ໃນປະເທດອີຣັກ ແລະ ຊີຣີ ຮ່ວມກັບສະຫະລັດອາເມຣິກາ ແລະ ຊາດພັນທະມິດ ເພື່ອກັບຄືນປະເທດ ໂດຍມີກຳນົດສິ້ນສຸດພາລະກິດໃນເດືອນມີນາປີ 2016.

ທັງນີ້ ການຕັດສິນໃຈດັ່ງກ່າວ ເກີດຂຶ້ນພາຍຫລັງທ່ານ ທຣູໂດ ໄດ້ຮັບໄຊຊະນະຈາກການເລືອກຕັ້ງພຽງບໍ່ພໍເທົ່າໃດຊົ່ວໂມງ, ແນວໃດກໍຕາມ ແຫລ່ງຂ່າວໄດ້ລະບຸວ່າ ທ່ານ ທຣູໂດ ຍັງຈະສືບຕໍ່ຮັກສາທະຫານການາດາບາງສ່ວນ ໄວ້ໃນປະເທດອີຣັກ ເພື່ອຊ່ວຍໃນພາລະກິດເຝິກອົບຮົມ ໃຫ້ແກ່ກອງທັບອີຣັກ.

030917-F-0381R-007
ເຮືອບິນຂັບໄລ່ CF-18 ຂອງການາດາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...