spot_img
HomeມູມໄອທີລາວApple ຖອນແອັບນັບຮ້ອຍອອກvຈາກ App Store

Apple ຖອນແອັບນັບຮ້ອຍອອກvຈາກ App Store

Published on

7027_1510201137064T

ເປັນ​ປາກົດ​ການ​ລ້າງ​​ແອັບເທື່ອ​ໃຫຍ່​ເທິງ App Store ທີ່​ບໍ່​ໄດ້​ເຫັນ​ກັນ​ເລື້ອຍໆ ເພາະ​ຮອບ​ນີ້​ມີ​ແອັບ ຖືກ​ຖອນ​ອອກ​ເທື່ອ​ດຽວ​ຫລາຍ​ຮ້ອຍ​ແອັບ ໂດຍ​ສາ​ເຫດ​ຈາກ​ທີ່ Apple ພົບ​ວ່າ​ມີ​ໂຄ້ດ APIs ທີ່​​ລັກ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ້​ໃຊ້​ແຝງ​ຢູ່

Apple ໄດ້​ລະ​ບຸ​ວ່າ ທາງ SourceDNA ໄດ້​ຄົ້ນ​ພົບ APIs ທີ່​ເປັນ 3rd-party ຈາກ Youmi ບໍລິສັດ​ໂຄສະ​ນາ​ໃນ​ຈີນ ແຝງ​ຢູ່ໃນ​ແອັບ ​ຈຳນວນ​ຫລາຍ ໂດຍ Youmi ໄດ້​ລັກ​ກັກ​ຂໍ້​ມູນ​ໝາຍ​ເລກ​ເຄື່ອງ (Serial numbers), ລາຍ​ຊື່​ແອັບ ທີ່​ຕິດ​ຕັ້ງ​ເທິງ​ເຄື່ອງ ແລະ​ ອີ​ເມລ໌ Apple ID

ງານ​ນີ້ ມີ​ແອັບ ທີ່​ກວດ​ພົບ​ວ່າ​ໃຊ້ Youmi APIs  ຖືກ​ຖອນ​ອອກ​ໄປ 256 ແອັບ ຊຶ່ງ​ມີ​ຍອດ​ດາວ​ໂຫລດ​ລວມ​ກວ່າ​ລ້ານ​ເທື່ອ​ ໂດຍ​ແອັບ ​ທັງ​ໝົດ​ສ່ວນ​ໃຫຍ່ ເປັນ​ແອັບ ໃນ​ປະເທດ​ຈີນ ທາງ SourceDNA ລະ​ບຸ​ວ່າ ຜູ້​ຮ້າຍ​ຕົວ​ຈິງ ຄື Youmi SDK ຫລັງ​ວິ​ເຄາະ​ການເຮັດວຽກງານ​ແລ້ວ ພົບ​ວ່າ​ແມ່ນແຕ່​ນັກ​ພັດທະນາ​ແອັບ ທີ່​ເລືອກ​ໃຊ້ Youmi ກໍ​ຈະ​ບໍ່​ຮູ້​ວ່າ ໂຄ້​ດ​ດັງ​ກ່າວ​ມີ​ການ​ແອັບ​​ລັກ​ຂໍ້​ມູນ​ຢູ່​ນຳ ສຳລັບ​ການ​ແກ້​ບັນຫາ Apple ຈະ​ເຂົ້າໄປ​ຊ່ວຍ​ນັກ​ພັດທະນາ​ປັບປຸງ​ໂຄ້​ດ​ຂອງ​ແອັບໂດຍ​ກົງ

Apple ໄດ້​ອອກ​ເອກະສານ​ເຕືອນ​ດ້ານ​ຄວາມ​ປອດ​ໄພ​ອອກ​ມາ​ຕາມ​ຂໍ້ຄວາມ​ດ້ານ​ລຸ່ມ​ນີ້

We’ve identified a group of apps that are using a third-party advertising SDK, developed by Youmi, a mobile advertising provider, that uses private APIs to gather private information, such as user email addresses and device identifiers, and route data to its company server. This is a violation of our security and privacy guidelines. The apps using Youmi’s SDK have been removed from the App Store and any new apps submitted to the App Store using this SDK will be rejected. We are working closely with developers to help them get updated versions of their apps that are safe for customers and in compliance with our guidelines back in the App Store quickly.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...